ອົງການດັດສົມໂທລະຄົມມະນາຄົມ ຈັດກອງປະຊຸມໂປຣໂມຊັນປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງ ແຜນການ ປະຈໍາ 6 ເດືອນທ້າຍປີ 2022

14/07/2022

ອົງການດັດສົມໂທລະຄົມມະນາຄົມ ຈັດກອງປະຊຸມໂປຣໂມຊັນປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງ ແຜນການ ປະຈໍາ 6 ເດືອນທ້າຍປີ 2022

ໃນຕອນບ່າຍຂອງ ວັນທີ 08 ກໍລະກົດ 2022 ຜ່ານມານີ້, ອົງການດັດສົມໂທລະຄົມມະນາຄົມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດກອງປະຊຸມສະຫຼຸບ, ລາຍງານການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາໂປຣໂມຊັນ ປະຈໍາປີ 06 ເດືອນຕົ້ນປີ  ແລະ ຜ່ານແຜນເຄື່ອນໄຫວ ປະຈໍາ 06 ເດືອນທ້າຍປີ 2022 ທີ່ ສະຖາບັນ ເຕັກໂນໂລຊີ ແລະ ການສື່ສານ ໂດຍໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ປອ. ນາງ ໃຈມະລີ ພະກະຊຸມ, ຮອງຫົວໜ້າອົງການດັດສົມໂທລະຄົມມະນາຄົມ, ມີບັນດາກົມ/ທຽບເທົ່າພາຍໃນ ກຕສ, ຄະນະຮັບຜິດຊອບ ແລະ ຕາງໜ້າບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ລວມທັງໝົດ 40 ທ່ານ.

ຈຸດປະສົງຂອງກອງປະຊຸມແມ່ນເພື່ອສະຫຼຸບ ແລະ ລາຍງານສະພາບການຈັດຕັ້ງປະຕິບັດ ແລະ ຕິດຕາມ ກວດກາການໃຫ້ບໍລິການໂປຣໂມຊັນ, ຜົນການຕິດຕາມກວດກາການໃຫ້ບໍລິການດ້ານການຂາຍ ປະຈໍາ 6 ເດືອນຕົ້ນປີ ແລະ ຜ່ານແຜນການເຄື່ອນໄຫວ ປະຈໍາ 6 ເດືອນທ້າຍປີ 2022 ຂອງຄະນະຮັບຜິດຊອບ. ນອກຈາກນັ້ນ, ຍັງໃຫ້ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດຮັບຊາບເຖິງສະພາບຕ່າງໆທີ່ໄດ້ກວດກາໃນໄລຍະຕົ້ນປີເຖີງປັດຈຸບັນ, ບັນດາຂໍ້ຄົງຄ້າງທີ່ບໍລິສັດຍັງຈັດຕັ້ງປະຕິບັດບໍ່ໄດ້ ແລະ ແນະນໍາແຜນການເກັບກໍາຂໍ້ມູນສໍາລັບ 06 ເດືອນທ້າຍປີ 2022. ໃນກອງປະຊຸມໄດ້ຮັບຟັງສະພາບການ ແລະ ທົບທວນການຈັດຕັ້ງປະຕິບັດໂປໂມຊັນໂດຍໃຫ້ບັນດາບໍລິສັດຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດໄດ້ນໍາສະເໜີຫົວຂໍ້ທີ່ສໍາຄັນ, ລາຍງານສະພາບການຈັດຕັ້ງປະຕິບັດ ພ້ອມທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກສໍາລັບບໍລິສັດຂອງຕົນໃຫ້ອົງການດັດສົມໂທລະຄົມມະນາຄົມຮັບຊາບເພື່ອລາຍງານຕໍ່ຄະນະນໍາກະຊວງໃນຂັ້ນຕໍ່ໄປ.

ໃນຕອນທ້າຍ ທ່ານ ນາງ ປອ ໃຈມາລີ ພະກະຊຸມ ໄດ້ສະຫຼຸບຕີລາຄາກອງປະຊຸມ ແລະ ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດ ໂດຍອີງໃສ່ຂໍ້ສະເໜີ ແລະ ເປົ້າໝາຍຂອງຄະນະນໍາ ກຕສ ໃຫ້ບັນດາບໍລິສັດຈັດຕັ້ງປະຕິບັດໂດຍໃຫ້ເນັ້ນໃສ່ການແຂ່ງຂັນແບບມີຄຸນນະພາບ, ຂະຫຍາຍໂຄງລ່າງພື້ນຖານໃຫ້ຄວບຄຸມ ແລະ ສະໜອງການການບໍລິການໃຫ້ຖຶກຕ້ອງ, ຄຽງຄູ່ກັນນັ້ນ, ໃຫ້ເອົາໃຈໃສ່ດ້ານການໂຄສະນາໃຫ້ສອດຄ່ອງກັບລະບົບເຕັກນິກ. ນອກຈາກນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ຜູ້ປະກອບການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ເພີ່ມທະວີເອົາໃຈໃສ່ປະຕິບັດບັນດາລະບຽບການ ແລະ ແຈ້ງການ ທີ່ກ່ຽວຂ້ອງກັບການໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ອິນເຕີເນັດ ໃຫ້ມີຄວາມໜັກແໜ້ນ, ແກ້ໄດ້ບັນຫາຫຍໍ້ທໍ້ ແລະ ຮັບປະກັນໃຫ້ເກີດມີການແຂ່ງຂັນທີ່ເປັນທຳ ແລະ ເຮັດໃຫ້ສັງຄົມໄດ້ຮັບຜົນປະໂຫຍດຢ່າງສູງສຸດ.

ກອງປະຊຸມໄດ້ປິດລົງໃນວັນດຽວກັນ ແລະ ໄດ້ຮັບໝາກຜົນຢ່າງຈົບງາມ.

ບົດຂ່າວໂດຍ: ອົງການດັດສົມໂທລະຄົມມະນາຄົມ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ