ສະຫະພັນແມ່ຍິງ ກຕສ ສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

06/09/2022

ສະຫະພັນແມ່ຍິງ ກຕສ ສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ

ເພື່ອເປັນການສ້າງຂະບວນການສະເຫຼີມສະຫຼອງ ວັນສ້າງຕັ້ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 67 ປີ (20 ກໍລະກົດ 1955-20 ກໍລະກົດ 2022) ທີ່ມີຄວາມໝາຍ ແລະ ຄວາມສໍາຄັນ ຕິດພັນກັບການຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ VIII, ກອງປະຊຸມໃຫຍ່ ຄັ້ງທີ II ຂອງສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ເຂົ້າສູ່ລວງເລິກ ແລະ ວຽກງານຕົວຈິງ. ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກິດຈະກໍາເຄື່ອນໄຫວຂອງອົງການຈັດຕັ້ງສະຫະພັນແມ່ຍິງຂອງກະຊວງ ຂຶ້ນໃນລະຫວ່າງວັນທີ 01-02 ກັນຍາ 2022, ທີ່ ເມືອງ ວັງວຽງ, ແຂວງວຽງຈັນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາພັກກະຊວງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ມີປະທານ, ຮອງປະທານ, ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງ, ຄະນະໜ່ວຍສະຫະພັນແມ່ຍິງ ບັນດາກົມ/ທຽບເທົ່າ, ຄະນະສະຫະພັນແມ່ຍິງຮາກຖານ ພ້ອມດ້ວຍສະມາຊິກສະຫະພັນແມ່ຍິງ ອ້ອມຂ້າງ ກຕສ ເຂົ້າຮ່ວມ 100 ກວ່າທ່ານ.

          ໃນໂອກາດດຽວກັນນີ້, ກໍໄດ້ຈັດກອງປະຊຸມວິຊາການທ່ີຕິດພັນກັບວຽກງານວິຊາສະເພາະ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງໃນກອງປະຊຸມໄດ້ເຜີຍແຜ່ກ່ຽວກັບ 03 ວຽກງານທີ່ສໍາຄັນສ່ວນໜຶ່ງ ທີ່ນອນໃນແຜນຍຸດທະສາດ ແລະ ແຜນພັດທະນາໃນຂະແໜງການເຕັກໂນໂລຊີ ແລະ ການສື່ສານ ເຊັ່ນ: 1) ແຜນພັດທະນາເສດຖະກິດດິຈິຕອນ, 2) ການຫັນເປັນລັດຖະບານດິຈິຕອນ ແລະ 3) ການຂົນສົ່ງທາງໄປສະນີລາວທີ່ທັນສະໄໝ ທີ່ນໍາສະເໜີໂດຍບັນດານັກສໍາມະນາກອນຜູ້ຊົງຄຸນວຸດທິ ແລະ ປະສົບການສູງ ຕາງໜ້າໃຫ້ ກົມໄປສະນີ, ກົມເຕັກໂນໂລຊີດິຈິຕອນ ແລະ ສູນບໍລິຫານລັດດ້ວຍດິຈິຕອນ.

          ປັດຈຸບັນ ສະພາບການພັດທະນາ ແລະ ຄວາມຜັນແປຢ່າງຮອບດ້ານ ນັບຕັ້ງແຕ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ເປັນຕົ້ນມາ, ຫຼາຍຫົວໜ່ວຍການຜະລິດ, ການດໍາເນີນທຸລະກິດ ແລະ ການດໍາເນີນງານແບບປົກກະຕິ ແມ່ນໄດ້ກາຍເປັນຮູບແບບໃໝ່ ທີ່ທັນສະໄໝ ຫັນປ່ຽນມານໍາໃຊ້ເຕັກໂນໂລຊີ ແລະ ການສື່ສານ ທີ່ທັນສະໄໝ ແບບຂະຫຍາຍຕົວກ້າວກະໂດດຂັ້ນ ແລະ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ທີ່ຕັດຂາດອອກຈາກກັນບໍ່ໄດ້ ກໍຄື ຍຸກສະໄໝແຫ່ງສິ່ງທ້າທາຍ ແລະ ທັງກາຍເປັນກາລະໂອກາດ ທີ່ ສປປ ລາວ ຈະໄດ້ຂັບເຄື່ອນເສດຖະກິດ-ສັງຄົມ ຫັນເປັນທັນສະໄໝ ເປັນຕົ້ນແມ່ນ: ການຫັນມານໍາໃຊ້ລະບົບອອນລາຍ (Online) ທາງການຄ້າ, ການເງິນ, ທະນາຄານ, ສາທາລະນະສຸກ ແລະ ຕະຫຼອດເຖິງການສຶກສາ ທີ່ເຫັນໄດ້ວ່າ ກາຍເປັນສິ່ງທີ່ຈໍາເປັນ ແລະ ຍັງຈະສຶບຕໍ່ພັດທະນາ ຄຽງຄູ່ກັບການດໍາເນີນຊີວິດປະຈໍາວັນໄປເລື້ອຍໆ. ສະພາບຕົວຈິງໃນໂລກອອນລາຍ ມີການຄ້າຂາຍ, ກະຈາຍສິນຄ້າ ແລະ ບໍລິການ ທີ່ນໍາໃຊ້ຜ່ານແອັບພລິເຄເຊິນ (Application) ມືຖືຕ່າງໆ ຢ່າງຫຼວງຫຼາຍ ເຊັ່ນ: ການຂົນສົ່ງສິນຄ້າຜ່ານໄປສະນີ, ການສັ່ງອາຫານຜ່ານລະບົບແອັບພລິເຄເຊິນ ແລະ ການຊໍາລະສະສາງດ້ວຍລະບົບບັນຊີທະນາຄານອອນລາຍ ຫຼື ຜ່ານລະບົບການເງິນມືຖື M-money, U-Money.  ນັ້ນສະແດງອອກໃຫ້ເຫັນໄດ້ເຖິງ ທິດທາງຂອງພັກ-ລັດ, ແຜນຍຸດທະສາດ, ແຜນພັດທະນາເສດຖະກິດດິຈິຕອນ ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໄດ້ສອດຄ່ອງກັບສະພາບຕົວຈິງ, ເປັນປັດໄຈຕັດສິນ ແລະ ແຊກຊຶມເຂົ້າໃນທຸກຂະແໜງການ ໂດຍທີ່ຕ້ອງຍອມຮັບໃນຕົວ ແລະ ນອກຕົວ.

          ກອງປະຊຸມສໍາມະນາຄັ້ງນີ້ ໄດ້ດໍາເນີນພາຍໃຕ້ບັນຍາກາດການແລກປ່ຽນຄໍາຄິດ-ຄໍາເຫັນຢ່າງຟົດຟື້ນ ແລະ ບັນລຸຕາມຈຸດປະສົງເປົ້າໝາຍ ໃນການສ້າງຄວາມເຂັ້ມແຂງ ແລະ ຄວາມເຕີບໃຫຍ່ດ້ານວຽກງານວິຊາສະເພາະ ໃຫ້ເອື້ອຍນ້ອງຍິງ ໃນວຽກງານການຫັນເປັນດິຈິຕອນແບບແຕກໜໍ່ອອກຜົນ ແລະ ສາມາດນໍາໄປຜັນຂະຫຍາຍລົງສູ່ລ່ວງເລິກໃນໜ້າທີ່ຮັບຜິດຊອບຂອງຕົນໃຫ້ມີປະສິດທິຜົນຂຶ້ນເລື້ອຍໆ. ພາຍຫຼັງ ສໍາເລັດກອງປະຊຸມ ກໍໄດ້ມີການສ້າງກິດຈະກໍາຖາມ - ຕອບຕ່າງໆ ເພື່ອຮັບຂອງລາງວັນຈາກຄະນະບໍລິງານສະຫະພັນແມ່ຍິງກະຊວງ ແລະ ບັນດາໜ່ວຍຮາກຖານສະຫະພັນແມ່ຍິງບັນດາບໍລິສັດລັດວິສາຫະກິດ ທີ່ຂຶ້ນກັບສະຫະພັນແມ່ຍິງກະຊວງ ກໍໄດ້ປະກອບສ່ວນອຸປະຖໍາວັດຖຸປັດໄຈຕ່າງໆ ຊຶ່ງພາຍໃນງານແມ່ນເຕັມໄປດ້ວຍບັນຍາກາດມ່ວນຊື່ນ ແລະ ມີຜົນສໍາເລັດຢ່າງຈົບງາມ ບົນຈິດໃຈຍາດໄດ້ຮັດແໜ້ນຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ, ການຫັນເປັນດິຈິຕອນ ແລະ ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ.

ບົດຂ່າວໂດຍ: ຄະນະຮັບຜິດຊອບຂະບວນການ, ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ.

ຮູບພາບ: ພະແນກປະຊາສໍາພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2021
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ