14/10/2022
ໃນຕອນບ່າຍຂອງວັນທີ 13 ຕຸລາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ໜ່ວຍກໍາມະບານ ສະຖາບັນຄົ້ນຄວ້າການນຳໃຊ້ເຕັກໂນໂລຊີອັດສະລິຍະ(ສຄຕອ), ກະຊວງເຕັກໂນໂລຊີ ແລະ ການສືີ່ສານ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດປະເມີນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022. ໃຫ້ກຽດເຂົ້າຮ່ວມພິທີໂດຍ ສະຫາຍ ພົນປະສິດ ພິດສະໄໝ, ຄະນະພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າ ສຄຕອ ພ້ອມດ້ວຍສະຫາຍຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກຜູ້ຊີ້ນໍາວຽກງານສາມອົງການຈັດຕັ້ງມະຫາຊົນ, ຄະນະໜ່ວຍກໍາມະບານ ແລະ ສະມາຊິກກໍາມະບານພາຍໃນສະຖາບັນເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສະຫຼຸບຜົນການປະເມີນຂໍ້ແຂ່ງ 5 ເປັນເຈົ້າ ແລະ ເຜີຍແຜ່ເນື້ອໃນ, ຄວາມໝາຍຄວາມສໍາຄັນ, ຄວາມເປັນມາຂອງຂໍ້ແຂ່ງຂັນ 5 ເປັນເຈົ້າໃຫ້ແກ່ສະມາຊິກກໍາມະບານ ສຄຕອ ໄດ້ເຂົ້າໃຈເລິກເຊິ່ງ ແລະ ສາມາດນໍາໄປຈັດຕັ້ງປະຕິບັດ, ຕີລາຄາຕົນເອງ ແລະ ໝູ່ຄະນະໄດ້ຢ່າງຖືກຕ້ອງ, ສອດຄ່ອງຕາມ ບົດແນະນໍາການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ຂອງສະຫະພັນກໍາມະບານລາວ ວາງອອກ.
ໃນໂອກາດນີ້, ສະຫາຍ ພົນປະສິດ ພິດສະໄໝ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍກໍາມະບານຍາດມາໄດ້ ພ້ອມທັງໃຫ້ທິດຊີ້ນໍາໃຫ້ໜ່ວຍກໍາມະບານເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ແລະ ຮັກສາມູນເຊື້ອດັ່ງກ່າວ ໂດຍສະເພາະແມ່ນຜົນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນທີ່ ສູນກາງສະຫະພັນກໍາມະບານລາວ ວາງອອກຈົນຍາດໄດ້ໃບຢັ້ງຢືນເປັນໜ່ວຍກຳມະບານ 5 ເປັນເຈົ້າ.
ຂຽນໂດຍ: ພະແນກປະຊາສຳພັນ