27/10/2022

ໃນວັນທີ 21 ຕຸລາ 2022 ຜ່ານມາ, ທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ (ຕຶກF), ໜ່ວຍພັກກົມກວດກາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດພິທີ ເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງພັກປະຊາຊົນປະຕິວັດລາວ ຈຳນວນ 03 ສະຫາຍ. ໂດຍການເປັນປະທານຂອງ ສະຫາຍ ຄຳພູ ດວງຖະໝອມ, ຄະນະປະຈຳພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີແຂກຖືກເຊີນຈາກໜ່ວຍພັກ ບັນດາກົມ/ທຽບເທົ່າ, ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ບັນດາສະມາຊິກພັກຂອງກົມກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ສະຫາຍ ເຮີເຊັງ ເຢຍປໍເຮີ, ເລຂາໜ່ວຍພັກກົມກວດກາ ໄດ້ຂຶ້້ນຜ່ານມະຕິຕົກລົງ ຂອງ ຄະນະພັກກະຊວງເຕັກໂນໂລຊີ ແລະ ການສື່ສານ ວ່າດ້ວຍການການອະນຸມັດເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນຂອງພັກປະຊາຊົນປະຕິວັດລາວ ພ້ອມດຽວກັນນັ້ນ, ສະຫາຍປະທານ ກໍໄດ້ໃຫ້ກຽດມອບມະຕິຕົກລົງສະບັບດັ່ງກ່າວ ໃຫ້ແກ່ສະມາຊິກພັກສົມບູນ ໃໝ່.
ໂອກາດດຽວກັນນີ້, ສະຫາຍ ຄຳພູ ດວງຖະໝອມ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາ ແກ່ບັນດາສະຫາຍສະມະຊິກພັກສົມບູນໃໝ່ ຊຶ່ງໄດ້ເນັ້ນໜັກໃຫ້ເອົາໃຈໃສ່ສືບຕໍ່ເຄື່ອນໄຫວວຽກງານຕາມພາລະບົດບາດຂອງຕົນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມ ແລະ ພັດທະນາຕົນເອງ, ສູ້ຊົນບຸກບືນຫ້າວຫັນ ປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ໄດ້ຮັບຜົນສຳເລັດ, ເອົາໃຈໃສ່ໃນການປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຢ່າງເຂັ້ມງວດ, ເຊີດຊູພາລະບົດບາດ ແລະ ຄວາມສາມາດການຈັດຕັ້ງນຳພາປະຕິບັດໃຫ້ສູງຂຶ້ນຕື່ມ, ສຶບຕໍ່ຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ກໍຄືຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ທີ່ຖືກມອບໝາຍໃຫ້ໄດ້ຮັບຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ.
ພາບ ແລະ ຂ່າວ: ກົມກວດກາ, ພະແນກກວດກາພັກ