ໜ່ວຍຊາວໜຸ່ມຫ້ອງການ ແລະ ໜ່ວຍຊາວໜຸ່ມ ກົມແຜນການ ແລະ ຮ່ວມມື, ກຕສ ໄດ້ຮັບໃບຢັ້ງຢືນຂໍ້ແຂ່ງຂັນ 4 ບຸກ ແລະ ທຸງໄຊນໍາໜ້າ 4 ບຸກ ປະຈໍາປີ 2020

27/10/2022

ໜ່ວຍຊາວໜຸ່ມຫ້ອງການ ແລະ ໜ່ວຍຊາວໜຸ່ມ ກົມແຜນການ ແລະ ຮ່ວມມື, ກຕສ ໄດ້ຮັບໃບຢັ້ງຢືນຂໍ້ແຂ່ງຂັນ 4 ບຸກ ແລະ ທຸງໄຊນໍາໜ້າ 4 ບຸກ ປະຈໍາປີ 2020

ໃນຕອນບ່າຍຂອງວັນທີ 21 ຕຸລາ 2022 ທີ່ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຊັ້ນ 05 ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີມອບ-ຮັບໃບຢັ້ງຢືນ ການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2020 ແລະ ທຸງໄຊນຳໜ້າ 4 ບຸກ ຂອງໜ່ວຍຊາວໜຸ່ມຫ້ອງການ ແລະ ໜ່ວຍຊາວໜຸ່ມກົມແຜນການ ແລະ ການຮ່ວມມື,  ໃຫ້ກຽດເຂົ້າຮ່ວມເປັນປະທານໃນພິທີໂດຍ ສະຫາຍ ພູຂົງ ຈິດຮູບໂລກ, ຄະນະປະຈໍາພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ເລຂາໜ່ວຍພັກຫ້ອງການ, ສະຫາຍ ພວງປະເສີດ ແກ້ວສຸວັນ, ຄະນະພັກກະຊວງ, ກໍາມະການຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີເລຂາ/ຮອງເລຂາ ໜ່ວຍຊາວໜຸ່ມ ພ້ອມດ້ວຍຄະນະ ແລະ ສະມາຊິກຊາວໜຸ່ມທັງສອງພາກສ່ວນເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີດັ່ງກ່າວ ຜູ້ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາໂດຍຫຍໍ້ ຜົນງານການຈັດຕັ້ງຜັນຂະຫຍາຍ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງໜ່ວຍຊາວໜຸ່ມຫ້ອງການ ແລະ ໜ່ວຍຊາວໜຸ່ມ ກົມແຜນການ ແລະ ການຮ່ວມມື ຊຶ່ງລາຍງານໂດຍ ສະຫາຍ ນາງ ວັນນະພາ ພົມມະທັນສີ, ເລຂາໜ່ວຍຊາວໜຸ່ມ ກົມແຜນການ ແລະ ການຮ່ວມມື ແລະ ສະຫາຍ ຄໍາແກ້ວ ປັນຍາຈິດ, ​ເລຂາໜ່ວຍຊາວໜຸ່ມ ຫ້ອງການ. ເນື້ອໃນບົດສະຫຼຸບດັ່ງກ່າວໄດ້ຍົກໃຫ້ເຫັນຜົນງານໃນແຕ່ລະດ້ານ ເປັນຕົ້ນແມ່ນ: ບຸກດ້ານແນວຄິດ, ບຸກດ້ານການຝຶກຝົນຫຼໍ່ຫຼອມຮໍ່າຮຽນ, ບຸກດ້ານວຽກງານການຈັດຕັ້ງ ແລະ ບຸກດ້ານວິຊາຊີບ-ສ້າງວຽກເຮັດງານທໍາ ຊຶ່ງຕະຫຼອດໄລຍະຂອງການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ ບັນດາສະມາຊິກໄດ້ມີຄວາມເອົາໃຈໃສ່ປະຕິບັດຢ່າງຫ້າວຫັນ ແລະ ດໍາເນີນຕາມຂັ້ນຕອນທີ່ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວວາງອອກ ໂດຍໄດ້ມີການເຜີຍແຜ່ເນື້ອໃນ, ສ້າງຂະບວນການແຂ່ງຂັນ,  ການຕິດຕາມ, ການກວດກາ, ​ການໃຫ້ຄະແນນ ແລະ ການສະຫຼຸບຕີລາຄາ ຈົນຍາດໄດ້ໃບຢັ້ງຢືນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກປະຈຳປີ 2020 ແລະ ທຸງໄຊນຳໜ້າ 4 ບຸກ ໃນຄັ້ງນີ້.

        ໂອກາດດຽວກັນນີ້, ບັນດາສະມາຊິກຊາວໜຸ່ມຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ສະຫາຍ ພູຂົງ ຈິດຮູບໂລກ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ ຊຶ່ງໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານທີ່ຍາດມາໄດ້ຂອງໜ່ວຍຊາວໜຸ່ມທັງສອງພາກສ່ວນ ພ້ອມນັ້ນ, ຍັງໄດ້ເນັ້ນໜັກໃຫ້ໜ່ວຍຊາວໜຸ່ມ ກໍຄື ສະມາຊິກຊາວໜຸ່ມທຸກສະຫາຍ ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີເປັນປຶກແຜ່ນ ແລະ ຮັກສາມູນເຊື້ອດັ່ງກ່າວ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ທີ່ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກ ໃຫ້ສາມາດຍາກໄດ້ໃບຢັ້ງຢືນໃນປີຕໍ່ໆໄປ ເພື່ອຮັບທຸງໄຊນໍາໜ້າມາໃຫ້ແກ່ໜ່ວຍຊາວໜຸ່ມຂອງຕົນຕື່ມອີກ.

ພາບ+ຂ່າວ: ທ. ພຸດດາວອນ ພາສຸວັນ, ປະຊາສຳພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ