27/10/2022

ໃນຕອນແລງວັນທີ 25 ຕຸລາ 2022, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຫຼັກ 14) ໄດ້ເປີດຊຸດຝຶກອົບຮົມວຽກງານການຫັນເປັນດິຈິຕອນ ແລະ ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ແກ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 5 ແຂວງ ພາກກາງ (ແຂວງ ວຽງຈັນ, ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ) ແລະ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ມີບັນດາທ່ານຫົວໜ້າກົມ/ທຽບເທົ່າ, ຄະນະພະແນກ ຕສ ແຂວງ/ນະຄອນຫຼວງວຽງຈັນ ແລະ ນັກສຳມະນາກອນເຂົ້າຮ່ວມ.
ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ແນໃສ່ຍົກສູງປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ ແລະ ເພື່ອຜັນຂະຫຍາຍພາລະບົດບາດຂອງ ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໃນການສົ່ງເສີມການນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າຊ່ວຍໃນການບໍລິຫານຈັດການວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
ຊຸດຝຶກອົບຮົມດັ່ງກ່າວໄດ້ຮັບກຽດນຳສະເໜີບົດກ່ຽວກັບ ການຫັນເປັນດິຈິຕອນ ແລະ ການປະຕິວັດອຸດສາຫະກຳ ຄັ້ງທີ 4 ຈາກທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ຊຶ່ງທ່ານໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງການປະຕິວັດອຸດສາຫະກຳ, ຜົນສະທ້ອນຂອງຍຸກອຸດສາຫະກຳ, ກາລະໂອກາດ ແລະ ສິ່ງທ້າທາຍ ສຳລັບ ສປປ ລາວ, ລະດັບການພັດທະນາດ້ານການພັດທະນາເຕັກໂນໂລຊີ ແລະ ນະວັດຕະກຳຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮັບຮອງອຸດສາຫະກຳ 4.0 ແລະ ມາດຕະການສຳລັບ ສປປ ລາວ ເຮົາ ເພື່ອຮອງຮັບການປະຕິວັດອຸດສາຫະກຳຄັ້ງທີ 4. ພ້ອມນັ້ນ, ທ່ານຍັງໄດ້ຍົກໃຫ້ເຫັນກ່ຽວກັບສະພາບການພັດທະນາ ແລະ ການຫັນເປັນດິຈິຕອນຂອງ ສປປ ລາວ ຊຶ່ງຈະເຂົ້າມາມີບົດບາດຕໍ່ການດຳລົງຊີວິດໃນຫຼາຍໆດ້ານ ເຊັ່ນ: ດ້ານເສດຖະກິດ, ດ້ານການເງິນການທະນາຄານ ແລະ ການບໍລິການ, ດ້ານສັງຄົມ ແລະ ດ້ານການຄຸ້ມຄອງບໍລິຫານລັດ. ນອກຈາກນີ້, ຜູ້ເຂົ້າຮ່ວມຍັງຈະໄດ້ຮັບຮູ້ການນຳສະເໜີກ່ຽວກັບການສ້າງລັດຖະບານດິຈິຕອນ, ການສ້າງເສດຖະກິດດິຈິຕອນ, ການສ້າງສັງຄົມດິຈິຕອນ, ການຄຸ້ມຄອງເຕັກໂນໂລຊີ ແລະ ນະວັດຕະກຳ, ການສົ່ງເສີມສະຕາດອັບ, ການພັດທະນາລັດຖະບານດິຈິຕອນ, ການຄົ້ນຄ້ວານຳໃຊ້ເຕັກໂນໂລຊີອັດສະລິຍະ, ການຄຸ້ມຄອງວຽກງານໄປສະນີ, ການຄຸ້ມຄອງ ແລະ ພັດທະນາເຕັກໂນໂລຊີດິຈິຕອນ, ການຄຸ້ມຄອງ ແລະ ດັດສົມ ແລະ ຄົມມະນາຄົມ, ການຄຸ້ມຄອງຄື້ນຄວາມຖີ່ວິທະຍຸ, ການປ້ອງກັນຄວາມປອດໄພໄຊເບີ ແລະ ການພັດທະນາໂຄງລ່າງພື້ນຖານເຕັກໂນໂລຊີດິຈິຕອນ ຊຶ່ງນໍາສະເໜີໂດຍນັກວິທະຍາກອນຈາກບັນດາພາກສ່ວນທີ່ກ່ຽວຂອງພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ. ພາຍຫຼັງສຳເລັດການຝຶກອົບຮົມດັ່ງກ່າວ ຜູ້ເຂົ້າຮ່ວມຈະໄດ້ຮັບຮູ້ ແລະ ເຫັນແຈ້ງຂຶ້ນຕື່ມກ່ຽວກັບບົດບາດ ແລະ ຄວາມສຳຄັນ ຂອງວຽກງານເຕັກໂນໂລຊີ ແລະ ການສື່ສານ ຊຶ່ງຈະສາມາດນໍາໄປຈັດຕັ້ງຜັນຂະຫຍາຍໃນວຽກງານຂອງຕົນໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ. ພ້ອມດຽວກັນນັ້ນ, ນັກສໍາມະນາກອນຍັງຈະໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານ ສະຕາດອັບ ທີ່ນອນໃນແຜນພັດທະນາຍຸດທະສາດການພັດທະນາຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ວຽກງານການຄຸ້ມຄອງວຽກງານສື່ສັງຄົມອອນລາຍ ທີ່ມີຄວາມເປັນເອກະພາບ ແລະ ຖືກຕ້ອງຕາມລະບຽບການ ໂດຍອີງໃສ່ບັນດານິຕິກຳຂອງກະຊວງ ແລະ ສາມາດປ້ອງກັນຕົວເອງຈາກການນຳໃຊ້ ສື່ສັງຄົມອອນລາຍ ແລະ ອື່ນໆອີກ. ຊຶ່ງຊຸດຝຶກອົບຮົມຄັ້ງນີ້ຈະໄດ້ດໍາເນີນໄປເປັນເວລາ 3 ວັນຈຶ່ງຈະສິ້ນສຸດ.
ພາບ ແລະ ຂ່າວ: ບຸນທັນ ນັນທະວົງ (ພະແນກປະຊາສໍາພັນ)