04/11/2022

ໃນລະຫວ່າງ ວັນທີ 28-29 ຕຸລາ 2022 ຜ່ານມານີ້, ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ຄຊປປລ ກຕສ) ໄດ້ເດີນທາງໄປເຄື່ອນໄຫວວຽກງານ ຢູ່ແຂວງຫຼວງພະບາງ ໂດຍການນໍາພາຂອງ ສະຫາຍ ພວງປະເສີດ ແກ້ວສຸວັນ ຄະນະພັກກະຊວງ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະບໍລິຫານງານ ຄຊປປລ ກຕສ ພ້ອມດ້ວຍຄະນະ ໂດຍໃຫ້ການຕ້ອນຮັບ ສະຫາຍ ໄຊນະຄອນ ສຸດທິດາ, ກໍາມະການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ຄຊປປລ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ.
ການເດີນທາງໄປເຄື່ອນໄຫວຂອງ ຄຊປປລ ກຕສ ຄັ້ງນີ້ກໍ່ເພື່ອຮັດແໜ້ນຄວາມສາມັກຄີລະຫ່ວາງ ຄຊປປລ ກຕສ ແລະ ຄຊປປລ ແຂວງຫຼວງພະບາງ ພ້ອມທັງໄດ້ຮ່ວມກັນຈັດຝຶກອົບຮົມການນໍາໃຊ້ອຸປະກອນສື່ສານ (ໂຟນີ) ໃຫ້ຊາວໜຸ່ມແຂວງ ຫຼວງພະບາງ ໄດ້ຮັບຮູ້ ແລະ ນໍາໃຊ້ອຸປະກອນສື່ສານດັ່ງກ່າວ ໃຊ້ເຂົ້າໃນວຽກງານການຈັດຂະບວນຄາລະວານຊາວໜຸ່ມທົ່ວປະເທດ ຕາມຮອຍໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ ທີ່ເມືອງນໍ້າບາກ ແລະ ເມືອງງອຍ ແຂວງຫຼວງພະບາງ ພາຍໃຕ້ຫົວຂໍ້: “ຊາວໜຸ່ມລາວຜູ້ອາດຫານ ເປັນເຈົ້າການເສີມຂະຫຍາຍມູນເຊື້ອໄຊຊະນະບັ້ນຮົບປົດປ່ອຍນໍ້າບາກ” ແລະ ທັງເປັນການສະເຫຼີມສະຫຼອງ ວັນຊາດທີ 2 ທັນວາ ຄົບຮອບ 47 ປີ, ວັນປະກາດເອກະລາດ 12 ຕຸລາ ຄົບຮອງ 77 ປີ ແລະ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ໃຫ້ເປັນຄະບວນຟົດຟື້ນ ທີ່ຈະຈັດຂຶ້ນລະຫວ່າງ ວັນທີ 10-13 ພະຈິກ 2022 ນີ້ ທີ່ແຂວງຫຼວງພະບາງ.
ພາຍຫຼັງສຳການຈັດຝຶກອົບຮົມການນຳໃຊ້ແລ້ວ ຄຊປປລ ກຕສ ຍັງໄດ້ມອບອຸປະກອນສື່ສານໃຫ້ແກ່ ຄຊປປລ ແຂວງຫຼວງພະບາງ ຊຶ່ງຕາງໜ້າມອບໂດຍ ສະຫາຍ ພວງປະເສີດ ແກ້ວສຸວັນ ແລະ ຕາໜ້າຮັບແມ່ນ ສະຫາຍ ໄຊນະຄອນ ສຸດທິດາ.
(ບົດຂ່າວໂດຍ: ຊາວໜຸ່ມ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ)