ກຕສ ສຳເລັດການຈັດຝຶກອົບຮົມ ວຽກງານກໍ່ສ້າງພັກ ຊຸດທີ IV

07/11/2022

ກຕສ ສຳເລັດການຈັດຝຶກອົບຮົມ ວຽກງານກໍ່ສ້າງພັກ ຊຸດທີ IV

        ຊຸດຝຶກຝຶກອົບຮົມ ວຽກງານກໍ່ສ້າງພັກ ຊຸດທີ IV ໃຫ້ບັນດາເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ຄະນະພັກຮາກຖານ ແລະ ບັນດາກອງເລຂາບັນດາໜ່ວຍພັກ ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ເປີດຂຶ້ນໃນວັນທີ 17 ຕຸລາ 2022 ຜ່ານມາ, ທີ່ຫ້ອງປະຊຸມໃຫຍ່ຂອງກະຊວງເຕັກໂນໂລຊີ ແລະ ການສື່ສານ ໂດຍພາຍໃຕ້ການເປັນປະທານກ່າວເປີດ ຂອງ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ, ຮອງເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຊຶ່ງມີຜູ້ເຂົ້າຮ່ວມທັງໝົດ 69 ສະຫາຍ, ຍິງ 24 ສະຫາຍ, ໃນນີ້້ ມີຄະນະບໍລິຫານງານພັກກະຊວງ 1 ສະຫາຍ, ຮອງເລຂາຄະນະພັກຮາກຖານ 1 ສະຫາຍ, ຄະນະບໍລິຫານງານພັກ ຮາກຖານ 1 ສະຫາຍ, ເລຂາໜ່ວຍພັກ 6 ສະຫາຍ, ຮອງເລຂາໜ່ວຍພັກ 9 ສະຫາຍ, ຄະນະໜ່ວຍພັກ 13 ສະຫາຍ ແລະ ກອງເລຂາຂອງບັນດາໜ່ວຍພັກ 38 ສະຫາຍ.

      ໃນຊຸດຝຶກອົບຮົບ, ບັນດາຜູ້ເຂົ້າຮ່ວມໄດ້​ເຊື່ອມຊຶມ ແລະ ຮັບ​ຟັງ​ການສະເໜີເອກະສານ ຈາກນັກວິທະຍາກອນທີ່ມາຈາກຄະນະຈັດຕັ້ງສູນກາງພັກ ໃນນັ້ນ, ປະກອບມີ 6 ຫົວບົດ ຄື: 1) ​ຍົກສູງຄຸນນະພາບການຈັດຕັ້ງຮາກຖານພັກ ໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ; 2) ການຕີລາຄາຄຸນນະພາບແບ່ງປະເພດສະມາຊິກພັກ ແລະ ໜ່ວຍພັກ; 3) ຍົກສູງຄຸນນະພາບຂອງສະມາຊິກພັກ ແລະ ວຽກງານຂະຫຍາຍພັກໃນໄລຍະໃໝ່; 4) ເພີ່ມທະວີວຽກງານຄຸ້ມຄອງ ແລະ ລະບຽບການຍົກຍ້າຍຮ່ວມຊີວິດພັກ; 5) ການອອກບັດ-ມອບບັດ ສະມາຊິກພັກສົມບູນ; 6) ເນື້ອໃນພື້ນຖານກ່ຽວກັບ ວຽກງານປ້ອງກັນພັກພະນັກງານ.

         

ການຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ມີຄວາມຮັບຮູ້, ເຂົ້າໃຈ ແລະ ເຫັນດີເປັນເອກະພາບ ຕໍ່ບັນດາເອກະສານທີ່ນັກວິທະຍາກອນໄດ້ນຳສະເໜີ. ພ້ອມນັ້ນ, ໄລຍະການດຳເນີນຝຶກອົບຮົມບັນດານັກສຳມະນາກອນຍັງໄດ້ມີການຕັ້ງຄຳຖາມແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ແນ່ໃສ່ເພື່ອໃຫ້ ເພື່ອໃຫ້ຜູ້ເຂົ້າຮ່ວມຝຶກອົບຮົມໄດ້ຮັບຮູ້ກວ້າງຂວາງຂຶ້ນຕື່ມ ແລະ ​​ເຫັນໄດ້​ດ້ານ​ດີ, ດ້ານ​ອ່ອນ ແລະ ບົດຮຽນທີ່ຖອດຖອນໄດ້ ເພື່ອພ້ອມກັນຊອກຫາວິທີແກ້ໄຂໃນຕໍ່ໜ້າ ເພື່ອເປັນບ່ອນອີງໃຫ້ສາມາດນຳໄປຈັດຕັ້ງປະຕິບັດ ໂດຍສະເພາະແມ່ນການ​ຂຶ້ນ​ແຜນ​ກໍ່ສ້າງ​ພັກ-ພະນັກງານ ຢູ່​ພາຍ​ໃນ​ໜ່ວຍ​ພັກ​ຂອງ​ຕົນ​ໃຫ້​​ເໝາະ​ສົມ​ຖືກຕ້ອງ​ກັບ​ແຜນການ​ປະຈຳ​ປີ ຖື​ເອົາ​ວຽກ​ງານ​ດັ່ງກ່າວນີ້​ເປັນ​ວຽກ​ງານ​ໜຶ່ງ​ທີ່​ສຳຄັນ ​ແລະ ​ເປັນ​ໃຈກາງ​ໃນ​ການ​ສຶກສາ​ອົບຮົມ​ສະມາຊິກ​ພັກ-ພະນັກງານ ​ແລະ ມະຫາຊົນ​ຜູ້​ທີ່​ກ້າວໜ້າ​ເພື່ອ​ທີ່​ຈະ​ຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ.

ຊຸດຝຶກອົບຮົມຄັ້ງນີ້ໄດ້ດໍາເນີນໄປດ້ວຍຜົນສໍາເລັດອັນຈົບງາມ ແລະ ປິດລົງໃນວັນທີ 19 ຕຸລາ 2022 ຜ່ານມານີ້, ໂດຍການເປັນປະທານຮ່ວມໃນພິທີປິດຂອງ ສະຫາຍ ຄໍາພູ ບົວຖະໜອມ, ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກ, ຫົວໜ້າກົມຈັດຕັ້ງ-ພະນັກງານ ແລະ ສະຫາຍ ນາງ ສີບານ ສີສະອາດ, ຮັກສາການຫົວໜ້າກົມກໍ່ສ້າງພັກ, ຄະນະຈັດຕັ້ງສູນກາງພັກ.

           ຂຽນຂ່າວ ແລະ ພາບ: ທ. ພຸດດາວອນ ພາສຸວັນ, ພະແນກປະຊາສຳພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ