10/11/2022

ໃນວັນທີ 03 ພະຈິກ 2022 ຜ່ານມານີ້, ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ໄດ້ມອບອຸປະກອນ ແລະ ສັນຍານດາວທຽມລາວ ໃຫ້ແກ່ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງ ຊຽງຂວາງ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງ ແຂວງຊຽງຂວາງ , ທ່ານ ປອ ສັນຕິສຸກ ສິມມາລາວົງ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ; ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ຄອນສະມຸດ ບຸນແພງພັນ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຊຽງຂວາງ, ບັນດາທ່ານຫົວໜ້າກົມທີ່່ກຽວຂ້ອງຂອງກະຊວງ ຕສ, ກະຊວງ ຖວທ ແລະ ບັນດາທ່ານ ຫົວໜ້າພະແນກການອ້ອມຂ້າງແຂວງ .
ໃນພິທີດັ່ງກ່າວ, ທ່ານ ສີສັນ ປອງນະທີ, ຮອງຜູ້ອຳນວຍການໃຫຍ່ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ໄດ້ຂຶ້ນລາຍງານ ແລະ ກ່າວມອບຊຸດອຸປະກອນດາວທຽມ ແລະ ສັນຍານດາວທຽມລາວ ແລະ ພະແນກຖະແຫລງຂ່າວວັດທະນະທໍາ ແລະ ທ່ອງທຽ່ວ ແຂວງຊຽງຂວາງ ກ່າວຮັບໂດຍທ່ານ ຄອນສະມຸດ ບຸນແພງພັນ, ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຊຽງຂວາງ ພ້ອມທັງໄດ້ສະແດງຄວາມຂອບໃຈ ແລະ ສະແດງຄວາມຊົມເຊີຍ ຕໍ່ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈໍາກັດ ທີ່ໄດ້ມອບຊຸດອຸປະກອນ ແລະ ສັນຍານດາວທຽມລາວໃຫ້ໃນຄັ້ງນີ້. ພ້ອມກັນນີ້, ກໍໄດ້ລົງນາມມອບ-ຮັບອຸປະກອນລະບົບ ອັບລິງ(Uplink) ສັນຍານດາວທຽມລາວ ຢ່າງເປັນທາງການໂດຍຊ້ອງຫນ້າຜູ້ເຂົ້າຮ່ວມທັງຫມົດ. ການຕິດຕັ້ງ ແລະ ທົດລອງຊຸດອຸປະກອນໂທລະພາບ ແລະ ສັນຍານຜ່ານລະບົບດາວທຽມລາວໄດ້ດໍາເນີນການສໍາເລັດ ໃນວັນທີ 24/10/2022 ໂດຍໄດ້ນໍາເອົາຊ່ອງໂທລະພາບແຂວງຊຽງຂວາງເຂົ້າໃນລະບົບ DTHໄດ້ສໍາເລັດດ້ວຍຄຸນນະພາບສູງ ຊຶ່ງປັດຈຸບັນແມ່ນສາມາດຮັບຊົມໂທລະພາບແຂວງຊຽງຂວາງໄດ້ໃນທົ່ວປະເທດ , ສຳລັບອຸປະກອນທີ່ມອບໃຫ້ ພະແນກ ຖວທ ແຂວງຊຽງຂວາງ ເພື່ອທົດລອງນໍາໃຊ້ໃນຄັ້ງນີ້ປະກອບມີ: ຈານສົ່ງສັນຍານຂະໜາດ 2,4 ແມັດ, LNB, BUC, DSNG ລວມ 1 ຊຸດ ແລະ ສັນຍານດາວທຽມ 3 MHz ລວມມູນຄ່າ: 110,000 ໂດລາສະຫາລັດ, ທັງນີ້ກໍເປັນການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານສື່ມວນຊົນ ໃນການໂຄສະນາຂໍ້ມູນຂາ່ວສານຕ່າງໆ ອອກສູ່ສັງຄົມໃຫ້, ວ່ອງໄວ, ຊັດເຈນ, ທົ່ວເຖິງ ແລະ ກວ້າງຂວາງຂຶ້ນຕື່ມ ເປັນຕົ້ນ ແມ່ນການຈັດງານສົມໂພດພຣະເຈົ້າອົງຫລວງ ປາງປະທານພອນ, ງານສະເຫຼີມ ສະຫຼອງໄຫຫີນ ເຂົ້າເປັນມໍລະດົກໂລກ ແລະ ການກະກຽມເປັນເຈົ້າພານທີດີງານມະຫາກໍາກິລາແຫ່ງຊາດຄັ້ງທີ XI ທີ່ຈະມາເຖິງໃນມໍ່ໆ ນີ້ ພ້ອມກັນນີ້, ຜູ້ເຂົ້າຮວ່ມຍັງໄດ້ຮັບຊົມການທົດລອງ ອອກອາກາດທາງໂທລະພາບແຂວງຊຽງຂວາງ ທີ່ຫ້ອງສົ່ງພູຊ້າງຕື່ມອີກ.
ຕະລອດໄລຍະຜ່ານມາ ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ ໄດ້ອີງຕາມແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 693/ຫສນຍ, ລົງວັນທີ 26 ມິຖຸນາ 2020 ວ່າດ້ວຍການນໍາໃຊ້ສັນຍານດາວທຽມລາວແຊັດ 1 ເຂົ້າໃນຂະແໜງການຂອງພາກລັດ ດັ່ງນັ້ນ, ທາງບໍລິສັດຈິ່ງໄດ້ດໍາເນີນການຄົ້ນຄ້ວາດ້ານທ່າແຮງທີ່ມີຂອງບໍລິສັດເພື່ອເລັ່ງດໍາເນີນການຮ່ວມມື ແລະ ຊ່ວຍເຫຼືອອົງການຈັດຕັ້ງຂອງພາກລັດໃຫ້ໄດ້ນໍາໃຊ້ສັນຍານດາວທຽມລາວເຂົ້າໃນວຽກງານຂະແໜງ ການຕົນ ເປັນຕົ້ນແມ່ນບັນດາຊ່ອງໂທລະພາບ, ວິທະຍຸ ແລະ ລະບົບການສື່ສານຜ່ານດາວທຽມອື່ນໆ ຊຶ່ງມາເຖິງປັດຈຸບັນ ທາງບໍລິສັດໄດ້ສໍາເລັດການຮ່ວມມືກັບບັນດາຊ່ອງໂທລະພາບຢູ່ພາຍໃນປະເທດເພື່ອສົ່ງສັນຍານຜ່ານລະບົບດາວທຽມລາວໄດ້ 10 ສະຖານີຄື: ໂທລະພາບແຫ່ງຊາດ ຊ່ອງ 1 ແລະ ຊ່ອງ 3 , ໂທລະພາບກອງທັບ, ໂທລະພາບ ປກສ, ໂທລະພາບນະຄອນຫຼວງວຽງຈັນ, ໂທລະພາບສຶກສາ ແລະ ກິລາ, ໂທລະພາບ Lao Star, ໂທລະພາບແຂວງຈໍາປາສັກ, ໂທລະພາບແຂວງຫຼວງພະບາງ ແລະ ໂທລະພາບ ທີວີລາວ, ພ້ອມກັນນັ້ນທາງບໍລິສັດກໍ່ຍັງມີແຜນການສືບຕໍ່ຄົ້ນຄ້ວາຮ່ວມມື ແລະ ຊ່ວຍເຫຼືອ ສະຖານີໂທລະພາບແຂວງສະຫວັນນະເຂດ ແລະ ອຸດົມໄຊ ເພີ່ມຕື່ມ.
ແຫຼ່ງຂໍ້ມູນຈາກ: ບໍລິສັດດາວທຽມລາວເອເຊຍ-ປາຊີຟິກ ຈຳກັດ