ລາວ-ໄທ ສືບຕໍ່ການຮ່ວມມືດ້ານໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕ໋ອນ

07/11/2022

ລາວ-ໄທ ສືບຕໍ່ການຮ່ວມມືດ້ານໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕ໋ອນ

      ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສໍາເລັດການເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ຣາຊະອານາຈັກໄທ ໃນລະຫວ່າງວັນທີ 02-08 ພະຈິກ 2022 ຜ່ານມານີ້ ໂດຍໄດ້ຮັບການຕ້ອນຮັບ ຈາກ ທ່ານ ໄຊວຸດ ທະນາຄະມານຸສອນ, ລັດຖະມົນຕີ ກະຊວງດິຈິຕ໋ອນ ເພື່ອເສດຖະກິດ ແລະ ສັງຄົມ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ.

      ໂອກາດດັ່ງກ່າວ, ກໍໄດ້ມີກອງປະຊຸມພົບປະສອງຝ່າຍ ໂດຍພາຍໃຕ້ການເປັນປະທານຂອງ ລັດຖະມົນຕີ ຂອງສອງກະຊວງ ລາວ-ໄທ ກໍຄື ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ກະຊວງດິຈິຕ໋ອນ ເພື່ອເສດຖະກິດ ແລະ ສັງຄົມ ຊຶ່ງມີຄະນະຜູ້ແທນຈາກສອງຝ່າຍເຂົ້າຮ່ວມ 30 ທ່ານ. ໃນກອງປະຊຸມ ໄດ້ຮັບຟັງການສະເໜີສະພາບລວມ ແລະ ທົບທວນຄືນການຮ່ວມມືລະຫວ່າງສອງກະຊວງໃນໄລຍະຜ່ານມາ ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ໜ້າ. ພ້ອມນັ້ນ, ກໍໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານໄປສະນີ, ໂທລະຄົມມະນາຄົມ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ເຕັກໂນໂລຊີດິຈິຕ໋ອນ ສະບັບໃໝ່ ປ່ຽນແທນສະບັບປີ 2018 ທີ່ໝົດອາຍຸ.

      ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວວ່າ: ການຢ້ຽມຢາມຣາຊະອານາຈັກໄທຢ່າງເປັນທາງການໃນຄັ້ງນີ້ ນອກຈາກຈະມີໂອກາດໄດ້ພົບປະປຶກສາຫາລືກັບ ທ່ານລັດຖະມົນຕີ ແລະ ຄະນະນໍາຂອງກະຊວງດິຈິຕ໋ອນ ເພື່ອເສດຖະກິດ ແລະ ສັງຄົມ ກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ຂອງສອງກະຊວງແລ້ວ ຍັງເປັນນິມິດໝາຍທີ່ດີ ທີ່ສອງກະຊວງໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈສະບັບໃໝ່, ນີ້ສະແດງເຖິງຂີດໝາຍການພົວພັນຂອງສອງກະຊວງ ໄດ້ຍົກລະດັບການຮ່ວມມືຂຶ້ນສູ່ລະດັບໃໝ່, ຊຶ່ງໃນບົດບັນທຶກຄວາມເຂົ້າໃຈສະບັບດັ່ງກ່າວ ໄດ້ກວມເອົາທຸກຂົງເຂດວຽກງານທີ່ເປັນວຽກບູລິມະສິດ ທີ່ຈະເປັນແນວທາງ ເປັນບ່ອນອີງໃຫ້ແກ່ພາສ່ວນທີ່ກ່ຽວຂ້ອງ ຂອງສອງກະຊວງ ແລະ ລວມເຖິງພາກສ່ວນຫົວໜ່ວຍທຸລະກິດ ນໍາໄປຈັດຕັ້ງຜັນຂະຫຍາຍ ຂຶ້ນແຜນສະເໜີການຮ່ວມມືຂອງແຕ່ລະພາກສ່ວນ.

      ໃນໂອກາດຢ້ຽມຢາມ ແລະ ເຮັດວຽກ ຢູ່ ຣາຊະອານາຈັກໄທ ຄັ້ງນີ້, ຄະນະຜູ້ແທນ ສປປ ລາວ ຍັງໄດ້ຢ້ຽມຢາມທັດສະນະສຶກສາ ແລະ ແລກປ່ຽນບົດຮຽນ ຮ່ວມກັບ ບໍລິສັດ ໂທລະຄົມມະນາຄົມ ແຫ່ງ ປະເທດໄທ ຫຼື ໄທຄົມ (Thaicom), ບໍລິສັດ ເອ ໄອ ເອສ (AIS) ແລະ ບໍລິສັດ ໄປສະນີ ໄທ ອີກດ້ວຍ.

ພາບ ແລະ ບົດຂ່າວ: ຈັນທະຈັກ​ ຫຼວງລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ