14/11/2022

ເພື່ອເປັນການໂຄສະນາເຜີຍແຜ່ ແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ລົງສູ່ຮາກຖານທ້ອງຖິ່ນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ໃນຕອນເຊົ້າຂອງວັນທີ 14 ພະຈິກ 2022 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາແຜນພັດທະນາເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ ຂຶ້ນທີ່ ແຂວງ ຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄໍາຂັນ ຈັນທະວີສຸກ, ກໍາມະການສູນກາງພັກ, ເຈົ້າແຂວງ ຫຼວງພະບາງ ຊຶ່ງມີຫົວໜ້າຫ້ອງການ, ບັນດາກົມ, ສະຖາບັນ, ສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ພະແນກການອ້ອມຂ້າງແຂວງ ແລະ ພາກສ່ວນທຸລະກິດ ເຂົ້າຮ່ວມ ຈໍານວນ 80 ກວ່າ ທ່ານ.
ໂອກາດກ່າວເປີດກອງປະຊຸມ, ທ່ານ ເຈົ້າແຂວງ ຫຼວງພະບາງ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ຈັດກອງປະຊຸມສໍາມະນາວຽກງານດັ່ງກ່າວຢູ່ ແຂວງຫຼວງພະບາງ. ທ່ານຍັງໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງບັນຫາການຫັນປະເທດເປັນດິຈິຕ໋ອນ ແມ່ນມີຄວາມຈໍາເປັນພາວະວິໃສ ໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃນເງື່ອນໄຂແຫ່ງການເຊື່ອມໂຍງລະຫວ່າງພາກພື້ນ ແລະ ສາກົນ ແບບດິຈິຕ໋ອນ. ການຫັນເປັນທັນສະໄໝໃນຂົງເຂດວຽກງານໃນປັດຈຸບັນ ແລະ ອະນາຄົດ ໄດ້ຮຽກຮ້ອງຕ້ອງການໃຫ້ມີຄວາມຮັບປະກັນຄວາມຫັນເປັນທັນສະໄໝ, ຄວາມເຂົ້າໃຈທາງດ້ານເຕັກໂນໂລຊີ ແລະ ການສື່ສານ, ຄວາມປອດໄພ, ວ່ອງໄວທັນການ ແລະ ໂປ່ງໃສ ຈາກນັ້ນຈະເຮັດໃຫ້ການຫັນເປັນດິຈິຕ໋ອນໃນດ້ານຕ່າງໆຄ່ອງແຄ້ວຕາມຈຸດປະສົງທີ່ວາງໄວ້ ແລະ ດ້ວຍຄວາມເປັນຫ່ວງເປັນໃຍຂອງລັດຖະບານ ແລະ ເຫັນຄວາມສໍາຄັນດັ່ງກ່າວ ເຮັດໃຫ້ທົ່ວສັງຄົມ ໂດຍສະເພາະແມ່ນເລີ່ມຈາກ ຄະນະພັກ, ສະມາຊິກພັກ-ພະນັກງານ ໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບວຽກງານ ເຕັກໂນໂລຊີ ແລະ ວິໄສທັດແຜນພັດທະນາ ແຫ່ງຊາດ ກໍຄື ການພັດທະນາທ້ອງຖິ່ນໃຫ້ກ້າວໄປສູ່ສັງຄົມແຫ່ງການພັດທະນາທີ່ທັນສະໄໝ ທາງດ້ານເຕັກໂນໂລຊີ ແລະ ການສື່ສານ.
ໃນກອງປະຊຸມສໍາມະນາຄັ້ງນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດຂຶ້ນບັນລະຍາຍ ໂດຍຍົກໃຫ້ເຫັນຄວາມເປັນມາຂອງການປະຕິວັດອຸດສາຫະກໍາ, ຜົນສະທ້ອນຂອງຍຸກອຸດສາຫະກໍາ 4.0, ກາລະໂອກາດ ແລະ ສິ່ງທ້າທາຍ ສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ. ພ້ອມນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການນໍາສະເໜີໃນຫົວຂໍ້ຕ່າງໆທີ່ສໍາຄັນຈາກນັກວິທະຍາກອນຜູ້ຊ່ຽວຊານຈາກຫ້ອງການ, ບັນດາກົມ/ສູນ ທີ່ມາຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ເປັນຕົ້ນແມ່ນ: ການຫັນເປັນລັດຖະບານດິຈິຕ໋ອນ ຂອງ ສປປ ລາວ, ການຫັນເປັນສັງຄົມດິຈິຕ໋ອນ, ການພັດທະນາເສດຖະກິດດິຈິຕ໋ອນ ຢູ່ ສປປ ລາວ, ການຄຸ້ມຄອງຄື້ນຄວາມຖີ່ ວິທະຍຸສື່ສານ ແລະ ການຫັນເປັນດິຈິຕ໋ອນ ຢູ່ ສປປ ລາວ. ໃນກອງປະຊຸມສໍາມະນາຄັ້ງນີ້ ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາເຫັນເພື່ອແລກປ່ຽນຕໍ່ກັບບັນຫາຕ່າງໆທີ່ຕິດພັນກັບ ວຽກງານເຕັກໂນໂລຊີ ແລະ ການສື່ສານ ຊຶ່ງເຕັມໄປດ້ວຍບັນຍາກກາດຟົດຟື້ນ ແລະ ຢ່າງກົງໄປກົງມາ.
ກອງປະຊຸມສໍາມະນາຄັ້ງນີ້ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ຊຶ່ງໃນຕອນທ້າຍ ຍັງໄດ້ມີພິທີມອບ-ຮັບ ລະບົບບໍລິຫານລັດດິຈິຕ໋ອນໃຫ້ແກ່ ແຂວງ ຫຼວງພະບາງ ຊຶ່ງປະກອບມີ: ລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ E-Office, ລະບົບ E-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share ລວມມູນຄ່າທັງໝົດ 466.513.000 ກີບ. ຕ່າງໜ້າມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຕາງໜ້າຮັບໂດຍ ທ່ານ ຄໍາຂັນ ຈັນທະວີສຸກ, ກໍາມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ ຊຶ່ງມີຫົວໜ້າຫ້ອງການ, ກົມ, ສະຖາບັນ, ສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ພະແນກການຕ່າງໆພາຍໃນແຂວງຫຼວງພະບາງເຂົ້າຮ່ວມເປັນສັກຂີພິຍານ.