ລັດຖະມົນຕີ ກຕສ ພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ ພຕສ ແຂວງ ຫຼວງພະບາງ

14/11/2022

ລັດຖະມົນຕີ ກຕສ ພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ ພຕສ ແຂວງ ຫຼວງພະບາງ

      ໃນຕອນບ່າຍຂອງວັນທີ 14 ພະຈິກ 2022 ນີ້, ທີ່ ຫ້ອງປະຊຸມ ຂອງ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ຫຼວງພະບາງ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ລົງພົບປະຢ້ຽມຢາມ ແລະ ເຮັດວຽກ ຮ່ວມກັບ ພະແນກເຕັກໂນໂລຊີ ແລະ ການສື່ສານ ຊຶ່ງໃຫ້ການຕ້ອນຮັບໂດຍ ທ່ານ ພູມີ ອໍເພັດສານ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ ພ້ອມດ້ວຍຄະນະພະແນກ, ບັນດາຫົວໜ້າ/ຮອງຂະແໜງ ແລະ ອ້າຍນ້ອງວິຊາການພາຍໃນພະແນກ ພ້ອມດ້ວຍບັນດາ ບໍລິສັດ ໂທລະຄົມມະນາຄົມ ແລະ ບໍລິສັດໄປສະນີ ຈໍານວນ 30 ກວ່າທ່ານ.

      ໂອກາດດັ່ງກ່າວ, ທ່ານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຫຼວງພະບາງ ໄດ້ລາຍງານຫຍໍ້ສະພາບພົ້ນເດັ່ນໃນການຈັດຕັ້ງປະຕິບັດວຽກງານຂອງພະແນກ ໃນໄລຍະຜ່ານມາ ໂດຍອີງໃສ່ແຜນພັດທະນາ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ອີງໃສ່ສະພາບແວດລ້ອມ, ຈຸດພິເສດທີ່ຕັ້ງ ແລະ ແຜນຍຸທະສາດ ການພັດທະນາຂອງ ແຂວງ ຫຼວງພະບາງ ພະແນກຈຶ່ງໄດ້ວາງ 6 ເປົ້າໝາຍ ເພື່ອສູ້ຊົນຈັດຕັ້ງປະຕິບັດໃນ 5 ປີ (2021-2025) ຊຶ່ງມີຜົນງານພົ້ນເດັ່ນສະແດງອອກຫຼາຍດ້ານ ເປັນຕົ້ນແມ່ນ: ດ້ານການຈັດຕັ້ງ: ໄດ້ສໍາເລັດການປັບປຸງການຈັດຕ້ັງ ແລະ ບັນຈຸສັບຊ້ອນພະນັກງານເຂົ້າຕໍາແໜ່ງງານ ໂດຍພື້ນຖານ, ປັດຈຸບັນພະແນກເຕັກໂນໂລຊີ ແລະ ການສື່ສານ ປະກອບມີ 05 ຂະແໜງ ຄື: ຂະແໜງ ບໍລິຫານຈັດຕັ້ງ ແລະ ກວດກາ, ຂະແໜງການສື່ສານ, ຂະແໜງໄປສະນີ, ຂະແໜງ ບໍລິຫານລັດດິຈິຕ໋ອນ ແລະ ຄວາມປອດໄພໄຊເບີ, ຂະແໜງ ເຕັກໂນໂລຊີ ແລະ ນະວັດຕະກໍາ; ດ້ານບຸກຄະລາກອນ: ພາຍໃນພະແນກມີພະນັກງານທັງໝົດ 37 ທ່ານ, ຍິງ 16 ທ່ານ, ກົງຈັກຂັ້ນເມືອງ ມີ 03 ເມືອງ ຄື: ເມືອງ ນໍ້າບາກ, ເມືອງ ໂພນໄຊ ແລະ ເມືອງ ນານ ປະກອບມີພະນັກງານທັງໝົດ 12 ທ່ານ, ຍິງ 03 ທ່ານ; ດ້ານວຽກງານວິຊາສະເພາະ: ດ້ານວຽກງານໂທລະຄົມມະນາຄົມ ແລະ ການສື່ສານ ມາເຖິງປັດຈຸບັນ ໃນທົ່ວແຂວງ ມີສະຖານີຮັບສົ່ງສັນຍານໂທລະສັບມືຖືລະບົບຕ່າງໆທັງໝົດ 995 ສະຖານີ, ມີລະບົບສາຍສົ່ງຄວາມໄວສູງ ເຂົ້າເຖິງທຸກເມືອງ ມີຄວາມຍາວ 21.430 ກິໂລແມັດ; ພື້ນທີ່ການໃຫ້ບໍລິການໂທລະຄົມມະນາຄົມລະບົບ 2G ຄວບຄຸມໄດ້ 98%, 3G - 4G ຄວບຄຸມໄດ້ 57% ຂອງບ້ານທັງໝົດໃນທົ່ວແຂວງ; ມີຈໍານວນຜູ້ໃຊ້ໂທລະສັບຕັ້ງໂຕະ ແລະ ມືຖື 1 ລ້ານກວ່າເລກໝາຍ ຫຼື 143 ເລກໝາຍຕໍ່ປະຊາກອນ 100 ຄົນ, ຜູ້ນໍາໃຊ້ອິນເຕີເນັດ (ລະບົບມີສາຍ ແລະ ບໍ່ມີສາຍ) ທັງໝົດ 7 ແສນກວ່າບັນຊີ). ໄດ້ສຸມໃສ່ຂະຫຍາຍເຄືອຂ່າຍອິນເຕີເນັດຄວາມໄວສູງໄປສູ່ພື້ນທີ່ພັດທະນາ, ເສດຖະກິດ ແລະ ການທ່ອງທຽວຢ່າງທົ່ວເຖິງ ເພື່ອອໍານວຍຄວາມສະດວກການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ຍົກລະດັບປະສິດທິພາບການບໍລິຫານ ແລະ ການບໍລິການວຽກງານຂອງທຸກພາກສ່ວນ ໂດຍສະເພາະສາມາດຕອບສະໜອງນະໂຍບາຍນໍາໃຊ້ລະບົບການເກັບລາຍຮັບທີ່ທັນສະໄໝ (TaxRis) ຂອງ ຂະແໜງການເງິນໄດ້ເປັນຢ່າງດີ. ດ້ານວຽກງານໄປສະນີ: ໄດ້ຂະຫຍາຍຕົວໄວ ພາຍຫຼັງທີ່ມີການເປີດກວ້າງການບໍລິການໄປສະນີ (ເມືອກ່ອນ ປນລ ຜູກຂາດ) ມີຫົວໜ່ວຍທຸລກິດໃຫ້ບໍລິການດ້ານໄປສະນີເກີດຂຶ້ນຫຼາຍ ໃນຫຼາກຫຼາຍຮູບການ ໂດຍສະເພາະແມ່ນການບໍລິການຝາກຈັດສົ່ງແຈກຍາຍໄປສະນີພັນ ແລະ ພັດສະດຸພັນທັງພາຍໃນ ແລະ ຕ່າງໆປະເທດ. ມາເຖິງປັດຈຸບັນພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄດ້ຄຸ້ມຄອງການດໍາເນີນທຸລະກິດບໍລິການໄປນີ 10 ກວ່າຫົວໜ່ວຍ ຊຶ່ງເກີດຂຶ້ນໃໝ່ໃນໄລຍະ 3 ປີມານີ້. ດ້ານວຽກງານການຊຸກຍູ້ສົ່ງເສີມການນໍາໃຊ້ລະບົບດິຈິຕ໋ອນເຂົ້າໃນການບໍລິຫານລັດ: ໄດ້ຮັບການຈັດຕັ້ງປະຕິບັດມີຄວາມຄືບໜ້າຈໍານວນໜຶ່ງ ໂດຍສະເພາະ ການສົ່ງເສີມການນໍາໃຊ້ລະບົບກອງປະຊຸມທາງໄກ ໄດ້ 18 ຄັ້ງ ໃນນີ້ ນໍາໃຊ້ລະບົບກອງປະຊຸມທາງໄກຂອງລັດຖະບານ 03 ຫ້ອງການ; ໄດ້ຕິດຕັ້ງ ແລະ ລົງທະບຽນນໍາໃຊ້ລະບົບແລກປ່ຽນຂໍ້ມູນຂ່າວສານທັນສະໄໝ (G-Web,  G-Chat, G-share...) 127 ບັນຊີ. ໄດ້ສຸມໃສ່ຂະຫຍາຍເຄືອຂ່າຍອິນເຕີເນັດຄວາມໄວສູງໄປສູ່ພື້ນທີ່ພັດທະນາ, ເສດຖະກິດ ແລະ ການທ່ອງທຽວຢ່າງທົ່ວເຖິງ ເພື່ອອໍານວຍຄວາມສະດວກ ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ຍົກລະດັບປະສິດທິພາບການບໍລິຫານ ແລະ ການບໍລິການວຽກງານຂອງທຸກພາກສ່ວນ ໂດຍສະເພາະການນໍາໃຊ້ລະບົບການເກັບລາຍຮັບທີ່ທັນສະໄໝ (TaxRis) ຂອງ ຂະແໜງການເງິນ.

      ກອງປະຊຸມຍັງໄດ້ສົນທະນາແລກປ່ຽນຄໍາຄິດເຫັນກ່ຽວກັບວຽກງານປິ່ນອ້ອມ ຂະແໜງເຕັກໂນໂລຊີ ແລະ ການສື່ສານ ລະຫວ່າງຂັ້ນສູນກາງ ແລະ ທ້ອງຖິ່ນ ຢ່າງກົງໄປກົງມາ ໂດຍສະເພາະແມ່ນຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕ່າງໆໃນການປະຕິບັດວຽກງານ.

      ຕອນທ້າຍຂອງກອງປະຊຸມ, ຍັງໄດ້ເປັນກຽດຮັບຟັງການໂອ້ລົມຂອງ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງພະແນກ ພ້ອມທັງເນັ້ນໜັກຕໍ່ ຄະນະພະແນກ ພ້ອມດ້ວຍອ້າຍນ້ອງພະນັກງານໃຫ້ເອົາໃຈໃສ່ກໍ່ສ້າງບຸກຄະລາກອນໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ ໄປຄຽງຄູ່ກັບວຽກງານວິຊາສະເພາະ, ໂຄສະນາເຜີຍແຜ່ໃຫ້ສັງຄົມເຂົ້າໃຈ ເພື່ອລຶບລ້າງຄວາມກືກດິຈິຕ໋ອນ, ປະສານສົບທົບກັບ ຫ້ອງການ, ກົມ, ສູນ, ສະຖາບັນ ຂອງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ບັນດາບໍລິສັດຄູ່ຮ່ວມ ເພື່ອຈັດກອງປະຊຸມສໍາມະນາ, ສຶກສາຄົ້ນຄວ້າການຫັນເປັນທັນສະໄໝຂອງແຂວງ ພ້ອມນັ້ນ, ກໍໃຫ້ສືບຕໍ່ປະຕິບັດວຽກງານອື່ນໆທີ່ຕິດພັນກັບພາລະບົດບາດ ແລະ ໜ້າທີ່ ຂອງຕົນໃຫ້ເກີດດອກອອກຜົນ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ