17/11/2022

ໃນຕອນບ່າຍຂອງວັນທີ 11 ພະຈິກ 2022, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດພິທີປິດຊຸດຝຶກອົບຮົມວຽກງານກໍ່ສ້າງພັກ ຊຸດທີ V ໂດຍການເປັນປະທານຮ່ວມຂອງ ສະຫາຍ ຄຳພູ ດວງຖະໝອມ, ຄະນະປະຈຳພັກກະຊວງ, ເລຂາໜ່ວຍພັກກົມຈັດຕັ້ງ ແລະ ພະນັກງານ ແລະ ສະຫາຍ ນາງ ສີບານ ສີສະອາດ, ຄະນະບໍລິຫານພັກ, ຄະນະຈັດຕັ້ງສູນກາງພັກ, ຮັກສາການຫົວໜ້າກົມກໍ່ສ້າງພັກ ຊຶ່ງມີບັນດາ ສະຫາຍ ເລຂາໜ່ວຍພັກ, ຫ້ອງການ, ກົມ, ສະຖາບັນ, ສູນ, ອົງການ ແລະ ຄະນະພັກຮາກຖານບໍລິສັດ ລັດວິສາຫະກິດ ທີ່ຂຶ້ນກັບອົງຄະນະພັກ ກຕສ ເຂົ້າຮ່ວມ.
ສະຫາຍ ນາງ ສຸພາລັກ ສີລາເພັດ, ຫົວໜ້າຫ້ອງການອົງຄະນະພັກ ແລະ ອົງການຈັດຕັ້ງມະຫາຊົນ, ຮອງກົມຈັດຕັ້ງ ແລະ ພະນັກງານ, ກຕສ ໄດ້ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ: ຊຸດຝຶກອົບຮົມ ວຽກງານກໍ່ສ້າງພັກ-ພະນັກງານ ຊຸດທີ V ໃຫ້ບັນດາສະຫາຍເລຂາ, ຮອງເລຂາ, ຄະນະໜ່ວຍພັກ, ຄະນະພັກຮາກຖານ ແລະ ບັນດາສະຫາຍ ກອງເລຂາຜູ້ຊ່ວຍວຽກພັກຂອງບັນດາໜ່ວຍພັກ ທົ່ວອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ດຳເນີນເປັນເວລາ 3 ວັນ, ນັບແຕ່ວັນທີ 9 ຕຸລາ 2022 ເປັນຕົ້ນມາ. ຜູ້ເຂົ້າຮ່ວມໃນຄັ້ງນີ້ທັງໝົດ 72 ສະຫາຍ, ຍິງ 24 ສະຫາຍ, ໃນນີ້້ ມີຮອງເລຂາໜ່ວຍພັກ 6 ສະຫາຍ, ຍິງ 2 ສະຫາຍ, ຄະນະໜ່ວຍພັກ 12 ສະຫາຍ, ຍິງ 4 ສະຫາຍ, ສະມາຊິກພັກສົມບູນ 51 ສະຫາຍ, ຍິງ 21 ສະຫາຍ, ສະມາຊິກພັກສຳຮອງ 3 ສະຫາຍ, ຍິງ 1 ສະຫາຍ.
ຈຸດປະສົງຂອງການຝຶກອົບຮົມ ກໍເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານການເມືອງໃນໄລຍະໃໝ່, ເຊື່ອມຊຶມບັນດາເອກະສານ ທິດສະດີມາກ-ເລນິນ, ຄວາມຈຳເປັນໃນການປ່ຽນແປງແບບແຜນການນຳພາຂອງພັກ, ແມ່ນຄວາມຕ້ອງການອັນຈຳເປັນພາວະວິໃສ ແນໃສ່ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງພັກ ໃນໄລຍະໃໝ່ນີ້, ພັກເຮົາຍິ່ງສືບຕໍ່ຢືດໝັ້ນ ແລະ ເສີມຂະຫຍາຍແບບແຜນນຳພາທີ່ເປັນມູນເຊື້ອອັນດີງາມຂອງພັກ ແລະ ເປີດກວ້າງການພົວພັນກັບສາກົນ, ໄປພ້ອມກັບການເພີ້ມທະວີແບບແຜນການນຳພາທີ່ມີວິທະຍາສາດ, ແທດເໝາະກັບຕົວຈິງ ແລະ ປະຊາທິປະໄຕ.
ຊຸດຝຶກອົບຮົມໃນຄັ້ງນີ້, ນັກສຳມະນາກອນຍັງໄດ້ຮັບຮູ້ເຖິງດ້ານເນື້ອໃນ, ຫຼັກສູດ, ເອກະສານ ຝຶກອົບຮົມ ແລະ ຍັງສາມາດຖອດຖອນບົດຮຽນທີ່ໄດ້ຮຽນມາທີ່ມີຄຸນປະໂຫຍດຫຼາຍຕໍ່ກັບພະນັກງານຫຼັກແຫຼ່ງ, ພະນັກງານນຳພາ. ນອກຈາກນັ້ນ, ຍັງກຳແໜ້ນບັນດານິຕິກຳກົດໝາຍຂອງລັດ, ບັນດານິຕິກຳຄຳແນະນຳກ່ຽວກັບວຽກງງານກໍ່ສ້າງພັກ-ພະນັກງານ ເພື່ອຫັນເອົາທິດສະດີດັ່ງກ່າວ ເຂົ້າໃນແຜນວຽກລະອຽດໃຫ້ປະກົດຜົນເປັນຈິງ ແລະ ເພີ່ມທະວີເຂົ້າໃນການກໍ່ສ້າງໜ່ວຍພັກ, ສະມາຊິກພັກ ແລະ ບັນດາສະຫາຍກອງເລຂາທີ່ເປັນເສນາທິການໃຫ້ຄະນະພັກ-ຄະນະນຳທີ່ມີຄວາມຮັບຜິດຊອບສູງ, ມີແຜນງານອັນລະອຽດຕໍ່ວຽກງານກໍ່ສ້າງພັກ-ພະນັກງານ, ຕິດຕາມກວດກາວາງແຜນ, ການປະຕິບັດຕົວຈິງ ແລະ ປະສານງານກັບພາກສ່ວນທີ່ກ່ຽວຂ້ອງໃຫ້ເຂັ້ມແຂງ.
ພາບ ແລະ ຂ່າວ: ນາງ ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ