17/11/2022

ກົມເຕັກໂນໂລຊີດິຈິຕ໋ອນ (ກຕດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ສະພາແຫ່ງຊາດ, ໄດ້ຈັດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ (ສະບັບປັບປຸງ) ຂຶ້ນໃນວັນທີ 14 ພະຈິກ 2022, ທີ່ຫ້ອງປະຊຸມ ຊັ້ນ 4 ຂອງ ກຕສ, ໃຫ້ກຽດເປັນປະທານຂອງ ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ, ມີບັນດາ ທ່ານ ຮອງຫົວໜ້າຫ້ອງວ່າການປະທານປະເທດ, ຮອງປະທານກຳມາທີການກົດຫມາຍ, ຮອງລັດຖະມົນຕິ ກະຊວງຍຸຕິທໍາ, ຮອງລັດຖະມົນຕີ ກຕສ, ຫົວໜ້າກົມ/ຮອງກົມ, ຫົວໜ້າພະແນກ/ຮອງພະແນກ ພ້ອມດ້ວຍບັນດາພະແນກທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 30 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມກວດກາເນື້ອໃນຮອບດ້ານຮ່າງກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ ໃນຄັ້ງນີ້ ມີເປົ້າໝາຍເພື່ອໃຫ້ກົດໝາຍສະບັບນີ້ ເປັນເຄື່ອງມືຊຸກຍູ້ໃຫ້ການຄຸ້ມຄອງລັດດ້ານວຽກງານທຸລະກຳທາງເອເລັກໂຕຣນິກ ມີປະສິດທິພາບ, ເຮັດໃຫ້ເນື້ອໃນ ຂອງກົດໝາຍມີຄວາມຈະແຈ້ງ, ລະອຽດ, ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງການພັດທະນາ ເສດຖະກິດ-ສັງຄົມໃນໄລຍະປັດຈຸບັນ, ສາມາດເຊື່ອມໂຍງກັບພາກພື້ນ ແລະ ສາກົນ ກ່ອນຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ IV ຂອງສະພາແຫ່ງຊາດ ຊຸດທີ IX.
ກົດໝາຍວ່າດ້ວຍທຸລະກຳທາງເອເລັກໂຕຣນິກ (ສະບັບປີ 2012) ໄດ້ຖືກຮັບຮອງຈາກກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VII ແລະ ທ່ານ ປະທານປະເທດແຫ່ງ ສປປ ລາວ ໄດ້ປະກາດໃຊ້ກົດໝາຍສະບັບດັ່ງກ່າວໃນວັນທີ 17 ມັງກອນ 2013 ເປັນຕົ້ນມາ ໃນໄລຍະເວລາ 10 ກ່ວາປີ ພາຍຫຼັງກົດໝາຍສະບັບນີ້ໄດ້ປະກາດໃຊ້ກໍ່ມີບົດບາດສຳຄັນເຂົ້າໃນວຽກງານການຄຸ້ມຄອງ ສົ່ງເສີມ ການເຮັດທຸລະກຳທາງເອເລັກໂຕຣນິກ ເຮັດໃຫ້ການເຮັດທຸລະກຳແບບອອນລາຍ ຢູ່ພາຍໃນປະເທດນັບມື້ນັບຂະຫຍາຍຕົວຢ່າງກວ້າງຂວາງໃນພຶດຕິກໍາຕົວຈິງຂອງການດຳລົງຊີວິດປະຈໍາວັນເຮົາຈະພົບເຫັນການເຮັດທຸລະກຳທາງເອເລັກໂຕຣນິກໄດ້ຢ່າງແຜ່ຫຼາຍ ເປັນຕົ້ນການຊຳລະຄ່າສາທາລະນຸປະໂພກຜ່ານແອັບພລິເຄເຊິນເທິງມືຖື (ຄ່າໄຟຟ້າ, ຄ່ານໍ້າປະປາ,...ອື່ນໆ), ການຈັບຈ່າຍໃຊ້ສອຍປະຈຳວັນ, ທຸລະກິດ-ບໍລິການ ບາງຫົວໜ່ວຍ ໄດ້ພະຍາຍາມແຂ່ງຂັນກັນຫັນປ່ຽນຈາກຮູບແບບບໍລິການດັ້ງເດີມ ມານຳໃຊ້ເຕັກໂນໂລຊີທັນສະໄໝ ເຊັ່ນ: ລະບົບ e-Banking, e-Payment, e-Commerce, e-Services, Logistic ແລະ ອື່ນໆ. ສຳລັບອົງການລັດເອງ ເຫັນວ່າມີການປະຍຸກໃຊ້ເຕັກໂນໂລຊີເຂົ້າມານຳໃຊ້ໃນຂອດບໍລິການ ຂອງລັດຫຼາຍຂຶ້ນ ເຊັ່ນ: ລະບົບຊຳລະຄ່າທຳນຽມ, ລະບົບໜັງສືຜ່ານແດນເອເລັກໂຕຣນິກ (e-Passport), ລະບົບພາສີເອເລັກໂຕຣນິກ (ASYCUDA), ລະບົບອາກອນເອເລັກໂຕຣນິກ (TaxRIS) ແລະ ອື່ນໆ.
ຄຽງຄູ່ກັນນັ້ນ, ກໍໄດ້ມີການຄົ້ນຄວ້າສ້າງ, ປັບປຸງກົດໝາຍ ແລະ ນິຕິກໍາກ່ຽວຂ້ອງຈຳນວນໜຶ່ງອອກມາ. ນອກນັ້ນ, ກໍມີການເປີດກວ້າງການພົວພັນຮ່ວມມືກັບສາກົນຕາມທິດທາງ ແລະ ນະໂຍບາຍຂອງພັກ-ລັດຖະບານກໍລາວເຮົາກໍໄດ້ມີການເຈລະຈາເຂົ້າຮ່ວມເປັນພາຄີໃນສົນທິສັນຍາ ແລະ ສັນຍາຮ່ວມມືສາກົນຕ່າງໆ ຊຶ່ງສະແດງໃຫ້ເຫັນວ່າ ທ່າອ່ຽງຂອງການພັດທະນາ ຄືຄວາມກ້າວໜ້າຂອງເຕັກໂນໂລຊີ ເປັນປັດໄຈທີ່ສຳຄັນກໍ່ໃຫ້ເກີດມີການຫັນປ່ຽນພຶດຕິກຳ ແລະ ວິທີການຂອງຜູ້ຄົນ, ສະນັ້ນ ເພື່ອປັບຕົວໃຫ້ທັນ ແລະ ເຂົ້າກັບສະພາບການພັດທະນເສດຖະກິດ-ສັງຄົມ ຂອງຍຸກ ມັນມີຄວາມຈໍາເປັນທີ່ພວກເຮົາເອງກໍຕ້ອງໄດ້ພິຈາລະນາປັບປຸງຕົນເອງໃຫ້ເຂົ້າກັບທ່າອ່ຽງຂອງສາກົນ ໂດຍ ຈຳເປັນຕ້ອງໄດ້ປັບປຸງສະພາບແວດລ້ອມ, ກົນໄກໃນການຄຸ້ມຄອງ, ສົ່ງເສີມ, ການໝູນໃຊ້ເຕັກໂນໂລຊີຂອງຍຸກ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃຫ້ທັນສະພາບ.
ພາບ ແລະ ຂ່າວ: ນາງ ທັດສະນີ ພົງບັນດິດ