ກອງປະຊຸມລັດຖະມົນຕີດິຈິຕ໋ອນ ອາຊີ - ປາຊີຟິກ ຄັ້ງທີ 1

22/11/2022

     ກອງປະຊຸມລັດຖະມົນຕີດິຈິຕ໋ອນ ອາຊີ - ປາຊີຟິກ ຄັ້ງທີ 1

           ໃນລະຫວ່າງວັນທີ 9-10 ພະຈິກ 2022 ຜ່ານມານີ້, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມລັດຖະມົນຕີດິຈິຕ໋ອນ ອາຊີ-ປາຊີຟິກ ຄັ້ງທີ 1 ປະຈໍາປີ 2022 (The First Asia-Pacific Digital Ministerial Conference 2022) ແລະ ເວທີການຫັນເປັນດິຈິຕ໋ອນ ອາຊີ-ປາຊີຟິກ (Asia-Pacific Digital Transformation Forum) ທີ່ຈັດຂຶ້ນໂດຍ ກະຊວງວິທະຍາສາດ ແລະ ICT ຂອງ ສ. ເກົາຫຼີ (MSIT) ແລະ ຄະນະກຳມະທິການເສດຖະກິດ ແລະ ສັງຄົມແຫ່ງສະຫະປະຊາຊາດ ສຳລັບອາຊີ ແລະ ປາຊີຟິກ (UNESCAP) ທີ່ ໂຊນ, ສ. ເກົາຫຼີ.

           ຈຸດປະສົງຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອປຶກສາຫາລືນະໂຍບາຍກ່ຽວກັບການຫັນເປັນດິຈິຕ໋ອນ, ສະຖານະພາບ, ແນວທາງ ແລະ ສິ່ງທ້າທາຍຕ່າງໆໃນວຽກງານການຫັນເປັນດິຈິຕ໋ອນ ໃນການເພີ່ມໂອກາດການຮ່ວມມືດ້ານດິຈິຕ໋ອນຢູ່ໃນພາກພື້ນ, ແລະ ປຶກສາຫາລືກ່ຽວກັບຂໍ້ລິເລີ່ມຂໍ້ມູນຂ່າວສານຄວາມໄວສູງ (Information Superhighway Initiative 2022-2026) ທີ່ແນ່ໃສ່ການພັດທະນາສັງຄົມ ແລະ ເສດຖະກິດດິຈິຕ໋ອນ.

          ໃນກອງປະຊຸມ ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ຮັບກຽດມີຄໍາເຫັນໃນກອງປະຊຸມ ຊຶ່ງທ່ານໄດ້ສະແດງຄວາມຊົມເຊີຍການເປັນເຈົ້າພາບ ຈັດກອງປະຊຸມລະດັບລັດຖະມົນຕີ ICT ຂອງ ກະຊວງວິທະຍາສາດ ແລະ ICT ສ. ເກົາຫຼີ ຄົບຮອບ 16 ປີ ແລະ ການສະເຫຼີມສະຫຼອງການສ້າງຕັ້ງອົງການ UNESCAP ຄົບຮອບ 75 ປີ. ພ້ອມນີ້, ທ່ານໄດ້ເນັ້ນການໃຫ້ຄວາມສຳຄັນຂອງລັດຖະບານ ສປປ ລາວ ຕໍ່ກັບການພັດທະນາວຽກງານການຫັນເປັນດິຈິຕ໋ອນ ແລະ ການນໍາໃຊ້ເຕັກໂນໂລຊີດິຈິຕ໋ອນ ເຂົ້າໃນການຟຶ້ນຟູເສດຖະກິດ-ສັງຄົມ ໃນຍຸກຫຼັງໂຄວິດ-19. ພ້ອມທັງ ໄດ້ຍົກໃຫ້ເຫັນບັນດາຜົນສຳເລັດຜ່ານມາຂອງ ສປປ ລາວ ໃນວຽກງານການສ້າງນະໂຍບາຍ ແລະ ນິຕິກໍາຕ່າງໆທີ່ຕິດພັນ ໂດຍສະເພາະການຮັບຮອງເອົາວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ແຜນຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 5 ປີ (2021-2025). ນອກນີ້ ລັດຖະບານ ສປປ ລາວ ຍັງໄດ້ເປີດກວ້າງການຮ່ວມມືກັບບັນດາຄູ່ຮ່ວມເຈລະຈາ ແລະ ອົງການຈັດຕັ້ງສາກົນຕ່າງໆ ເປັນຕົ້ນ ການເຂົ້າຮ່ວມຢ່າງຕັ້ງໜ້າໃນເວທີລະດັບສາກົນເຊັ່ນ: ASEAN, APT, ITU, UNESCAP.

            ໂດຍ: ພະແນກອົງການຈັດຕັ້ງສາກົນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ