ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະພາປະຊາຊົນ ເມືອງ ເຕີຍໂຮ ສສ ຫວຽດນາມ

22/11/2022

ລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານສະພາປະຊາຊົນ ເມືອງ ເຕີຍໂຮ ສສ ຫວຽດນາມ

ໃນວັນທີ 28 ຕຸລາ 2022, ທີ່ຫ້ອງຮັບເເຂກຂອງກະຊວງເຕັກໂນໂລຊີ ແລະ ການສຶື່ສານ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ນາງ ເລ ທິ ທູ ຮັ່ງ, ກຳມະການພັກນະຄອນຫຼວງ, ເລຂາພັກເມືອງເຕີຍໂຮ, ປະທານສະພາປະຊາຊົນເມືອງ ເຕີຍໂຮ ສສ ຫວຽດນາມ ພ້ອມດ້ວຍຄະນະ ເນື່ອງໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

       ໃນໂອກາດດັ່ງກ່າວ, ທ່ານ ນາງ ເລ ທິ ທູ ຮັ່ງ ໄດ້ສະເເດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ທີ່ໃຫ້ກຽດຕ້ອນຮັບ ອັນອົບອຸ່ນ ໃນຄັ້ງນີ້, ພ້ອມທັງໄດ້ລາຍງານຈຸດປະສົງຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ກໍເພື່ອເສີມຂະຫຍາຍການຮ່ວມມື ລະຫວ່າງ ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ເມືອງ ເຕີຍໂຮ, ສສ ຫວຽດນາມ ທີ່ໄດ້ມີການຮ່ວມມືເເຕ່ປີ 2001 ເປັນຕົ້ນມາ, ໃນວັນທີ 16  ພະຈິກ ສອງເມືອງກໍໄດ້ມີການລົງນາມບົດບັນທຶກ ໂດຍມີເນື້ອໃນຈຸດປະສົງໃນການຮ່ວມມືສ້າງຕົວເມືອງຫັນເປັນດິຈິຕ໋ອນ ຄື: ການນໍາໃຊ້ລະບົບດິຈິຕ໋ອນໃນການບໍລິຫານຕົວເມືອງ ແລະ ຄຸ້ມຄອງປະຊາຊົນ, ການສຶກສາພັດທະນາຊັບພະຍາກອນມະນຸດ ຂອງສອງເມືອງ.

         ໂອກາດດຽວກັນນັ້ນ, ທ່ານ ລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການເອົາໃຈໃສ່ຊຸກຍູ້ການຮ່ວມມື ຂອງເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ ແລະ ເມືອງເຕີຍໂຮ, ສສ ຫວຽດນາມ ໂດຍສະເພາະແມ່ນການເຄື່ອນໄຫວຢ້ຽມຂອງ ທ່ານ ນາງ ເລ ທິ ທູ ຮັ່ງ, ກຳມະການພັກນະຄອນຫຼວງ, ເລຂາພັກເມືອງເຕີຍໂຮ, ປະທານສະພາປະຊາຊົນເມືອງ ເຕີຍໂຮ ແລະ ຄະນະຜູ້ແທນຈາກ ເມືອງ ເຕີຍໂຮ  ຄັ້ງນີ້ທີ່ມີຄວາມໝາຍຢ່າງຍິ່ງໃນປີສາມັກຄີມິດຕະພາບພິເສດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ປີ 2022 ທີ່ທຸກພາກສ່ວນກໍມີການຈັດກິດຈະກຳເເລກປ່ຽນສະເຫຼີມສະຫຼອງສອງວັນປະຫວັດສາດສໍາຄັນ ລາວ-ຫວຽດນາມ, ຫວຽດນາມ-ລາວ ຢ່າງຟົດຟື້ນ. ທ່ານຍັງໄດ້ໃຫ້ຊາບກ່ຽວກັບ ການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ແລະ ກະຊວງຖະເເຫຼງຂ່າວ ແລະ ການສື່ສານ ສສ ຫວຽດນາມ ຊຶ່ງໄດ້ມີການພົບປະກັນຫຼາຍຄັ້ງ, ບັນດາແຜນການຮ່ວມມື, ການຈັດພົບປະເເລກປ່ຽນວັດທະນາທຳ ລະຫວ່າງ ສອງປະເທດ, ການຮ່ວມມືລະຫວ່າງສະມາຄົມ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍໄດ້ມີການຮ່ວມມືລັກສະນະພິເສດ ໂດຍການສົ່ງເສີມໃຫ້ນັກສຶກສາລາວທີ່ໄປສຶກສາ ຢູ່່ ສສ ຫວຽດນາມ ມີພໍ່ຮັກ ແມ່ຮັກເປັນຄົນຫວຽດນາມ ເພື່ອສ້າງພື້ນຖານການຮ່ວມມື ລາວ-ຫວຽດນາມ ທີ່ເຂັ້ມເເຂງ, ສໍາລັບການຮ່ວມມືລະຫວ່າງສອງເມືອງກ່ຽວກັບວຽກງານຫັນເປັນດິຈິຕ໋ອນນັ້ນ ແມ່ນເຫັນດີສະໜັບສະໜູນ ແລະ ຫວັງວ່າຈະມີການຊຸກຍູ້ໃຫ້ມີການຮ່ວມມືລະຫວ່າງບັນດາເມືອງໃຫ້ຫຼາຍຂຶ້ນຕື່ມ.

          ຂຽນຂ່າວ ແລະ ຮູບ: ທ່ານ ພຸດດາວອນ ພາສຸວັນ

 

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ