23/11/2022

ໃນວັນທີ 21 ພະຈິກ 2022 ຜ່ານມາ, ສູນບໍລິຫານລັດດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ຮ່ວມກັບ ກຸ່ມບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ສສ ຫວຽດນາມ (Vietnam Post and Telecommunications (VNPT)) ໄດ້ຈັດກອງປະຊຸມສຳມະນາ ແລກປ່ຽນບົດຮຽນການພັດທະນາລັດຖະບານດິຈິຕ໋ອນ (Digital Government Solution Workshop) ຂຶ້ນທີ່ໂຮງແຮມ ຄລາວພຣາຊາ, ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ພູຂົງ ຈິດຮູບໂລກ, ຄະນະປະຈຳພັກ, ຫົວໜ້າຫ້ອງການ ກຕສ ແລະ ທ່ານ ຫງວຽນຈ່ອງຫງຽຍ, ຫົວໜ້າກົມຂອງບໍລິສັດ ວີນາໂຟນ, ກຸ່ມບໍລິສັດ ໄປສະນີ ແລະ ໂທລະຄົມມະນາຄົມ ສສ ຫວຽດນາມ ຊຶ່ງມີຕາງໜ້າຈາກບັນດາກະຊວງ/ອົງການທຽບເທົ່າ, ບັນດາກົມ, ສູນ, ສະຖາບັນ ພາຍໃນ ກຕສ, ບໍລິສັດສິ ລິຈະເລີນໄຊ ແລະ ຄະນະຈາກບໍລິສັດ VNPT ສສ ຫວຽດນາມ ເຂົ້າຮ່ວມທັງໝົດ ຈໍານວນ 80 ກວ່າທ່ານ.
ລັດຖະບານໄດ້ຕີລາຄາສູງ ຕໍ່ກັບວຽກງານການພັດທະນາລັດຖະບານດິຈິຕ໋ອນ ໂດຍສະເພາະແມ່ນໄດ້ເປີດກວ້າງການຮ່ວມມືກັບພາກສ່ວນຕ່າງໆ ທັງພາຍໃນ, ພາກພື້ນ ແລະ ສາກົນ ພ້ອມທັງກຳນົດເອົາວຽກງານດັ່ງກ່າວ ເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາເສດຖະກິດ ກໍຄຶການສ້າງສາ ແລະ ພັດທະນາປະເທດຊາດ. ສສ ຫວຽດນາມ ກໍເປັນ ປະເທດ ໜຶ່ງທີ່ມີ ຄວາມກ້າວໜ້າ ໃນການພັດທະນາດ້ານດິຈິຕ໋ອນ ແລະ ລັດຖະບານ ດິຈິຕ໋ອນ ທີ່ໂດດເດັ່ນໃນຂົງເຂດອາຊີ. ໃນໄລຍະຜ່ານມາ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍໄດ້ຮ່ວມມືກັບ ສສ ຫວຽດນາມ ຫຼາຍດ້ານ ເປັນຕົ້ນແມ່ນ: ກະຊວງ ຖະແຫຼງຂ່າວ ແລະ ການສື່ສານ ແລະ ບໍລິສັດ VNPT ສສ ຫວຽດນາມ ໄດ້ໃຫ້ການຮ່ວມມື ໃນດ້ານການພັດທະນາບຸກຄະລາກອນ ໄອຊີທີ ແລະ ການສະໜອງລະບົບຫ້ອງການທັນສະໄໝໃຫ້ແກ່ ກຕສ, ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງແຜນການ ແລະ ການລົງທືນ ແລະ ພາກສ່ວນອື່ນໆ. ນອກນັ້ນ, ກຕສ ກໍໄດ້ຮ່ວມມືກັບ ບໍລິສັດ ສິຣິຈະເລີນໄຊ ຈຳກັດ ໃນການຄົ້ນຄວ້າສ້າງລະບົບສູນກາງແລກປ່ຽນຂໍ້ມູນຂ່າວສານຂອງພາກລັດພາຍໃນປະເທດ (Government Data Exchange, GDX) ທີ່ຈະເປັນເຄື່ອງມືໃຫ້ແກ່ລັດຖະບານໃນການສົ່ງເສີມວຽກງານບໍລິຫານ ແລະ ບໍລິການລັດ ເປັນດິຈິຕ໋ອນ ແລະ ທັນສະໄໝ ບົນພື້ນຖານການປະຢັດງົບປະມານ ແລະ ຫຼີກລ່ຽງການພັດທະນາທີ່ຊໍ້າຊ້ອນຂອງບັນດາຂະແໜງການຕ່າງໆ ຊຶ່ງໄດ້ລົງສຳຫຼວດເກັບກັບຂໍ້ມູນຢູ່ບັນດາກະຊວງ ແລະ ອົງການຈັດຕັ້ງທຽບເທົ່າ. ໃນໂອກາດດຽວກັນນີ້, ໃນກອງປະຊຸມ ຍັງໄດ້ນຳສະເໜີກ່ຽວກັບຄວາມຄືບໜ້າວຽກງານດັ່ງກ່າວໃຫ້ບັນດາກະຊວງ ແລະ ອົງການຈັດຕັ້ງທຽບເທົ່າໄດ້ຮັບຊາບ.
ກອງປະຊຸມໃນຄັ້ງນີ້ ໄດ້ຮັບຟັງການນຳສະເໜີຂອງຊ່ຽວຊານຈາກ ບໍລິສັດ VNPT ສສ ຫວຽດນາມ ໃນຫຼາຍໆ ຫົວຂໍ້ຕ່າງໆ ເຊັ່ນ: ສະພາບການພັດທະນາລະບົບບໍລິຫານລັດດິຈິຕ໋ອນ ຂອງ ສສ ຫວຽດນາມ, ລະບົບປະຕູຂໍ້ມູນແຫ່ງຊາດ (iGate Portal), ລະບົບການລາຍງານແບບທັນສະໄໝ (National Reporting System) ແລະ ລະບົບອື່ນໆ ຊຶ່ງຈະເປັນຂໍ້ມູນ ແລະ ບົດຮຽນ ໃຫ້ແກ່ ບັນດາກະຊວງ ແລະ ອົງການຈັດຕັ້ງທຽບເທົ່າໃນການກຳນົດແຜນພັດທະນາວຽກງານການຫັນຂະແໜງການຂອງຕົນໃຫ້ເປັນທັນສະໄໝ. ພ້ອມນີ້, ຍັງໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມ ຖາມ-ຕອບ ແລະ ປະກອບຄຳເຫັນຕໍ່ກອງປະຊຸມ ຊຶ່ງເຕັມໄປດ້ວຍບັນຍາກາດຟົດຟື້ນ, ກົງໄປກົງມາ ແລະ ເປັນປະໂຫຍດ ເພື່ອລະດົມແນວຄວາມຄິດ ໃນການພັດທະນາວຽກງານດັ່ງກ່າວໃຫ້ສົມບູນ ແລະ ມີປະສິດທິພາບສູງຂຶ້ນ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປເປັນເວລາໜຶ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ຂ່າວ: ສູນບໍລິຫານລັດດິຈິຕ໋ອນ
ພາບ: ພະແນກປະຊາສໍາພັນ, ຫ້ອງການກະຊວງ.