25/11/2022

ໃນຕອນເຊົ້າຂອງວັນທີ 24 ພະຈິກ 2022 ນີ້, ທີ່ຫ້ອງປະຊຸມ ກົມເຕັກໂນໂລຊີ ແລະ ນະວັດຕະກໍາ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ມີພິທີປະກາດການແຕ່ງຕັ້ງ ພາຍໃນກະຊວງ ຂຶ້ນ. ໃຫ້ກຽດເຂົ້າຮ່ວມເປັນທານ ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ ມີທ່ານຮອງລັດຖະມົນຕີ, ບັນດາຄະນະກົມ/ທຽບເທົ່າ, ຄະນະພະແນກ/ທຽບເທົ່າ ແລະ ສະມາຊິກພັກສົມບູນ/ສໍາຮອງ ເຂົ້າຮ່ວມ.
ໃນພິທີ ທ່ານ ສຸລິຍາ ພົມມີສິດ ຮອງຫົວຫນ້າກົມຄຸ້ມຄອງພະນັກງານ, ຕາງຈາກຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍ ການແຕ່ງຕັ້ງຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະບັບເລກທີ: 257/ນຍ, ລົງວັນທີ 16 ພະຈິກ 2022 ແຕ່ງຕັ້ງ ທ່ານ ແກ້ວວິສຸກ ໂສລະພົມ ເປັນຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ຄໍາພູ ດວງຖະໜອມ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ, ກຕສ ໄດ້ຜ່ານຂໍ້ຕົກລົງວ່າດ້ວຍ ການຍົກຍ້າຍພະນັກງານຂັ້ນຫົວໜ້າກົມ ກຕສ ສະບັບເລກທີ 3409/ກຕສ, ລົງວັນທີ 23 ພະຈິກ 2022 ເຫັນດີຍົກຍ້າຍ ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມາເປັນ ຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຮອງຫົວໜ້າກົມເປັນຜູ້ຮັກສາການຫົວໜ້າສູນ, ສະບັບເລກທີ: 3410/ກຕສ, ລົງວັນທີ 23 ພະຈິກ 2022 ແຕ່ງຕັ້ງ ທ່ານ ນາງ ເກສອນ ສຸລິວົງ ຮອງຫົວໜ້າກົມໄປສະນີ ເປັນຜູ້ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍຖອດເຕັກໂນໂລຊີ, ກຕສ, ພ້ອມນີ້, ຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງພະນັກງານຂັ້ນຫົວໜ້າພະແນກ ແລະ ຮອງຫົວໜ້າພະແນກ ຂອງ ກະຊວງ, ສະບັບເລກທີ 3408/ກຕສ ລົງວັນທີ 23 ພະຈິກ 2022 ເພື່ອສືບຕໍ່ຈັດຕັ້ງປະຕິບັດຊີ້ນໍາ-ນໍາພາວຽກງານ, ແຜນຍຸດທະສາດຂອງ ກຕສ ໃຫ້ໄດ້ຮັບຜົນສໍາເລັດ.
ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ບໍ່ວ່າຈະເປັນຂັ້ນຮອງລັດຖະມົນຕີ, ຂັ້ນຫົວໜ້າສູນ, ຮັກສາການຫົວໜ້າສູນ ແລະ ຂັ້ນພະແນກ/ຮອງພະແນກ ຊຶ່ງລ້ວນແລ້ວແຕ່ເປັນຜູ້ທີ່ໄດ້ຮັບຄວາມໄວ້ວາງໃຈຈາກອ້າຍນ້ອງພະນັກງານ-ສະມາຊິກພັກ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ ຜູ້ທີ່ຖືກແຕ່ງຕັ້ງ ຈົ່ງສືບຕໍ່ຂະຫຍາຍມູນເຊື້ອ ຊີ້ນໍາ-ນໍາພາ ຈັດຕັ້ງປະຕິບັດວຽກງານການຫັນເປັນດິຈິຕ໋ອນ ແລະ ການຫັນເປັນທັນສະໄໝ ໃຫ້ປະສົບຜົນສໍາເລັດ ພ້ອມທັງຍົກລະດັບຄວາມຮູ້ຄວາມສາມາດ, ສືບຕໍ່ປັບປຸງການຈັດຕັ້ງໃຫ້ມີຄວາມແຂງແຮງ, ເພີ່ມທະວີໃຫ້ອົງຄະນະພັກມີເຂັ້ມແຂງ, ໂປ່ງໃສ ແລະ ໜັກແໜ້ນ ແລະ ຮຽກຮ້ອງໃຫ້ສືບຕໍ່ເອົາໃຈໃສ່ວຽກງານດ້ານການເມືອງ-ແນວຄິດ, ເອົາໃຈໃສ່ວຽກວິຊາສະເພາະ, ປັບປຸງຕົນເອງ ໃຫ້ໄດ້ຕາມມາດຕະຖານເງື່ອນໄຂ ຂອງການເປັນພະນັກງານ ນໍາພາ-ຄຸ້ມຄອງ, ສືບຕໍ່ເສີມຂະຫຍາຍທ່າແຮງ, ກໍ່ສ້າງຕົນເອງ, ຍົກລະດັບວິຊາສະເພາະ ສ້າງແນວຄິດການເມືອງໃຫ້ໜັກແໜ້ນ ເພື່ອຮັບປະກັນຄວາມຮູ້ຄວາມສາມາດທາງດ້ານວິຊາການ ໃນການຫັນເປັນທັນສະໄໝ ຍຸກອຸດສາຫະກໍາ 4.0. ເນື່ອງຈາກພັກ-ລັດ ໄດ້ມອບພາລະກິດສໍາຄັນໃຫ້ ເພື່ອເປັນແກນກາງໃນການນໍາພາ ຂະແໜງການ ໃນການຫັນເປັນທັນສະໄໝ. ສະນັ້ນ, ຢາກຊີ້ນໍາ-ນໍາພາຂະແໜງການໄດ້ ກໍຕ້ອງລົບລ້າງຄວາມກືກດິຈິຕ໋ອນ ພ້ອມທັງຍົກລະດັບຕົນເອງ ເພື່ອໄປຝຶກອົບຮົມ, ໂຄສະນາເຜີຍແຜ່ ແລະ ປາຖະກະຖາ ໃຫ້ບັນດາກະຊວງ, ຂະແໜງການ ຮອດທ້ອງຖິ່ນ ຮັບຮູ້ກ່ຽວກັບວຽກງານດັ່ງກ່າວ, ພັດທະນາຍົກລະດັບວິຊາພາສາຕ່າງປະເທດ ເພື່ອເຊື່ອມໂຍງກັບສາກົນໄດ້ ສືບຕໍ່ສ້າງໂຕເອງໃນຫຼາຍດ້ານສາມາດຮອງຮັບໜ້າທີ່ການເມືອງ ທີ່ພັກ-ລັດ ມອບໝາຍໃຫ້ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ຂຶ້ນເລື້ອຍໆ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ