24/11/2022

ກົມແຜນການ ແລະ ການເງິນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ແຜນພັດທະນາ 05 ປີ ຄັ້ງທີ III (2021-2025) ຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນດາ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 08 ແຂວງ ພາກເໜືອ (ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ, ຊຽງຂວາງ, ຫົວພັນ, ຫຼວງພະບາງ ແລະ ແຂວງໄຊຍະບູລີ) ໃນລະຫວ່າງວັນທີ 10-11 ພະຈິກ 2022 ຜ່ານມານີ້, ທີ່ຫ້ອງປະຊຸມສະພາແຫ່ງຊາດ ແຂວງ ຊຽງຂວາງ. ພາຍໃຕ້ການເປັນປະທານຮ່ວມ ແລະ ກ່າວເປີດພິທີໂດຍ ທ່ານ ເສົານະຄອນ ເພັດວິຫານ ຮອງຫົວໜ້າກົມແຜນການ ແລະ ການເງິນ ແລະ ທ່ານ ວາຢາ ໝອກພູເຂົາ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ຊຽງຂວາງ, ມີບັນດາທ່ານຫົວພະແນກ, ຫົວໜ້າຂະແໜງ ພ້ອມດ້ວຍ ວິຊາການ ຜູ້ຮັບຜິດຊອບວຽກງານແຜນການ ເຂົ້າຮ່ວມ ຈຳນວນ 40 ທ່ານ.
ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ ກໍເພື່ອເຜີຍແຜ່ຜົນສຳເລັດການຈັດຕັ້ງປະຕິບັດແຜນພັດທະນາ 05 ປີ ຄັ້ງ ທີ II (2016-2020) ແລະ ທິດທາງແຜນພັດທະນາ 05 ປີ ຄັ້ງທີ III (2021-2025) ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃຫ້ພະນັກງານ ພຕສ 08 ແຂວງ ເພື່ອຮັບຮູ້ ແລະ ນໍາໄປຈັດຕັ້ງຜັນຂະຫຍາຍ. ພ້ອມນັ້ນ, ຍັງໄດ້ເຜີຍແຜ່ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ (2021-2025), ແນະນຳວິທີໃນການຕິດຕາມປະເມີນຜົນແຜນພັດທະນາ 05 ປີ ຄັ້ງທີ III (2021-2025) ຂອງຂະແໜງການເຕັກໂນໂລຊີ ແລະ ການສື່ສານ ແລະ ນຳສະເໜີແບບຟອມການສະຫຼຸບ ປະຈໍາງວດ 03 ເດືອນ, 06 ເດືອນ, 09 ເດືອນ, ປີ ແລະ ກາງສະໄໝ ພ້ອມທັງເປັນການສ້າງຄວາມເຂັ້ມແຂງຍົກລະດັບຄວາມຮູ້ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ ເຂົ້າໃຈໃນການສ້າງແຜນການ, ການສະຫຼຸບຕີລາຄາ ເພື່ອໃຫ້ບັນລຸເປົ້າໝາຍທີ່ກຳນົດໄວ້ໃນແຜນພັດທະນາປະຈຳປີ ກໍຄືແຜນການ 05 ປີ ຂອງຂະແໜງການ.
ຜ່ານການຈັດກອງປະຊຸມເຫັນວ່າ ບັນດາຜູ້ເຂົ້າຮ່ວມໄດ້ເອົາໃຈໃສ່ໃນການຮັບຟັງການເຜີຍແຜ່ ແລະ ການນຳສະເໜີບົດຂອງນັກວິທະຍາກອນ ຈາກກົມແຜນການ ແລະ ການເງິນ, ນອກຈາກນັ້ນຍັງໄດ້ມີການປະກອບຄໍາເຫັນ ແລະ ການແລກປ່ຽນບັນຫາຕ່າງໆເຮັດໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນຕໍ່ກັບວຽກງານແຜນການ ເປັນຕົ້ນແມ່ນການສະຫຼູບ, ຕີລາຄາ ແລະ ການກຳນົດແຜນໃນຕໍ່ໜ້າ ແລະ ຈະໄດ້ນຳເອົາບົດຮຽນໄປສືບຕໍ່ຜັນຂະຫຍາຍໃນການຈັດຕັ້ງປະຕິບັດໃນວຽກງານຕົວຈິງຂອງຕົນທັງໝົດກໍເພື່ອບັນລຸເປົ້າໝາຍຂອງແຜນພັດທະນາ 05 ປີໃນຕໍ່ໜ້າ. ຕອນທ້າຍຂອງກອງປະຊຸມ ທ່ານ ເສົານະຄອນ ເພັດວິຫານ ຮອງຫົວໜ້າກົມແຜນການ ແລະ ການເງິນ ໄດ້ມີຄໍາເຫັນແນະນຳໃຫ້ເອົາໃຈໃສ່ໃນການຜັນຂະຫຍາຍເນື້ອໃນແຜນການດັ່ງກ່າວມາເປັນແຜນລະອຽດ ເພື່ອຈັດຕັ້ງປະຕິບັດໃນແຕ່ລະປີ ໂດຍອີງໃສ່ແຜນພັດທະນາຂອງກະຊວງ ແລະ ຂອງແຂວງໃຫ້ມີຄວາມສອດຄ່ອງກັນ ແລະ ໄປຕາມຈຸດພິເສດ, ທ່າແຮງ, ເງື່ອນໄຂຕົວຈິງຂອງແຕ່ລະແຂວງ ເພື່ອຮັບປະກັນການຈັດຕັ້ງປະຕິບັດແຜນການໃຫ້ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.
ພາບ+ຂ່າວ: ກົມແຜນການ ແລະ ການເງິນ, ພະແນກແຜນການ ແລະ ຄຸ້ມຄອງໂຄງການ