ເຜີຍແຜ່ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ໃຫ້ແກ່ ພຕສ 8 ແຂວງ ພາກເໜືອ

24/11/2022

ເຜີຍແຜ່ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ໃຫ້ແກ່ ພຕສ 8 ແຂວງ ພາກເໜືອ

         ອົງການດັດສົມໂທລະຄົມມະນາຄົມ (ອດທ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ລົງເຄື່ອນໄຫວ ເຜີຍແຜ່ ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ ສະບັບປັບປຸງໃໝ່ປີ 2021, ບັນດານິຕິກໍາທີ່ກ່ຽວຂ້ອງ ເພື່ອຊຸກຍູ້ວຽກງານດັດສົມໂທລະຄົມມະນາຄົມ ໃຫ້ແກ່ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 8 ແຂວງ ພາກເໜືອ (ແຂວງຫົວພັນ, ຊຽງຂວາງ, ອຸດົມໄຊ, ໄຊຍະບູລີ, ຜົ້ງສາລີ, ​ຫຼວງນ້ຳທາ, ບໍ່ແກ້ວ ແລະ ຫຼວງພະບາງ) ໃນລະຫວ່າງວັນທີ  21-22 ພະຈິກ 2022 ຜ່ານມານີ້, ທີ່ຫໍວັດຖະນະທໍາ ແຂວງຫົວພັນ. ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ສຸດໃຈ ລໍລອນສີ,  ຫົວໜ້າ ອດທ ແລະ  ທ່ານ ວົງໄຊ ຄໍາດີ ຫົວໜ້າ ພຕສ ແຂວງ ຫົວພັນ ຊຶ່ງມີຕາງໜ້າຈາກ ພະແນກເຕັກໂນໂລຊີ ແລະ ການສື່ສານ 08 ແຂວງພາກເໜືອ, ພະແນກການອ້ອມຂ້າງ ແລະ ສາຂາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈຳແຂວງເຂົ້າຮ່ວມ ລວມທັງໝົດ 70 ທ່ານ.

         ກອງປະຊຸມຄັ້ງນີ້ ໄດ້ຍົກໃຫ້ເຫັນເຖິງເນື້ອໃນທີ່ຈຳເປັນ ເຊັ່ນ: ການຄຸ້ມຄອງຊັບພະຍາກອນໂທລະຄົມມະນາຄົມ, ການກຳນົດປະເພດຂອງການດຳເນີນທຸລະກິດທີ່ເປີດກວ້າງຂຶ້ນຕື່ມ ເພື່ອຮອງຮັບກັບເຕັກໂນໂລຊີໃໝ່ທີ່ອາດເກີດຂຶ້ນໃນອະນາຄົດ, ການຄຸ້ມຄອງການນຳໃຊ້ເລກໝາຍໂທລະຄົມມະນາຄົມ ກໍຄືການຂຶ້ນທະບຽນ ທີ່ເປັນວຽກງານບູລິມະສິດອັນດັບໜຶ່ງຂອງວຽກງານການຫັນເປັນ ດິຈິຕ໋ອນ ເພື່ອ ຮອງຮັບຍຸກດິຈິຕ໋ອນ, ການຊຸກຍູ້ສົ່ງເສີມການຮ່ວມມື ກໍຄືການນຳໃຊ້ພື້ນຖານໂຄງລ່າງຮ່ວມກັນຫຼາຍບໍລິສັດເພື່ອປະ  ຢັດການລົງທຶນ, ການສ້າງກອງທຶນໂທລະຄົມ ແລະ ຫັນເປັນດິຈິຕ໋ອນ ເພື່ອເສີມຂະຫຍາຍດ້ານໂຄງລ່າງພື້ນຖານ ໄປສູ່ເຂດຫ່າງໄກສອກຫຼີກ ເພື່ອສົ່ງເສີມປະຊາຊົນໃຫ້ເຂົ້າເຖິງຂໍ້ມູນຂ່າວສານ-ການສື່ສານໄດ້ງ່າຍຂຶ້ນ ແລະ ບັນດາຂໍ້ຫ້າມຕ່າງໆ ທີ່ຂັດກັບກົດໝາຍສະບັບນີ້.

        ໃນໂອກາດດຽວກັນນີ້, ຍັງໄດ້ເຮັດວຽກທາງດ້ານວິຊາສະເພາະຮ່ວມກັບບັນດາ ພຕສ ແຂວງເໜືອ ເພື່ອເປັນການຍົກລະດັບຄວາມຮູ້ຄວາມເຂົ້າໃຈ ໃຫ້ແກ່ພະນັກງານຂັ້ນທ້ອງຖິ່ນ, ແນໃສ່ຍົກສູງປະສິດທິພາບໃນການປະຕິບັດໜ້າທີ່ວຽກງານ ແລະ ເພື່ອຜັນຂະຫຍາຍພາລະບົດບາດຂອງ ຂະແໜງເຕັກໂນໂລຊີ ແລະ ການສື່ສານ. ຊຶ່ງນໍາສະເໜີໂດຍນັກວິທະຍາກອນຈາກ ບັນດາພະແນກການ ພາຍໃນ ອດທ. ພາຍຫຼັງສໍາເລັດກອງປະຊຸມ ຍັງໄດ້ມີການສ້າງກິດຈະກຳຮັດແໜ້ນຄວາມສາມັກຄີຮ່ວມກັນ ລະຫວ່າງ ອົງການດັດສົມໂທລະຄົມມະນາຄົມ, ບັນດາພະແນກ ເຕັກໂນໂລຊີ ແລະ ການສື່ສານ ແຂວງ ພາກເໜືອ ແລະ ບັນດາສາຂາບໍລິສັດໂທລະຄົມມະນາຄົມ ແລະ ອິນເຕີເນັດ ປະຈຳແຂວງ.

        ພາບ ແລະ ຂ່າວ: ອົງການດັດສົມໂທລະຄົມມະນາຄົມ  

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ