28/11/2022

ໃນຕອນເຊົ້າຂອງວັນທີ 28 ພະຈິກ 2022, ທີ່ ໂຮງແຮມຄຣາວພາຊາ, ນະຄອນຫຼວງວຽງຈັນ, ສູນບໍລິຫານລັດດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ບໍລິສັດ RYOBI SYSTEMS ແລະ ບໍລີສັດ NEC ປະເທດຍີ່ປຸ່ນ ໄດ້ຈັດກອງປະຊຸມສຳມະນາກ່ຽວກັບການຢັ້ງຢືນຕົວຕົນດິຈິຕ໋ອນ (Lao Digital Identification) ຂຶ້ນ, ໂດຍການເປັນປະທານ ຂອງ ທ່ານ ບັນດິດ ສຈ ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກຕສ ຊຶ່ງມີຜູ້ຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ສູນ ພາຍໃນ ກຕສ, ຕາງໜ້າຈາກບັນດາກະຊວງອ້ອມຂ້າງ, ບໍລິສັດໃຫ້ບໍລິການດ້ານເຕັກໂນໂລຊີ, ບໍລິສັດ ທີ່ໃຫ້ບໍລິການທາງດ້ານການເງິນ-ປະກັນໄພ ແລະ ອົງການຈັດຕັ້ງສາກົນ ຢູ່ໃນ ສປປ ລາວ ເຂົ້າຮ່ວມ ຈຳນວນ 80 ກວ່າທ່ານ.
ເພື່ອກ້າວເຂົ້າສູ່ການຫັນເປັນດິຈິຕ໋ອນ, ສປປ ລາວ ໄດ້ມີການລິເລີ່ມການນຳເອົາເຕັກໂນໂລຊີດິຈິຕ໋ອນ ເຂົ້າມາປະຍຸກນຳໃຊ້ ໃນບັນດາຂົງເຂດວຽກງານຕ່າງໆ ເພື່ອຊ່ວຍໃນການສົ່ງເສີມການພັດທະນາເສດຖະກິດ ແລະ ສັງຄົມ ກໍຄື ການພັດທະນາປະເທດຊາດ. ລັດຖະບານໄດ້ໃຫ້ຄວາມສຳຄັນແກ່ການຫັນເປັນດິຈິຕ໋ອນ ໂດຍມີການກຳນົດ ຍຸດທະສາດ ໃນການຫັນເປັນດິຈິຕ໋ອນ ຄື: ວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040), ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 10 ປີ (2021-2030) ແລະ ແຜນພັດທະນາ ເສດຖະກິດດິຈິຕ໋ອນ ແຫ່ງຊາດ ໄລຍະ 5 ປີ (2021-2025). ປັດຈຸບັນ, ຫຼາຍພາກສ່ວນກໍໄດ້ຈັດຕັ້ງຜັນຂະຫຍາຍຍຸດທະສາດດ່ັງກ່າວ. ຊຶ່ງໄດ້ສະແດງໃຫ້ເຫັນ ເຊັ່ນ: ມີການພັດທະນາ ແລະ ເປີດໃຫ້ບໍລິການທີ່ຫຼາກຫຼາຍ ທັງພາກລັດ ແລະ ເອກະຊົນ ຜ່ານທາງເວັບໄຊທ໌ ຫຼື ແອັບພລີເຄເຊິນ ເປັນຕົ້ນແມ່ນ: ການບໍລິການຂໍວີຊາ, ການຂໍນຳເຂົ້າສິນຄ້າ, ການບໍລິການຊຳລະຄ່າບໍລິການຕ່າງໆ, ການບໍລິການຂົນສົ່ງ, ການບໍລິການເອີ້ນລົດເເທັກຊີ ຫຼື ບໍລິການສັ່ງອາຫານຜ່ານທາງອອນລາຍ. ນອກນັ້ນ, ກໍມີການນຳໃຊ້ບັນດາລະບົບບໍລິຫານ ແລະ ບໍລິການລັດ ແບບດິຈິຕ໋ອນ ຊຶ່ງທຸກການບໍລິການຜູ້ນຳໃຊ້ຕ້ອງຂໍສະໝັກ ກັບຜູ້ໃຫ້ບໍລິການ ຊຶ່ງມີຂັ້ນຕອນການພິສູດ ແລະ ຢັ້ງຢືນຕົວຕົນທາງດິຈິຕ໋ອນ ວ່າແມ່ນຜູ້ນຳໃຊ້ແທ້ ຫຼື ບໍ່. ແຕ່ໄລຍະຜ່ານມາ ຜູ້ນຳໃຊ້ຕ້ອງຂໍສະໝັກກັບຜູ້ໃຫ້ບໍລິການທຸກເຈົ້າ ໂດຍນຳໃຊ້ຂໍ້ມູນຊຳ້ຊ້ອນ ແລະ ຜູ້ໃຫ້ບໍລິການ ກໍບໍ່ສາມາດກວດກາຂໍ້ມູນຜູ້ສະໝັກໄດ້ ໂດຍບາງບໍລິການກໍຮຽກຮ້ອງໃຫ້ມີການຢັ້ງຢືນການສະໝັກດ້ວຍໃບຢັ້ງຢືນທີ່ເປັນເຈ້ຍ. ສະນັ້ນ, ເພື່ອເປັນການຊຸກຍູ້ ການຫັນເປັນດິຈິຕ໋ອນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ມີການພັດທະນາ ແລະ ນຳໃຊ້ລະບົບພິສູດ ແລະ ຢັ້ງຢືນດິຈິຕ໋ອນ ທີ່ມີການເຊື່ອມຕໍ່ຖານຂໍ້ມູນທີ່ສຳຄັນຂອງລັດຖະບານ ເປັນຕົ້ນແມ່ນ ຖານຂໍ້ມູນປະຊາຊົນ, ຖານຂໍ້ມູນວິສາຫະກິດ, ຖານຂໍ້ມູນທີ່ດິນ ແລະ ຖານຂໍ້ມູນທາງການເງິນ ເພື່ອຕໍ່ຍອດໃຫ້ແກ່ການບໍລິການໃຫ້ແກ່ສັງຄົມ ໂດຍສະເພາະການບໍລິການຈາກພາກລັດສູ່ປະຊາຊົນ ແລະ ການບໍລິການຂອງພາກທຸລະກິດສູ່ສັງຄົມ.
ກອງປະຊຸມສຳມະນາຄັ້ງນີ້ ເປັນໂອກາດອັນດີເພື່ອເປັນການແລກປ່ຽນຄວາມຮູ້ ແລະ ປະສົບການ ໃນການລິເລີ່ມ ແລະ ພັດທະນາລະບົບຢັ້ງຢືນຕົວຕົນແບບດິຈິຕ໋ອນກັບຊ່ຽວຊານຈາກສາກົນ ແລະ ບັນດາບໍລິສັດທີ່ໄດ້ທີ່ເຂົ້າຮ່ວມກອງປະຊຸມ, ຊຶ່ງຈະໄດ້ເປັນຂໍ້ມູນອັນສຳຄັນໃຫ້ແກ່ພວກເຮົາ ໃຫ້ສາມາດຖອດຖອນ ແລະ ປັບໃຊ້ໃນການພັດທະນາວຽກງານ ລະບົບຢັ້ງຢືນຕົວຕົນດິຈິຕ໋ອນຂອງ ສປປ ລາວ ໃນຕໍ່ໜ້າ. ພາຍຫຼັງການນຳສະເໜີຂອງບັນດາຊ່ຽວຊານໄດ້ສິ້ນສຸດລົງ, ກອງປະຊຸມກໍໄດ້ເປີດໂອກາດໃຫ້ບັນດາແຂກທີ່ເຂົ້າຮ່ວມ ໄດ້ມີຄຳເຫັນແລກປ່ຽນບົດຮຽນ ແລະ ປະສົບການ ກັບຊ່ຽວຊານ ຊຶ່ງກອງປະຊຸມໄດ້ດຳເນີນໄປຢ່າງຟົດຟື້ນ ແລະ ມີເນື້ອໃນອັນເປັນປະໂຫຍດ ໃຫ້ແກ່ການລິເລີ່ມວຽກງານ ການຢັ້ງຢືນຕົວຕົນດີຈິຕອນ ໃນອະນາຄົດ.
ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປເປັນເວລາເຄິ່ງວັນ ແລະ ໄດ້ປິດລົງດ້ວຍຜົນສໍາເລັດຢ່າງຈົບງາມ.
ຂ່າວ: ສູນບໍລິຫານລັດດິຈິຕ໋ອນ, ພາບ: ເລັກເຊ່ຍ ສຸດທິວົງ.