22/12/2022

ໃນຕອນເຊົ້າຂອງວັນທີ 22 ທັນວາ 2022 ນີ້, ໃນງານສັບປະດາດິຈິຈ໋ອນ 2022 (Lao Digital week 2022) ຊຶ່ງຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6), ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັກຝຶກອົບຮົມໃນການສົ່ງເສີມການນຳໃຊ້ສື່ສັງຄົມອອນລາຍ ໃນການສົ່ງເສີມທຸລະກິດ STARTUP, ທຸລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອການຂະຫຍາຍຕະຫຼາດ ແລະ ເພີ່ມລາຍຮັບ. ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ເກສອນ ສຸລິວົງ ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ມີບັນດາພະແນກ/ຮອງພະແນກ ພາຍໃນ ກຕສ ແລະ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) 18 ແຂວງ, ບັນດາພາກສ່ວນຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ 100 ກວ່າທ່ານ.
ຈຸດປະສົງຂອງການຝຶກອົບຮົມຄັ້ງນີ້ ກໍເພື່ອເປັນການຊຸກຍູ້ ສົ່ງເສີມ ແລະ ພັດທະນາທັກສະ, ເສີມສ້າງຄວາມເຂັ້ມແຂງ ໃນການນໍາໃຊ້ສື່ສັງຄົມອອນລາຍ ໃຫ້ກັບຜູ້ປະກອບການທຸລະກິດລິເລີ່ມ (STARTUP), ທູລະກິດຂະໜາດນ້ອຍ ແລະ ກາງ (SMEs) ເພື່ອການຂະຫຍາຍຕະຫຼາດ ແລະ ເພີ່ມລາຍຮັບ ລວມທັງເປັນການພັດທະນາທັກສະການນໍາໃຊ້ເຕັກໂນໂລຊີ ເຂົ້າໄປຊ່ວຍໃນການດໍາເນີນທຸລະກິດ ໃຫ້ສອດຄ່ອງກັບການຫັນເປັນດິຈິຕ໋ອນ.
ທ່ານ ນາງ ເກສອນ ສຸລິວົງ ຮັກສາການຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ກ່າວວ່າ: ປັດຈຸບັນນີ້ ເຕັກໂນໂລຊີຂໍ້ມູນຂ່າວສານ ແລ ການສື່ສານແບບໃໝ່ ແມ່ນມີຄວາມວ່ອງໄວ ແລະ ກວ້າງຂວາງ ແລະ ຄຸ້ມຄອງໄດ້ຍາກ ໂດຍສະເພາະ ສື່ສັງຄົມອອນລາຍ ທີ່ກໍາລັງໄດ້ຮັບຄວາມນິຍົມເພີ່ມຂຶ້ນຫຼາຍໃນບັນດາປະເທດຕ່າງໆ ໃນພາກພື້ນ ແລະ ທົ່ວໂລກ ໂດຍສະເພາະແມ່ນ ເຟສບຸກ (Facebook), YouTube, WhatsApp, Instagram, WeChat ແລະ TikTok. ສໍາລັບ ສປປ ລາວ ສື່ອອນລາຍທີ່ຖືກນໍາໃຊ້ຫຼາຍກ່ອນໝູ່ແມ່ນ Facebook ແລະ WhatsApp. ຈາກສະຖິຕິປີ 2022 ມີຜູ້ນໍາໃຊ້ Facebook ມີເຖິງ 3,5 ລ້ານບັນຊີ ຫຼື 47,1% ຂອງປະຊາກອນທັງໝົດ, 99,5% ແມ່ນນໍາໃຊ້ຜ່ານໂທລະສັບມືຖືສະມາດໂຟນ (Smart Phone). ສະນັ້ນ, ເພື່ອນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ໂດຍຕິດພັນກັບການແກ້ໄຂຜົນກະທົບຈາກສື່ສັງຄົມອອນລາຍ ໃນປັດຈຸບັນ ແລະ ອະນາຄົດ ຕ້ອງໄດ້ມີການໂຄສະນາເຜີຍແຜ່ຜ່ານເຄື່ອງມືຕ່າງໆ ເຊັ່ນ: ວິທະຍຸ, ໂທລະພາບ, ສື່ສິ່ງພິມ, ວາລະສານ, ໜັງສືພິມເອເລັກໂຕຣນິກ, ອິນເຕີເນັດ ແລະ ສື່ສັງຄົມອອນລາຍອື່ນໆ ເພື່ອເຜີຍແຜ່ແນວທາງການເມືອງ ແລະ ນະໂຍບາຍຂອງພັກ-ລັດ ໃຫ້ກວ້າງຂວາງໃນທົ່ວສັງຄົມ ດ້ວຍຫຼາຍຮູບ, ຫຼາຍສີ, ຫຼາຍວິທີການ ເພື່ອໃຫ້ສາມາດເຂົ້າເຖິງທຸກຄົນໃນທົ່ວສັງຄົມ ຢ່າງວ່ອງໄວ, ທັນການ ເພື່ອໃຫ້ສັງຄົມໄດ້ຮັບຮູ້ຂໍ້ມູນຄວາມຈິງ ແລະ ຕອບໂຕ້ຂໍ້ມູນປອມຂອງພວກບໍ່ຫວັງດີ. ສ້າງ ແລະ ປັບປຸງ ແລະ ເຜີຍແຜ່ກົດໝາຍ, ດໍາລັດ ກ່ຽວຂ້ອງກັບການຄຸ້ມຄອງເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເຕັກໂນໂລຊີດິຈິຕ໋ອນ, ການຄຸ້ມຄອງ, ການບໍລິການລັດດິຈິຕ໋ອນ, ການຄຸ້ມຄອງຂ່າວສານຜ່ານອິນເຕີເນັດ, ວຽກງານຄວາມປອດໄພທາງໄຊເບີ ແລະ ການຄຸ້ມຄອງ, ຕິດຕາມກວດກາ ແລະ ຕອບຕ້ານຫາງສຽງທາງສື່ທີ່ບໍ່ດີ, ປະສານສົມທົບກັບບັນດາບໍລິສັດ ສື່ສັງຄົມອອນລາຍຂ້າມທະວີບ ເພື່ອຮ່ວມມືໃນການສະກັດກັ້ນ ອາດຊະຍາກໍາທາງໄຊເບີ ແລະ ການເຄື່ອນໄຫວສື່ສັງຄົມອອນລາຍທີ່ລະເມີດກົດໝາຍ ແລະ ປັ່ນປ່ວນທໍາລາຍຄວາມໝັ້ນຄົງຂອງຊາດ ໂດຍສະເພາະ ການດໍາເນີນທຸລະກິດຂອງຜູ້ປະກອບການຕ່າງໆ.
ໃນການຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຈາກນັກວິທະຍາກອນທີ່ມີປະສົບການຫຼາຍທ່ານ ເປັນຕົ້ນແມ່ນ ທ່ານ ປີຊາ ແກ້ວມະນີໄລ ແລະ ທ່ານ ຈີ່ນູ້ມົວ ໄຊວື ຈາກ ກຕສ, ທ່ານ ລິດທິເດດ ຄຳຮຸ່ງ, ຫົວໜ້າພະແນກພັດທະນາຜູ້ປະກອບກິດຈະການ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິດທິໄກ ພູມມະສັກ ປະທານ ສະມາຄົມ SME, ທ່ານ ມົງຄຳຜີວ ບຸນໂຮມພອນ ຮອງອຳນວຍການ ບໍລິສັດ Alo-X Co.,Ltd, ທ່ານ ນາງ ປີດາ ສີຫາລາດ ບໍລິສັດ ລາວເນ ເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet), ເຄນ ສະຕິບທ ເຄີ ( Ken Streutker) ຜູ້ຮ່ວມກໍ່ຕັ້ງ Co-funder CMO, ທ່ານ ນ ປະທຸມພອນ ຄູນທະວິວົງ (ຊ່ຽວຊານ) STARUP. ພ້ອມນັ້ນ, ຍັງໄດ້ເປີດໂອກາດໃຫ້ນັກສໍາມະນາກອນໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການ ຮ່ວມກັບນັກວິທະຍາກອນ ເພື່ອປຶກສາຫາລືວິທາງແກ້ໄຂ, ຕໍ່ຕ້ານ ແລະ ຕອບໂຕ້ການນໍາໃຊ້ສື່ສັງຄົມອອນລາຍ ທີມີລັກສະນະຊວນເຊື່ອຂອງກຸ່ມຄົນບໍ່ຫວັງດີ ເພື່ອສ້າງຫຼັກໝັ້ນໃຫ້ແກ່ ພະນັກງານ ແລະ ປະຊາຊົນທົ່ວສັງຄົມ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ