ສົ່ງເສີມ ແລະ ພັດທະນາບຸກຄະລະກອນໄວໜຸ່ມເຂົ້າໃການພັດທະນາຄວາມປອດໄພໄຊເບີ

23/12/2022

ສົ່ງເສີມ ແລະ ພັດທະນາບຸກຄະລະກອນໄວໜຸ່ມເຂົ້າໃການພັດທະນາຄວາມປອດໄພໄຊເບີ

       ງານແຂ່ງຂັນພາຍໃຕ້ ຫົວຂໍ້: Lao Cyber Security Hacking Challenge ໄດ້ຈັດຂຶ້ນວັນທີ 22 ທັນວາ 2022, ໃນງານສັບປະດາດິຈິຕ໋ອນລາວ ປະຈໍາປີ 2022 ທີ່ຫໍປະຊຸມແຫ່ງຊາດ ໂດຍມີທ່ານ ຄຳຫຼ້າ ສູນນະລັດ ຫົວໜ້າອະນຸກຳມະການແຂ່ງຂັນ, ຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍບັນດາຜູ້ແຂ່ງຂັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

       ທ່ານ ຄຳຫຼ້າ ສູນນະລັດ ກ່າວວ່າ: ການຈັດງານການແຂ່ງຂັນຄັ້ງນີ້ ເປັນການຈັດແບບເປັນທາງການຄັ້ງທໍາອິດເພື່ອສົ່ງເສີມ ແລະ ພັດທະນາບຸກຄະລາກອນໄວໜຸ່ມ, ນັກຮຽນນັກສຶກສາຜູ້ທີີສົນໃຈເຂົ້າຮ່ວມແຂ່ງຂັນ ຊຶ່ງບັນດາຜູ້ເຂົ້າຮ່ວມແຂ່ງຂັນທີ່ໄດ້ຜ່ານຮອບຄັດເລືອກເປີດກວ້າງທົ່ວປະເທດມີ 19 ທີມ, ເຂົ້າມາແຂ່ງຂັນຮອບຊິງຊະນະເລີດແບບເຊິ່ງໜ້າມີ 8 ທີມຄື: 1) ທີມ Localhost, 2) ທີມ Kantan, 3) ທີມ Experience, 4) ທີມ Triple T, 5) ທີມ Zonice Naynay, 6) ທີມ Traveler, 7) ທີມ Free WiFi 4 U ແລະ 8) ທີມ Naynay. ໂດຍຈະຄັດເລືອກເອົາ 3 ທີມ (ອັນດັບທີ 1, 2 ແລະ 3) ພ້ອມນັ້ນ ຍັງເປັນການສ້າງຄວາມຮ່ວມມືລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ກໍຄື ກົມຄວາມປອດໄພໄຊເບີ ແລະ ບໍລິສັດໄຊເບີຣັດ ລວມທັງເປັນການສົ່ງເສີມການສ້າງ ແລະ ແລກປ່ຽນຄວາມຮູ້ໃຫ້ຜູ້ເຂົ້າຮ່ວມທັງໝົດໄດ້ເຂົ້າໃຈກ່ຽວກັບການປົກປ້ອງ, ການຄົ້ນຫາຂໍ້ມູນ ແລະ ການຕອບໂຕ້ກັບໄພຄຸກຄາມທາງໄຊເບີ ແລະ ໃຫ້ເຫັນເຖິງຄວາມສໍາຄັນໃນວຽກງານການຮັກສາຄວາມປອດໄພໄຊເບີໃຫ້ຫຼາຍຂື້ນ. ຜ່ານການແຂ່ງຂັນທີມ Zonice Naynay ສາມາດຍາດໄດ້ອັນດັບທີ 1, ອັນດັບທີ 2 ໄດ້ແກ່ ທີມ Localhost ແລະ ອັນດັບທີ 3 ແມ່ນທີມ Kantan.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ