11/01/2023

ໃນຕອນເຊົ້າຂອງວັນທີ 24 ທັນວາ 2022 ຜ່ານມາ, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດງານສຳມະນາໃນຫົວຂໍ້ “ການສ້າງເສດຖະກິດ ດິຈິຕ໋ອນ ແລະ ສັງຄົມດິຈິຕ໋ອນ ຂອງ ສປປ ລາວ” ໃນງານສັບປະດາດິຈິຕ໋ອນ ປະຈໍາປີ 2022 (Lao Digital week 2022) ຊຶ່ງໄດ້ຈັດຂຶ້ນທີ່ຫໍປະຊຸມແຫ່ງຊາດ (ຫຼັກ 6) ພາຍໃຕ້ຄຳຂວັນ “ການຮ່ວມມືທົ່ວສັງຄົມເພື່ອຫັນເປັນດິຈິຕ໋ອນຂອງ ສປປ ລາວ” ໂດຍການເປັນປະທານ ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ມີບັນດາພະແນກ/ຮອງພະແນກ ພາຍໃນ ກຕສ, ບັນດາພາກສ່ວນບໍລິສັດດິຈິຕ໋ອນຕ່າງໆ ພ້ອມດ້ວຍພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ 60 ກວ່າທ່ານ.
ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ໄດ້ກ່າວວ່າ: ຕ້ອງໄດ້ໃຈໃສ່ສຶກສາຄົ້ນຄວ້າພັດທະນາເຕັກໂນໂລຊີ ໃຫ້ມີຄວາມທັນສະໄໝກ້າວໄກ ເຊັ່ນ: ການພັດທະນາພື້ນຖານໂຄງລ່າງດ້ານດິຈິຕ໋ອນ, ການກ້າວຂຶ້ນເປັນຜູ້ນຳໃນຍຸກ 4.0, ສ້າງໂອກາດ ແລະ ສິ່ງທ້າທາຍ ໃນການຂັບເຄື່ອນເສດຖະກິດດ້ວຍເຕັກໂນໂລຊີດິຈິຕ໋ອນ ຢູ່ ສ ປປລາວ, ສ້າງຄັງຂໍ້ມູນ ແລະ ສູນກາງຂໍ້ມູນໃຫຍ່ (Big Data), ພັດທະນາລະບົບແອັບພີເຄເຊິນເທິງມືຖື ແລະ ນຳໃຊ້ການພັດທະນາ ເຕັກໂນໂລຊີດິຈິຕ໋ອນບລອກເຊັນ (Block chain).
ໃນງານສຳມະນາໃນຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີບົດຈາກວິທະຍາກອນຜູ້ມີປະສົບການຫຼາຍທ່ານ ເປັນຕົ້ນແມ່ນ ທ່ານ ອານຸສອນ ອັກຄະວົງ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ໃນຫົວຂໍ້ ຍຸດທະຍາດເສດຖະກິດດິຈິຕ໋ອນແຫ່ງຊາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນຢູ່ ສປປ ລາວ, ທ່ານ ສຸລິໂຍ ວົງດາລາ ປະທານບໍລິສັດ ໂລກາຈຳກັດ ໃນຫົວຂໍ້ ການກ້າວຂຶ້ນເປັນຜູ້ນຳການຂົນສົ່ງສີຂຽວ ແບບ 4.0, ທ່ານ ນາງ ສຸພາພອນ ຜຸຍຍະວົງ ຫົວໜ້າພະແນກທຸລະກຳທາງເອເລັກໂຕນິກ ໃນຫົວຂໍ້ ການເຮັດທຸລະກຳທາງເອເລັກໂຕນິກ Electronic Transation, ທ່ານ ປະສິດທິເດດ ຫຼວງວິໄລ ຫົວໜ້າສູນຂໍ້ມູນດິຈິຕ໋ອນ ໃນຫົວຂໍ້ ຄັງຂໍ້ມູນມະຫາສານ ແລະ ສູນກາງຂໍ້ມູນ Big Data and Datacenter ແລະ ທ່ານ ວິທະຍາກອນບັນດາບໍລິສັດຕ່າໆ.
ໃນການຝຶກອົບຮົມຄັ້ງນີ້, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີຈາກນັກວິທະຍາກອນທີ່ມີປະສົບການຫຼາຍທ່ານ ເປັນຕົ້ນແມ່ນ ທ່ານ ປີຊາ ແກ້ວມະນີໄລ ແລະ ທ່ານ ຈີ່ນູ້ມົວ ໄຊວື ຈາກ ກຕສ, ທ່ານ ລິດທິເດດ ຄຳຮຸ່ງ, ຫົວໜ້າພະແນກພັດທະນາຜູ້ປະກອບກິດຈະການ, ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ລິດທິໄກ ພູມມະສັກ ປະທານ ສະມາຄົມ SME, ທ່ານ ມົງຄຳຜີວ ບຸນໂຮມພອນ ຮອງອຳນວຍການ ບໍລິສັດ Alo-X Co.,Ltd, ທ່ານ ນາງ ປີດາ ສີຫາລາດ ບໍລິສັດ ລາວເນ ເຊີນນໍ ເພເມັ້ນ ເນັດເວີກ ຈຳກັດ (LAPNet), ເຄນ ສະຕິບທ ເຄີ ( Ken Streutker) ຜູ້ຮ່ວມກໍ່ຕັ້ງ Co-funder CMO, ທ່ານ ນ ປະທຸມພອນ ຄູນທະວິວົງ (ຊ່ຽວຊານ) STARUP. ພ້ອມນັ້ນ, ຍັງໄດ້ເປີດໂອກາດໃຫ້ນັກສໍາມະນາກອນໄດ້ປຶກສາຫາລື, ແລກປ່ຽນບົດຮຽນ ແລະ ປະສົບການ ຮ່ວມກັບນັກວິທະຍາກອນ ເພື່ອປຶກສາຫາລືວິທາງແກ້ໄຂ, ຕໍ່ຕ້ານ ແລະ ຕອບໂຕ້ການນໍາໃຊ້ສື່ສັງຄົມອອນລາຍ ທີມີລັກສະນະຊວນເຊື່ອຂອງກຸ່ມຄົນບໍ່ຫວັງດີ ເພື່ອສ້າງຫຼັກໝັ້ນໃຫ້ແກ່ ພະນັກງານ ແລະ ປະຊາຊົນທົ່ວສັງຄົມ.