11/01/2023

ໃນຕອນເຊົ້າຂອງວັນທີ 10 ມັງກອນ 2023, ທີ່ຫ້ອງປະຊຸມ ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດຝຶກອົບຮົມດ້ານວິຊາການ ຄັ້ງທີ 1 ພາຍໃຕ້ຫົວຂໍ້: ການຖ່າຍທອດຄວາມຮູ້ດ້ານເຕັກໂນໂລຊີອາວະກາດເພື່ອການຄຸ້ມຄອງກະສິກຳ. ກອງປະຊຸມຝຶກອົບຮົມດັ່ງກ່າວແມ່ນການຮ່ວມມືລະຫວ່າງ ກົມເຕັກໂນໂລຊີ ແລະ ນະວັດຕະກຳ, ກຕສ ແລະ ອົງການພັດທະນາເຕັກໂນໂລຊີອາວະກາດ (GISDTDA) ປະເທດໄທ ຮ່ວມກັບ ຄະນະກຳມະທິການເສດຖະກິດ ແລະ ສັງຄົມ ສະຫະປະຊາຊາດປະຈຳພາກພື້ນ ອາຊີ-ປາຊີຟິກ (UNESCAP), ສະຖາບັນຄົ້ນຄວ້າຂໍ້ມູນຂ່າວສານອາວະກາດ ສະພາບັນດິດ ວິທະຍາສາດ ສປ.ຈີນ ແລະ ສູນຄົ້ນຄວ້າ ແລະ ຝືກອົບຮົມເຕັກໂນໂລຊີອາວະກາດອາຊຽນ (ARTSA). ໂດຍການເຂົ້າຮ່ວມໂດຍ ທ່ານ ສຸມານະ ຈຸລະມະນີ, ຫົວໜ້າກົມເຕັກໂນໂລຊີ ແລະ ນະວັດຕະກຳ ແລະ ທ່ານ ຮາມິດ ເມມູດ (Mr. Hamid Mehmod), ເຈົ້າໜ້າທີ່ດ້ານເສດຖະກິດຂະແໜງການນໍາໃຊ້ຂໍ້ມູນເຕັກໂນໂລຊີອາວະກາດ ແລະ ການສື່ສານເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດ (UNESCAP), ຊຶ່ງມີນັກສຳມະນາກອນຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ພາຍໃນ ກຕສ, ສະຖາບັນຄົ້ນຄວ້າ, ມະຫາວິທະຍາໄລ, ບໍລິສັດ ແລະ ກະຊວງທີ່ກ່ຽວຂ້ອງເຂົ້າຮ່ວມຈາກ 12 ພາກສ່ວນ ລວມທັງໝົດຈຳນວນ 25 ທ່ານ.
ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ ແມ່ນເພື່ອຍົກລະດັບຄວາມສາມາດດ້ານຄວາມຮູ້ ກ່ຽວກັບການນໍາໃຊ້ເຕັກໂນໂລຊີອາວະກາດ ສຳລັບກະສິກຳ ແລະ ແລກປ່ຽນຄວາມຮູ້, ປະສົບການ ການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ໂດຍສະເພາະເຕັກໂນໂລຊີຂໍ້ມູນຂ່າວສານຂອງບັນດາປະເທດອາຊຽນ ແລະ ສາກົນໃນການຄຸ້ມຄອງກະສິກຳ ພາຍໃຕ້ສະພາບການປ່ຽນແປງດິນຟ້າອາກາດ.
ໃນວາລະການຝຶກອົບຮົມ, ບັນດາຜູ້ເຂົ້າຮ່ວມຈະໄດ້ຮັບຟັງ ແລະ ໄດ້ລົງເລິກຕົວຈິງກ່ຽວກັບການນໍາໃຊ້ເຕັກໂນໂລຊີຂໍ້ມູນພູມສາດ ເປັນຕົ້ນແມ່ນ ລະບົບ GIS ແລະ ລະບົບສືບຢັ່ງທາງໄກ, ການນໍາໃຊ້ ແລະ ຕິດຕັ້ງໂປແກມ QGIS ເພື່ອສ້າງຊັ້ນຖານຂໍ້ມູນເນື້ອທີ່ການປູກເຂົ້າ, ນຳສະເໜີແຜນທີ່ປູກເຂົ້າ ແລະ ລະບົບຕິດຕາມຢູ່ປະເທດໄທ, ການຕິດຕັ້ງໂປຼແກຼມ SNAP, ການຈັດການ ແລະ ປະມວນຜົນຂໍ້ມູນ SAR ໃນການແປພາບພື້ນທີ່່ການປູກເຂົ້າໂດຍນັກວິທະຍາກອນ ຈາກອົງການພັດທະນາເຕັກໂນໂລຊີ ອາວະກາດ (GISTDA) ປະເທດໄທ ແລະ ຊ່ຽວຊານຈາກສູນຄົ້ນຄວ້າ ແລະ ຝືກອົບຮົມເຕັກໂນໂລຊີອາວະກາດ ARTSA ສປ ຈີນ. ນອກຈາກນັ້ນ, ນັກສໍາມະນາກອນທຸກຄົນ ຍັງຈະໄດ້ໄປລົງສໍາຫຼວດພື້ນທີ່ຕົວຈິງຢູ່ສູນ ຄົ້ນຄວ້າເຂົ້າ ແລະ ພືດເສດຖະກິດນາພອກ. ຊຶ່ງກອງປະຊຸມຝຶກອົບຮົມໃນຄັ້ງນີ້ຈະໄດ້ດຳເນີນເປັນເວລາ 3 ວັນ ຈຶ່ງຈະສໍາເລັດລົງ.