ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ອົສຕຣາລີ

13/01/2023

ຮອງລັດຖະມົນຕີ ກຕສ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງເອກອັກຄະລັດຖະທູດ ອົສຕຣາລີ

          ໃນຕອນບ່າຍຂອງວັນທີ 12 ມັງກອນ 2023 ນີ້, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ທ່ານ ພໍລ໌ ເຄລ໌ລີ້ (Paul Kelly), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ປະເທດ ອົສຕຣາລີ ປະຈຳ ສປປ ລາວ ເຂົ້າຢ້ຽມຂໍ່ານັບ ເນື່ອງໃນໂອກາດທ່ານຮອງລັດຖະມົນຕີໄດ້ຮັບຕໍາແໜ່ງໃໝ່.

        ໃນໂອກາດນີ້, ທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີ ກຕສ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເອກອັກຄະລັດຖະທູດ ທີ່​ໄດ້​ປະຕິບັດ​ໜ້າ​ທີ່​ການ​ທູ​ດຢູ່ ສປປ ລາວ ຊຶ່ງ​ເປັນ​ການ​ປະກອບສ່ວນ​ອັນ​ສຳຄັນ ​ເຂົ້າ​ໃນ​ການ​ເສີມ​ຂະ​ຫຍາ​ຍສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ ລະຫວ່າງ​ 2 ປະ​ເທດ ​ໃຫ້​ມີ​ຄວາມແໜ້ນ​ແຟ້ນ ​ແລະ ​ແຕກ​ດອກ​ອອກ​ຜົນຍິ່ງ​ຂຶ້ນ. ພ້ອມທັງ ໄດ້ສະແດງຄວາມຂອບໃຈ ຕໍ່ການຮ່ວມມື ສະໜັບສະໜູນ ຂອງລັດຖະບານອົສຕຣາລີ ໃນການພັດທະນາທາງດ້ານບຸກຄະລາກອນ ໃນຫົວຂໍ້ກ່ຽວກັບດ້ານຄວາມປອດໄພທາງໄຊເບີ ໃຫ້ແກ່ ກົມຄວາມປອດໄພໄຊເບີ, ກຕສ ໃນໄລຍະຜ່ານມາ. ພ້ອມນີ້, ທ່ານໄດ້ລາຍງານໃຫ້ຊາບກ່ຽວກັບເນື້ອໃນສຳຄັນ ແລະ ບູລິມະສິດ ໃນການພັດທະນາ ເສດຖະກິດດິຈິຕ໋ອນ, ຊຶ່ງເປັນສ່ວນສຳຄັນໜຶ່ງ ໃນການຫັນເປັນດິຈິຕ໋ອນ ຂອງ ສປປ ລາວ ເປັນຕົ້ນແມ່ນ: ວຽກງານ ພັດທະນາ ແລະ ປັບປຸງ ພື້ນຖານໂຄງລ່າງ ໂທລະຄົມມະນາຄົມ ແລະ ອິນເຕີເນັດ ກໍຄື ດິຈິຕ໋ອນ ເປັນອົງປະກອບສຳຄັນທີ່ຕ້ອງໄດ້ສຸມໃສ່, ວຽກງານລັດຖະບານດິຈິຕ໋ອນ ກໍຕ້ອງໄດ້ຮັບການຍົກລະດັບທັງລະບົບເຕັກນິກ, ອຸປະກອນ ແລະ ທາງດ້ານການນຳໃຊ້ ເພື່ອເຮັດໃຫ້ພາກລັດມີຄວາມເຂັ້ມແຂງທາງດ້ານຂໍ້ມູນຂ່າວສານ ແລະ ການຄຸ້ມຄອງ ບໍລິການສັງຄົມ, ການສ້າງເນື້ອໃນຂໍ້ມູນຂ່າວສານ (Digital Content) ສຳລັບຊົມໃຊ້ພາຍໃນປະເທດ. ວຽກງານຄວາມປອດໄພໄຊເບີ ກໍແມ່ນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ເປັນໜຶ່ງໃນແຜນຍຸດທະສາດ, ການພັດທະນາບຸກຄະລາກອນ ແລະ ຂີດຄວາມສາມາດ ທາງດ້ານດິຈິຕ໋ອນ ແມ່ນໄດ້ວາງເປົ້າໝາຍຈະສ້າງແຮງງານທາງດ້ານດິຈິຕ໋ອນ ຈາກ 0.3% ໃຫ້ໄດ້ 1% ພາຍໃນປີ 2025. ພ້ອມນີ້, ຕາງໜ້າກົມໄຊເບີ ໄດ້ລາຍງານການຈັດຕັ້ງປະຕິບັດ ການຈັດຝຶກອົບຮົມໃຫ້ພະນັກງານ-ລັດຖະກອນ ພາຍໃນກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນເດືອນພະຈິກ 2022 ທັງແບບທາງໄກ ແລະ ແບບເຊິ່ງໜ້າ, ໂດຍການສະໜັບສະໜູນຂອງ ລັດຖະບານ ກໍຄື ສະຖານທູດອົສຕຣາລີ. ພ້ອມທັງ ສະເໜີການຊ່ວຍເຫຼືອໃນການກໍ່ສ້າງບຸກຄະລາກອນໃນວຽກງານຄວາມປອດໄພໄຊເບີ ໃຫ້ໄດ້ຮັບການຍົກລະດັບ ແລະ ສອບເສັງເອົາໃບປະກາດສະເພາະດ້ານ ເພື່ອເປັນບ່ອນອີງໃນການດຳເນີນວຽກງານໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.

         ໃນຕ້ອນທ້າຍ ທ່ານ ພໍລ໌ ເຄລ໌ລີ້ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານຮອງລັດຖະມົນຕີ ໃນການຕ້ອນຮັບການເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ຢ່າງອົບອຸ່ນ ແລະ ເປັນກັນເອງ. ພ້ອມນີ້, ທ່ານທູດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງ ກຕສ ໃນໄລຍະຜ່ານມາ ແລະ ຈະນຳເອົາເນື້ອໃນການສົນທະນາ, ແລກປ່ຽນຄັ້ງນີ້ ກັບໄປຄົ້ນຄວ້າ ແລະ ສະເໜີໄປຍັງລັດຖະບານອົສຕຣາລີ ເພື່ອຊອກຫາຊ່ອງທາງ ທີ່ຈະຮ່ວມມືກັບ ກຕສ ໃນການພັດທະນາວຽກງານຂະແໜງການເຕັກໂນໂລຊີ ແລະ ການສື່ສານ ໃນ ສປປ ລາວ ໃຫ້ມີການຂະຫຍາຍຕົວເພີ່ມຂຶ້ນເລື້ອຍໆ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ