20/01/2023

ໃນຕອນເຊົ້າຂອງວັນທີ 19 ມັງກອນ 2023 ກົມຄວາມປອດໄພໄຊເບີ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮ່ວມມືກັບ ບໍລິສັດຕິກຕ໋ອກ (TIKTOK PTE.LTD) ໄດ້ຈັດຝຶກອົບຮົມໃນຫົວຂໍ້: ແນວທາງປະຕິບັດສຳລັບຊຸມຊົນ (ຜູ້ໃຊ້ງານ) TikTok Community Guidelines Training, ທີ່ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໂດຍການເປັນປະທານຮ່ວມຂອງ ທ່ານ ນາງ ພິສິດໄພ ກອກມີລາ ຮອງ ຫົວໜ້າກົມຄວາມປອດໄພໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ຈູຈູ ທຽນ ຫົວໜ້ານະໂຍບາຍສາກົນ ຈາກ ປະເທດ ສິງກະໂປ ຮັບຜິດຊອບວຽກງານນະໂຍບາຍສຳລັບ ສປປ ລາວ, ມຽນມາ ແລະ ກຳປູເຈຍ, ຊຶ່ງມີຜູ້ເຂົ້າຮ່ວມຈາກບັນດາກົມ/ເທົ່າ ອ້ອມຂ້າງກະຊວງ ເຕັກໂນໂລຊີ ແລະ ການສື່ສານ, ອົງການຈັດຕັ້ງມະຫາຊົນ, ທະນາຄານ, ໜ່ວຍງານພາກລັດ ແລະ ເອກະຊົນ ລວມທັງໝົດຈຳນວນ 50 ທ່ານ. ຈຸດປະສົງຂອງການຈັດຝຶກອົບຮົມໃນຄັ້ງນີ້ ເພື່ອສົ່ງເສີມຄວາມເຂົ້າໃຈກ່ຽວກັບນະໂຍບາຍການນຳໃຊ້ສື່ສັງຄົມອອນລາຍໃນແອັບພຣິເຄຊັນ ຕິກຕ໋ອກ(TikTok) ໃຫ້ມີຄວາມສ້າງສັນ ແລະ ປອດໄພ, ຊຶ່ງໃນວາລະການຝຶກອົບຮົມດັ່ງກ່າວ ວິທະຍາກອນໄດ້ນຳສະເໜີພາບລວມ ແລະ ຂໍ້ກຳນົດ ກົດລະບຽບ ຂອງການນຳໃຊ້ ຫຼື ຫຼິນແອັບພຣິເຄຊັນ ຕິກຕ໋ອກ ໃຫ້ເກີດປະໂຫຍດສູງສຸດ ໂດຍໄດ້ເນັ້ນໜັກໄປເຖິງຄວາມປອດໄພເປັນຫຼັກ ພ້ອມກັນນັ້ນຍັງກ່າວເຖິງຄຸນສົມບັດ, ເຄື່ອງມືຄວາມປອດໄພ, ຄໍາແນະນໍາດ້ານຊຸມຊົນຂອງຜູ້ໃຊ້ງານ, ການປົກປ້ອງເດັກ ແລະ ໄວໜຸ່ມ ລວມທັງການສ້າງພື້ນທີ່ທາງອອນລາຍໃຫ້ມີຄວາມປອດໄພ ແລະ ການຮ້ອງຂໍໃຫ້ລຶບເນື້ອຫາທີ່ຂັດຕໍ່ນະໂຍບາຍ ຫຼື ລະບຽບການ, ຊຶ່ງສະຖິຕິຜູ້ໃຊ້ງານແອັບພຣິເຄຊັນ ຕິກຕ໋ອກ ໃນ ສປປ ລາວ ກໍ່ມີຈຳນວນຢ່າງຫລວງຫຼາຍ ແລະ ມີແນວໂນ້ນຈະເພີ່ມຂຶ້ນ, ສະນັ້ນ ຈຶ່ງເປັນໂອກາດອັນທີ່ຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ໄດ້ຮັບຮູ້ເຖິງນະໂຍບາຍ ແລະ ສາມາດນຳໄປເຜີຍແຜ່ຕໍ່ພາຍໃນອົງກອນຂອງຕົນໃຫ້ເຂົ້າໃຈເຖິງຜົນປະໂຫຍດ ທີ່ມີທັງຈຸດດີ ແລະ ບາງຂໍ້ຈຳກັດຂອງຕິກຕ໋ອກ.
ຂຽນໂດຍ: ກົມຄວາມປອດໄພທາງໄຊເບີ