20/01/2023

ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ (20 ມັງກອນ 1949 - 20 ມັງກອນ 2023), ຄະນະພັກ-ຄະນະນຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ນຳໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະ ໄດ້ເຂົ້າອວຍພອນ ຄະນະພັກ-ບັນຊາການ ກະຊວງປ້ອງກັນປະເທດ ໂດຍໄດ້ຮັບການຕ້ອນຮັບຈາກ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ, ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 18 ມັງກອນ 2023 ຜ່ານມານີ້.
ໂອກາດດັ່ງກ່າວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຕາງໜ້າໃຫ້ແກ່ບັນດາສະມາຊິກພັກ-ພະນັກງານ ທົ່ວກະຊວງ ກ່າວສະແດງຄຳອວຍພອນແດ່ ຄະນະພັກ-ບັນຊາການ ກະຊວງປ້ອງກັນປະເທດ ພ້ອມທັງສົ່ງຄວາມຢື້ຢາມຖາມຂ່າວ, ອວຍພອນໄຊ ແລະ ສົ່ງນຳ້ໃຈຮັກແພງ ເຖິງບັນດາບັນດາພະນັກງານ ນັກຮົບ, ນາຍ ແລະ ພົນທະຫານ ໃນທົ່ວກອງທັບທີ່ກຳລັງປະຕິບັດໜ້າທີ່ປ້ອງກັນຊາດ ທັງຢູ່ເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ທົ່ວຜືນແຜ່ນດິນອັນແສນຮັກຂອງປະເທດເຮົາ ຈົ່ງມີສຸຂະພາບແຂງແຮງເຂັ້ມແຂງ, ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ໃຫ້ມີຄວາມສະຫງົບ ແລະ ມີຄວາມໝັ້ນຄົງຂອງຊາດ ເຮັດລ້ອນໜ້າທີ່ທີ່ພັກ-ລັດ ມອບໝາຍໃຫ້, ຊຶ່ງເປັນການສ້າງເງື່ອນໄຂ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຊາດ, ເຮັດໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີການເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງທາງດ້ານເສດຖະກິດໃນທຸກໆຂົງເຂດວຽກງານ. ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມທີ່ຈະໃຫ້ການສະໜັບສະໜູນວິຊາສະເພາະທາງດ້ານເຕັກໂນໂລຊີ ແລະ ການສື່ສານ ເພື່ອຊ່ວຍເຫຼືອ, ຊຸກຍູ້ສົ່ງເສີມກອງທັບ ໃຫ້ນັບມື້ນັບເຂັ້ມແຂງ ແລະ ທັນສະໄໝຂຶ້ນເລື້ອຍໆ.
ໃນໂອກາດເຂົ້າອວຍພອນວັນກອງທັບຄັ້ງນີ້, ກຕສ ຍັງໄດ້ມອບລະບົບເຕັກໂນໂລຊີບໍລິຫານລັດດິຈິຕ໋ອນ, ລະບົບຝາກເວັບໄຊທ໌, ເບີໂທ, ອຸປະກອນການສື່ສານເຄື່ອນທີ່, ມຸ້ງ-ຜ້າຫົ່ມ ແລະ ເງິນສົດ ລວມມູນຄ່າທັງໝົດ 3,362,400,000 ກີບ ຊຶ່ງຕາງໜ້າມອບໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ແລະ ຕາງໜ້າຮັບໂດຍ ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ.
ໂອກາດດຽວກັນ, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ຕາງໜ້າໃຫ້ແກ່ກະຊວງປ້ອງກັນປະເທດ ກໍຄື ພົນທະຫານ ແລະ ນັກຮົບທົ່ວກອງທັບ ກ່າວສະແດງຄໍາຂອບໃຈຕໍ່ ກຕສ ທີ່ໄດ້ອວຍພອນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ ແລະ ມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້ ຊຶ່ງເຫັນໄດ້ເຖິງຄວາມໝາຍຄວາມສຳຄັນຂອງວັນດັ່ງກ່າວ ແລະ ພ້ອມຈະນໍາເອົາລະບົບ-ອຸປະກອນ ແລະ ເຄື່ອງທີ່ໄດ້ນໍາມາມອບໃຫ້ຄັ້ງນີ້ ນໍາໃຊ້ເຂົ້າໃນວຽກງານປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ເກີດປະໂຫຍດສູງສຸດ.
ໃນວັນດຽວກັນ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າອວຍພອນ ສະຫາຍ ພົນຕີ ສະຫວ່າງໄຊ ສີມາວົງ, ຫົວໜ້າຫ້ອງການຄະນະກຳມະການ ປກສ-ປກຊ ສູນກາງ ນຳອີກ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ.