23/01/2023

ໃນຕອນເຊົ້າຂອງ ວັນທີ 19 ມັງກອນ 2023 ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ (ສຖຕ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມປຶກສາຫາລື ຮ່ວມກັບ Maker Box Lao, ກ່ຽວກັບການທົບທວນເນື້ອໃນຮ່າງບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສຖຕ ແລະ Maker Box Lao. ພ້ອມທັງຢ້ຽມຊົມສະຖານທີ່ເຮັດວຽກ (co-working space). ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ນາງ ເກສອນ ສຸລິວົງ ຮັກສາການຫົວໜ້າ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ມີຄະນະສູນ, ພະແນກສົ່ງເສີມທຸລະກິດ Startups ແລະ ພະນັກງານ Maker Box Lao ທັງສອງຝ່າຍເຂົ້າຮ່ວມ ທັງໝົດ 13 ທ່ານ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອທົບທວນເນື້ອໃນຮ່າງບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍຄູ່ຮ່ວມມື ໃນຂົງເຂດວຽກງານການຖ່າຍທອດເຕັກໂນໂລຊີ ແລະ ການສົ່ງເສີມ ສະຕາດອັບ ລະຫວ່າງ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ຮ່ວມກັບ ບໍລິສັດ Maker Box Lao, ຫຼັງຈາກນັ້ນ, ຄະນະທັງສອງຝ່າຍກໍ່ໄດ້ແລກປ່ຽນ ຄຳຄິດຄຳເຫັນ ແລະ ເຈາະຈີ້ມຢ່າງກົງໄປກົງມາ, ໂດຍມີຈຸດປະສົ່ງເພື່ອສົ່ງເສີມທຸລະກິດ ສະຕາດອັບ ໃຫ້ມີການພັດທະນາຂະຫຍາຍຕົວ ເທື່ອລະກ້າວໂດຍສະເພາະໃນຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ.
ໃນຕອນທ້າຍ ປະທານກອງປະຊຸມ ທ່ານ ນາງ ເກສອນ ສຸລິວົງ ຮັກສາການຫົວໜ້າ ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ ໄດ້ສະຫຼຸບຕີລາຄາກອງປະຊຸມ ແລະ ຂອບໃຈ ທ່ານ Ken Streutker ຜູ້ຮ່ວມກໍ່ຕັ້ງ Maker Box Lao ທີ່ໄດ້ສະຫຼະເວລາອັນມີຄ່າ ແນະນຳສະຖານທີ່ເຮັດວຽກ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະ ສຖຕ ເຄື່ອນໄຫວວຽກງານໃນຄັ້ງນີ້. ນອກຈາກນັ້ນ, ທ່ານ Ken Streutker ໄດ້ແນະນຳທີມງານ ຜູ້ຊ່ຽວຊານໃນດ້ານຕ່າງໆ ເປັນຕົ້ນແມ່ນການກະກຽມໃຫ້ຄຳປຶກສາແກ່ ຜູ້ສົນໃຈເລີ້ມຕົ້ນທຸລະກິດ ປະເພດສະຕາດອັບ ໃນຂັ້ນຕອນອັນລະອຽດ. ເຊີ່ງໃນຕໍ່ໜ້າ ທາງ ສຖຕ ແລະ Maker Box Lao ຈະໄດ້ຮ່ວມກັນ ພັດທະນາ ການສົ່ງເສີມທຸລະກິດສະຕາດອັບ ໃນດ້ານຕ່າງໆເປັນຕົ້ນ ການເຂົ້າເຖີງແຫຼ່ງທຶນ, ການສ້າງສະພາບແວດລ້ອມສະຖານທີ່ເຮັດວຽກຮ່ວມກັນ, ການທົດລອງຜະລິດຕະພັນ ແລະ ການໃຫ້ຄຳປຶກສາ, ເພື່ອກາຍເປັນລະບົບນິເວດ ທາງດ້ານທຸລະກິດ ສະຕາດອັບ, ເວົ້າສະເພາະກໍ່ຄືໃຫ້ແກ່ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ.
ບົດຂ່າວໂດຍ: ສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ