03/02/2023

ໃນຕອນບ່າຍຂອງວັນທີ 31 ມັງກອນ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ຈັດພິທີປະກາດການຈັດຕັ້ງຂັ້ນຫົວໜ້າສູນ ຂຶ້ນທີ່ຫ້ອງປະຊຸມ ຊັ້ນ 4 ຂອງ ກຕສ. ໂດຍການເປັນປະທານຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ ຊຶ່ງມີຄະນະປະຈຳພັກ ພ້ອມດ້ວຍ ພະນັກງານຫຼັກແຫຼ່ງ ພາຍໃນກະຊວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ ທ່ານ ຄຳພູ ດວງຖະໝອມ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າສູນອິນເຕີເນັດແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະບັບເລກທີ 79/ນຍ, ລົງວັນທີ 20 ມັງກອນ 2023, ແຕ່ງຕັ້ງ ທ່ານ ມີນາໄຊ ພິລາວົງ ເປັນຫົວໜ້າສູນອິນເຕີເນັດແຫ່ງຊາດ ແລະ ດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ສະບັບເລກທີ 80/ນຍ, ແຕ່ງຕັ້ງ ທ່ານ ນາງ ເກສອນ ສຸລິວົງ ເປັນຫົວໜ້າສູນສົ່ງເສີມ ແລະ ຖ່າຍທອດເຕັກໂນໂລຊີ. ຊຶ່ງອີງຕາມກົດໝາຍ ວ່າດ້ວຍລັດຖະບານແຫ່ງ ສປປ ລາວ ສະບັບເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021, ອີງຕາມ ການຕົກລົງໃນກອງປະຊຸມ ຄະນະເລຂາທິການສູນກາງພັກ ຄັ້ງວັນທີ 10 ມັງກອນ 2023 ແລະ ອີງຕາມ ໜັງສືສະເໜີຂອງ ຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 33/ຄຈສພ, ລົງວັນທີ 16 ມັງກອນ 2023. ທັງນີ້ກໍເພື່ອເປັນການປັບປຸງການຈັດຕັ້ງ ໃຫ້ສອດຄ່ອງເໝາະສົມກັບຄວາມຮູ້ຄວາມສາມາດ, ສືບຕໍ່ຈັດຕັ້ງປະຕິບັດນໍາພາ-ຊີ້ນໍາວຽກງານ, ແຜນຍຸດທະສາດຂອງ ກຕສ ໃຫ້ໄດ້ຮັບຜົນສໍາເລັດ ແລະ ເຮັດໃຫ້ວຽກງານມີການພັດທະນາດີຂຶ້ນເລື້ອຍໆ.
ໃນໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມຕໍ່ພິທີ ຊຶ່ງທ່ານໄດ້ກ່າວສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຂັ້ນຫົວໜ້າສູນ ທັງສອງທ່ານ. ພ້ອມນັ້ນ, ທ່ານໄດ້ກ່າວເນັ້ນໜັກ ໃຫ້ຜູ້ຮັບໜ້າທີ່ໃໝ່ ຈົ່ງເອົາໃຈໃສ່ໃນການປະຕິບັດ ໜ້າທີ່ວຽກງາຂອງຕົນດ້ວຍຄວາມຮັບຜິດຊອບສູງ ນຳໃຊ້ຄວາມຮູ້ປະສົບການທີ່ມີ ເຂົ້າໃນການປະຕິບັດໜ້າທີ່ຂອງຕົນຢ່າງມີປະສິດທິພາບ ແລະ ປະສິດທິຜົນ ເພື່ອສຸມໃສ່ພັດທະນາວຽກງານໃນຂົງເຂດທີ່ຮັບຜິດຊອບໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ເຮັດໃຫ້ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້.