22/02/2023

ໃນຕອນເຊົ້າຂອງວັນທີ 21 ກຸມພາ 2023, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ຂຶ້ນທີ່ ແຂວງ ໄຊຍະບູລີ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ ແລະ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີຫົວໜ້າກົມ, ຫົວໜ້າ/ຮອງຫົວໜ້າສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາຫົວໜ້າພະແນກຢູ່ພາຍໃນແຂວງ ໄຊຍະບູລີ, ບັນດາບໍລິສັດໂທລະຄົມມະນາຄົມ ເຂົ້າຮ່ວມ ຈໍານວນ 130 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສໍາມະນາຄັ້ງນີ້ ແມ່ນເພື່ອເປັນການໂຄສະນາເຜີຍແຜ່ແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ, ແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ທ້ອງຖິ່ນ ເພື່ອກະກຽມຄວາມໃນການຫັນເປັນດິຈິຕອນ ຂອງ ສປປ ລາວ ໃນອະນາຄົດ. ໃນກອງປະຊຸມຄັ້ງນີ້ ໄດ້ເປັນກຽດຮັບຟັງການບັນລະຍາຍຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ຊຶ່ງທ່ານໄດ້ຍົກໃຫ້ເຫັນຫຼາຍເນື້ອໃນທີ່ສໍາຄັນ ເຊັ່ນ: ນິຍາມຂອງການຫັນເປັນດິຈິຕອນ, ຄວາມເປັນມາຂອງການປະຕິວັດອຸດສາຫະກໍາ, ກາລະໂອກາດ ແລະ ສິ່ງທ້າທາຍສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດິຈິຕອນ ຂອງ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ຮັບຟັງການບັນຍະລາຍຈາກຫົວໜ້າຫ້ອງການ, ຫົວໜ້າສູນ, ຮອງຫົວໜ້າກົມ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນ: ວຽກງານຫັນບໍການລັດເປັນດິຈິຕອນ, ການຫັນເປັນດິຈິຕອນທາງດ້ານສັງຄົມ ແລະ ການຫັນເປັນດິຈິຕອນທາງດ້ານເສດຖະກິດ ຊຶ່ງເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈໄດ້ຢ່າງເລິກເຊິ່ງ.
ໂອກາດດຽວກັນນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ E-Office, ລະບົບ E-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share ລວມມູນຄ່າທັງໝົດ 460 ລ້ານກວ່າກີບ. ຕ່າງໜ້າມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຕາງໜ້າຮັບໂດຍ ທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ໄຊຍະບູລີ.
ໃນຕອນທ້າຍ, ທ່ານ ພົງສະຫວັນ ສິດທະວົງ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ຈັດກອງປະຊຸມສໍາມະນາ ຢູ່ ແຂວງ ໄຊຍະບູລີ ໃນຄັ້ງນີ້ ຊຶ່ງລ້ວນແລ້ວແຕ່ມີເນື້ອໃນທີ່ເປັນປະໂຫຍດຢ່າງຍິ່ງໃນການໝູນໃຊ້ເຂົ້າໃນວຽກງານຂອງແຂວງ. ພ້ອມນັ້ນ, ທ່ານຍັງໄດ້ເນັ້ນໜັກໃຫ້ພະແນກການພາຍໃນແຂວງ ໂດຍສະເພາະແມ່ນ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເປັນເຈົ້າການໃນການຈັດຕັ້ງຜັນຂະຫຍາຍເນື້ອໃນດັ່ງກ່າວໃຫ້ປະກົດເປັນຈິງ.
ພາບ ແລະ ຂ່າວ: ພະແນກປະຊາສໍາພັນ