ແລກປ່ຽນດ້ານວິຊາການ ແລະ ປືກສາຫາລືຮ່ວມມື ວຽກງານເຕັກໂນໂລຊີ ອັດສະລິຍະ

22/02/2023

ແລກປ່ຽນດ້ານວິຊາການ ແລະ ປືກສາຫາລືຮ່ວມມື ວຽກງານເຕັກໂນໂລຊີ ອັດສະລິຍະ

            ໃນວັນທີ 20 ກຸມພາ 2022 ຜ່ານມານີ້, ທີ່ຫ້ອງປະຊຸມ ສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ(ຫຼັກ 3), ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງ ສະຖາບັນ ຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ,​ ສປປ ລາວ ແລະ ວິທະຍາໄລ ສິລະປະ, ສື່ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລ ຊຽງໃໝ່, ຣາຊະອານາຈັກໄທ. ຊຶ່ງຝ່າຍກະຊວງເຕັກໂນໂລຊີ ແລະ ການສື່ສານ ນຳໂດຍ ທ່ານ ພົນປະສິດ ພິດສະໄໝ, ຫົວໜ້າ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ພ້ອມດ້ວຍຄະນະ ແລະ ຝ່າຍມະຫາວິທະຍາໄລ ຊຽງໃໝ່ ນຳໂດຍທ່ານ ພະດົນ ສຸຣິພົງ, ຮອງຄະນະບໍດີ ວິທະຍາໄລ ສິລະປະ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລ ຊຽງໃໝ່ ພ້ອມດ້ວຍຄະນະ.

             ຈຸດປະສົງຂອງກອງປະຊຸມດັ່ງກ່າວແມ່ນເພື່ອ ປືກສາຫາລື ແລະ ແລກປ່ຽນດ້ານວິຊາການ ຮ່ວມກັນ ເປັນຕົ້ນແມ່ນ ບົດຮຽນການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດ ດ້ານອຸດສາຫະກຳ, ກະສິກຳ, ຕົວເມືອງອັດສະລິຍະ ແລະ ອື່ນໆ. ພ້ອມນັ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ຮ່ວມກັນ ໃນການຮ່ວມມືໃນອານາຄົດ ທັງສອງຝ່າຍແມ່ນໄດ້ສະເໜີເຫັນດີແລກປ່ຽນຫຼັກສູດດ້ານເຕັກນິກຕ່າງໆ ເພື່ອຕໍ່ຍອດພັດທະນາຫຼັກສູດການສຶກສາ ຮ່ວມກັນ; ຝ່າຍມະຫາວິທະຍາໄລຊຽງໃໝ່ ເຫັນດີນຳເອົາຂໍ້ມູນຜົນຂອງການຄົ້ນຄວ້າທີ່ທາງວິທະຍາໄລໄດ້ມີການຕີພິມ-ເຜີຍແຜ່ ເພື່ອນຳເອົາເຂົ້າໃນລະບົບ e-book ຂອງ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ໃນການເຜີຍແຜ່ຂໍ້ມູນຂ່າວສານ; ເຫັນດີຮ່ວມມືກັນພັດທະນາກ່ຽວກັບການບໍລິການການກວດສອບຊອບແວ; ເຫັນດີຮ່ວມກັນສ້າງຫຼັກສູດການຮຽນການສອນໃນລະດັບປະລິນຍາຕີ ກ່ຽວກັບ ການກວດສອບຊອບແວ ຫຼັກສູດ 3 ປີ ໂດຍຮຽນຢູ່ລາວ 1 ປີ, ຮຽນຢູ່ໄທ 1 ປີ ແລະ ຝຶກງານຕົວຈິງ 1 ປີ (Sandbox); ເຫັນດີຮ່ວມກັນ ຮ່າງບົດບັນທຶກຄວາມເຂົ້າໃຈ (MoU)ໃນການຮ່ວມມືລະຫວ່າງ 2 ຝ່າຍ; ເຫັນດີຖ່າຍທອດ ແລະ ແລກປ່ຽນຄວາມຮູ້ກ່ຽວກັບການປະຕິບັດໂຄງການຕົວເມືອງອັດສະລິຍະ, ການຜະລິດອັດສະລິຍະ ແລະ ຄວາມປອດໄພໃນການນຳໃຊ້ເຕັກໂນໂລຊີ ອັດສະລິຍະ ໃນໂຮງງານຜະລິດອຸດສາຫະກຳ ແລະ ບັນຫາປ້ອງກັນມົນລະພິດຕໍ່ສິ່ງແວດລ້ອມ. ພ້ອມນັ້ນ, ທາງມະຫາວິທະຍາໄລຊຽງໃໝ່ ຍັງໄດ້ເຊື້ອເຊີນ ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີ ອັດສະລິຍະ ເພື່ອໄປທັດສະນະສຶກສາ-ຢ້ຽມຊົມດ້ານການປະຕິບັດວຽກງານວິຊາການຕົວຈິງ ທີ່ ວິທະຍາໄລ ສິລະປະ, ສື່ ແລະ ເຕັກໂນໂລຊີ, ມະຫາວິທະຍາໄລ ຊຽງໃໝ່ ໃນເວລາອັນເໝາະສົມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ