ກອງປະຊຸມ ລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ ຄັ້ງທີ 83

22/02/2023

ກອງປະຊຸມ ລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ ຄັ້ງທີ 83

     

                 ໃນຕອນເຊົ້າວັນທີ 21 ກຸມພາ 2023, ທີ່ໂຮງແຮມ ລາວ ພລາຊາ, ນະຄອນຫຼວງວຽງຈັນ, ສູນອິນເຕີເນັດ ແຫ່ງຊາດ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ສະມາຄົມລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ (Asia-Pacific Top Level Domain Association, APTLD) ຈັດກອງປະຊຸມ ລະຫັດຊື່ອິນເຕີເນັດສູງສຸດ ອາຊີ-ປາຊີຟິກ ຄັ້ງທີ 83 ໂດຍການເປັນປະທານກ່າວເປີດຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ນາງ ໄອ້ ສິນ ຫຼູ (Ai-Chin Lu), ປະທານຄະນະບໍລິຫານ APTLD, ມີຜູ້ເຂົ້າຮ່ວມທີ່ນະຄອນຫຼວງວຽງຈັນ 100 ກວ່າທ່ານ ແລະ ຜ່ານທາງລະບົບກອງປະຊຸມທາງໄກ 60 ກວ່າທ່ານ ຈາກບັນດາປະເທດສະມາຊິກ APTLD ໃນຂົງເຂດອາຊີ-ປາຊີຟິກ ແລະ ບັນດາຄູ່ຮ່ວມມືຈາກທົ່ວໂລກ.

         ກອງປະຊຸມ APTLD ຄັ້ງທີ 83 ຖືເປັນຄັ້ງທຳອິດ ຂອງ ສປປ ລາວ ທີ່ໄດ້ຮ່ວມເປັນເຈົ້າພາບຈັດ ແລະ ເປັນການສະເຫຼີມສະຫຼອງ ສະມາຄົມ APTLD ຄົບຮອບ 25 ປີ ທີ່ໄດ້ສ້າງຕັ້ງຂຶ້ນ. ຊຶ່ງພາຍໃນກອງປະຊຸມຈະໄດ້ມີການລາຍງານຜົນສຳເລັດວຽກງານ ຂອງບັນດາສະມາຊິກ ແລະ ຄູ່ຮ່ວມມື. ນອກຈາກນັ້ນ, ຍັງຈະໄດ້ຮັບຟັງການບັນຍາຍໃນຫົວຂໍ້ທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ: ນະໂຍບາຍດ້ານລະຫັດຊື່ອິນເຕີເນັດ, ຄວາມປອດໄພທາງໄຊເບີ, ຄວາມປອດໄພທາງລະຫັດຊື່ອິນເຕີເນັດ, ຜົນກະທົບຂອງ Metaverse ແລະ Web3  ຕໍ່ກັບຂະແໜງລະຫັດຊື່ອິນເຕີເນັດ, ການພັດທະນາພະນັກງານໃນອົງກອນ, ການແກ້ໄຂຄວາມຄ້າຍຄືດ້ານພາສາ ແລະ ຕົວອັກສອນ ແລະ ຫົວຂໍ້ອື່ນໆ ແລະ ຍັງສາມາດເຂົ້າເບິ່ງລາຍລະອຽດໃນເວັບໄຊຂອງກອງປະຊຸມຄັ້ງນີ້ດ້ວຍ https://aptld83.la/.

           ກອງປະຊຸມຄັ້ງນີ້ຈະດຳເນີນເປັນໄລຍະເວລາ 2 ວັນ ຈຶ່ງຈະໄດ້ປິດລົງ.

   

       ຂຽນຂ່າວ: ສູນອິນເຕີເນັດ ແຫ່ງຊາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ