28/02/2023

ໃນຕອນບ່າຍຂອງວັນທີ 22 ກຸມພາ 2023 ຜ່ານມານີ້, ທີ່ຫ້ອງປະຊຸມໃຫຍ່ ຂອງ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກຕສ), ກົມແຜນການ ແລະ ການເງິນ ໄດ້ເປີດກອງປະຊຸມເຜີຍແຜ່ ຂໍ້ຕົກລົງ ວ່າດ້ວຍ ກຳນົດໝາຍການໃຊ້ຈ່າຍງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ສະບັບເລກທີ 0200/ກງ, ລົງວັນທີ 25 ມັງກອນ 2023 ໃຫ້ແກ່ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ໂດຍພາຍໃຕ້ການເປັນປະທານກ່າວເປີດພິທີ ຂອງ ທ່ານ ນາງ ດາວອນ ສາມາວົງ ຮອງຫົວໜ້າກົມແຜນການ ແລະ ການເງິນ, ກຕສ ຊຶ່ງມີບັນດາຄະນະກົມ/ທຽບເທົ່າ, ຄະນະພະແນກ/ຮອງພະແນກ ແລະ ພະນັກງານອ້ອມຂ້າງກະຊວງເຂົ້າຮ່ວມ ແລະ ຂຶ້ນເຜີຍແຜ່ເອກະສານໂດຍ ທ່ານ ທອງສາ ຫອມສົມບັດ ຫົວຫນ້າພະແນກກວດກາຫຼັງຈ່າຍ, ກົມງົບປະມານ, ກະຊວງການເງິນ ລວມຜູ້ເຂົ້າຮ່ວມທັງໝົດ 80 ທ່ານ.
ໂອກາດດັ່ງກ່າວ, ທ່ານ ນາງ ດາວອນ ສາມາວົງ ໄດ້ກ່າວວ່າ: ການຈັດກອງປະຊຸມຄັ້ງນີ້ ກໍເພື່ອຄວາມເປັນເອກະພາບໃນການປະຕິບັດຂໍ້ຕົກລົງສະບັບດັ່ງກ່າວ ທັງເປັນການຈັດຕັ້ງຜັນຂະຫຍາຍໃຫ້ປະກົດຜົນເປັນຈິງ, ພ້ອມທັງແນ່ໃສ່ ແກ້ໄຂຄວາມຫຍຸ້ງຍາກທາງດ້ານການເງິນ-ງົບປະມານ, ການຄຸ້ມຄອງ ແລະ ຕ້ານທຸກຊ່ອງທາງການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ຈັດເກັບລາຍຮັບຢ່າງຄົບຖ້ວນ, ໂປ່ງໃສ ແລະ ປະຕິບັດລາຍຈ່າຍ ຕາມທິດຕ້ານການຟູມເຟືອຍ ແລະ ຮັບປະກັນລາຍຈ່າຍຢ່າງມີປະສິດທິພາບສູງສຸດ.
ກະຊວງການເງິນ ໄດ້ອອກລະບຽບການໃໝ່ສະບັບນີ້ ແມ່ນໄດ້ກວມລວມເອົາບັນດາວຽກງານການເງິນ ເພື່ອເປັນການເສີມຂະຫຍາຍຄວາມຮັບຜິດຊອບ ໃນການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຕາມການແບ່ງຂັ້ນຄຸ້ມຄອງ ເພື່ອປະຕິບັດວິໄນຢ່າງເຂັ້ມງວດ. ເອກະສານຂໍ້ຕົກລົງສະບັບໃໝ່ນີ້ ກຳນົດໝາຍການນໍາໃຊ້ງົບປະມານຂອງລັດ, ການປະຢັດ ແລະ ຕ້ານການຟູມເຟືອຍ ກໍໄດ້ມີການກຳນົດລະບຽບຫຼັກການລວມ ແລະ ການຄຸ້ມຄອງນໍາໃຊ້ງົບປະມານຂອງລັດ, ຊັບສິນຂອງລັດ, ພະລັງງານ, ເວລາ ແລະ ອື່ນໆ ໃຫ້ມີຄວາມລະອຽດ ແລະ ຈະແຈ້ງຂຶ້ນກ່ວາເກົ່າ ຊຶ່ງອີງຕາມ ລະບຽບການ 4000/ກງ ສະບັບເກົ່າແມ່ນມີທັງໝົດ 17 ມາດຕາ, ສ່ວນລະບຽບສະບັບໃໝ່ 0200 ໄດ້ມີການປັບປຸງເປັນ 28 ມາດຕາ (ເພີ່ມເຂົ້າໃໝ່ 11 ມາດຕາ) ເພື່ອເປັນການປູກຈິດສຳນຶກໃນການປະຢັດມັດທະຍັດ ແລະ ຕ້ານການນໍາໃຊ້ແບບຟູມເຟືອນທຸກຮູບແບບ, ພ້ອມທັງເຮັດໃຫ້ການສ້າງແຜນງົບປະມານຕ່າງໆ ມີຄວາມສອດຄ່ອງ, ທັນສະໄໝ, ສາມາດກວດສອບໄດ້, ມີປະສິດທິພາຍ, ປະສິດທິຜົນ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດເອກະພາບໃນທຸກຂົງເຂດທົ່ວປະເທດ.
ພາບ ແລະ ຂ່າວ: ກົມແຜນການ ແລະ ການເງິນ