28/02/2023

ສະຖາບັນຄົ້ນຄວ້ານຳໃຊ້ເຕັກໂນໂລຊີອັດສະລິຍະ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ສປປ ລາວ ຮ່ວມກັບ ວິທະຍາໄລວິຊາຊີບ ວິສະວະກໍາເອເລັກໂຕຼນິກ ຊົງຊີ້ງ ສປ ຈີນ ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີລະບົບປັນຍາປະດິດ (AI) ແລະ ຖານຂໍ້ມູນໃຫຍ່ (Big data) ໃນຕອນບ່າຍຂອງວັນທີ 24 ກຸມພາ 2023, ທີ່ຫ້ອງປະຊຸມ ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກຕສ ໂດຍຜ່ານລະບົບທາງໄກ.
ຈຸດປະສົງຂອງການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ກໍເພື່ອສະໜອງໂຄງການ ຝຶກອົບຮົມດ້ານວິຊາການ ແລະ ການສຶກສາ ເພື່ອການພັດທະນາຊັບພະຍາກອນມະນຸດ ກ່ຽວກັບເຕັກໂນໂລຊີ ອັດສະລິຍະ ສໍາລັບ ສປປ ລາວ; ຊວຍປັບປຸງຄວາມອາດສາມາດ ຂອງສະຖາບັນຄົ້ນຄວ້ານໍາໃຊ້ເຕັກໂນໂລຊີອັດສະລິຍະ (ARIST) ໃນການດໍາເນີນການຄົ້ນຄວ້າ, ການພັດທະນາ ແລະ ການນໍາໃຊ້ເຕັກໂນໂລຊີອັດສະລິຍະ ໂດຍການຈັດຫາບັນດາພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ເຊັ່ນ: ຫ້ອງທົດລອງ Artificial Intelligence (AI) ແລະ ສູນຂໍ້ມູນໃຫຍ່ (Big Data :BD), ຫ້ອງຝຶກອົບຮົມ ແລະ ອື່ນໆ; ຂຽນໂຄງການພັດທະນາ ລວມທັງການຊອກຫາການສະໜັບສະໜູນດ້ານງົບປະມານສໍາລັບການຈັດຕັ້ງປະຕິບັດໂຄງການຄົ້ນຄວ້າ ກ່ຽວກັບ ການພັດທະນາການນໍາໃຊ້ເຕັກໂນໂລຊີອັດສະລີຍະ ໃນຂົງເຂດກະສິກໍາ, ອຸດສາຫະກໍາ, ທ່ອງທ່ຽວ, ແຮງງານ, ການສຶກສາ, ສາທາລະນະສຸກ, ສິ່ງແວດລ້ອມ, ພັດທະນາແຜນຍຸດທະສາດ ແລະ ແຜນແມ່ບົດ ສໍາລັບການຄົ້ນຄວ້າ, ພັດທະນາ, ການນໍາໃຊ້ ແລະ ການຝຶກອົບຮົມ ເຕັກໂນໂລຊີອັດສະລິຍະ ໃນ ສປປ ລາວ. ຊຶ່ງຕາງໜ້າຮ່ວມລົງນາມໃນບົດບັນທຶກໂດຍ ທ່ານ ພົນປະສິດ ພິດສະໄໝ ຫົວໜ້າສະຖາບັນຄົ້ນຄວ້ານໍາໃຊ້ ເຕັກໂນໂລຊີ ອັດສະລິຍະ, ທ່ານ ສຈ. Xing Kunlun ຮອງອໍານວຍການ ວິທະຍາໄລວິຊາຊີບ ວິສະວະກໍາເອເລັກໂຕຼນິກ ຊົງຊິ້ງ, ສປ ຈີນ ແລະ ທ່ານ Allan Yang ຮອງປະທານສະມາຄົມສົ່ງເສີມເສດຖະກິດການຄ້າ ລາວ-ຈີນ, ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ປະຈຳຊົງຊິ້ງ. ເຂົ້າຮ່ວມເປັນສັກຂີພິຍານໃນການລົງນາມບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ມີຕາງໜ້າຈາກຫ້ອງການ, ບັນດາກົມ, ສະຖາບັນ ແລະ ພະນັກງານວິຊາການຈາກພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍ ຈຳນວນ 20 ກວ່າທ່ານ.
ນອກຈາກນັ້ນ, ເພື່ອເປັນການຜັນຂະຫຍາຍການຈັດຕັ້ງປະຕິບັດບົດບັນທຶກຄວາມເຂົ້້າໃຈດັ່ງກ່າວ ໃນວັນດຽວກັນກໍໄດ້ມີພິທີເປິດຊຸດຝຶກອົບຮົມໄລຍະຍາວຂອງຫຼັກສູດ “Information Security Technology Application Major” ຂອງວິທະຍາໄລ ຊົ້ງຊິ້ງ ໃຫ້ແກ່ນັກສືກສາ ທີ່ຈະໄປຮຽນໃນຫຼັກສູດຊັ້ນສູງຢູ່ ສປ ຈີນ. ໂຄງການຝຶກອົບຮົມຮ່ວມກັນນີ້ ຈະດໍາເນີນໄປເປັນເວລາ 3 ປີ, ມີໄລຍະຍາວ ແລະ ຫຼາຍຫຼັກສູດ. ຊຶ່ງວິທະຍາໄລວິຊາຊີບ ວິສະວະກໍາເອເລັກໂຕຼນິກ ຊົງຊິ້ງ ແມ່ນມີຄວາມອາດສາມາດຂອງຕົນສູງ ແລະ ມີປະສົບການທາງດ້ານເຕັກໂນໂລຊີ ລຸ້ນໃໝ່ ແລະ ໄດ້ຈັດຫາການຊ່ວຍເຫຼືອໃຫ້ແກ່ຫຼາຍປະເທດມາແລ້ວ, ໃນໄລຍະຜ່ານມາ ທາງວິທະຍາໄລກໍໄດ້ໃຫ້ການຊ່ວຍໃນການພັດທະນາຊັບພະຍາກອນມະນຸດ ສປປ ລາວ ແລະ ບັນດາປະເທດໃນພາກພື້ນຫຼາຍສົມຄວນ ເຊັ່ນ: ໂຄງການສັບປະດາແລກປ່ຽນການສຶກສາ ຈີນ-ອາຊຽນ ຄັ້ງທີ XI (The 11th China-ASEAN Education Exchange Week), ດຳເນີນການຝຶກອົບຮົມ “ພາສາຈີນ+ວິຊາຊີບ” ໃຫ້ແກ່ຄູອາຈານຂອງວິທະຍາໄລສ້າງຄູ ແຂວງ ຫຼວງນ້ຳທາ ສປປ ລາວ ຈຳນວນ 20 ທ່ານ. ສະນັ້ນ, ຈຶ່ງເປັນກາລະໂອກາດທີ່ດີ ແລະ ຈະເປັນປະໂຫຍດສູງໃຫ້ແກ່ ສະຖາບັນເຕັກໂນໂລຊີຄົ້ນຄວ້າ ນໍາໃຊ້ເຕັກໂນໂລຊີອັດສະລິຍະ ທີ່ໄດ້ມີການຮ່ວມກັບທາງ ວິທະຍາໄລ ຊົ້ງຊິ້ງ ທີ່ມີທີມງານຄຸ້ມຄອງເປັນມືອາຊີບ, ມີຄວາມສາມາດ, ມີເນື້ອໃນຂອງຫຼັກສູດແມ່ນອຸດົມສົມບູນຫຼາຍ, ລວມທັງການຮຽນພາສາຈີນ, ການພັດທະນາການນໍາໃຊ້ ແລະ ຄວາມປອດໄພດ້ານຂໍ້ມູນຂ່າວສານ. ຫຼັກສູດການຝຶກອົບຮົມນີ້ ແມ່ນເປັນບາດກ້າວ ຂອງການສ້າງ “Silk Road College” ລະຫວ່າງ ສອງສະຖາບັນ ກໍຄື ຂອງທັງສອງປະເທດ ສປປ ລາວ ແລະ ສປ ຈີນ. ຊຶ່ງຫຼັງຈາກສາມປີຂອງການສຶກສາ, ນັກສຶກສາຈະບໍ່ພຽງແຕ່ໄດ້ຮັບໃບປະກາສະນີຍະບັດຈາກ ວິທະຍາໄລວິຊາຊີບ ວິສະວະກໍາເອເລັກໂຕຼນິກ ຊົງຊີ້ງ (CQCEE) ທີ່ມີຊື່ສຽງ, ເວົ້າພາສາຈີນໄດ້ດີ, ແຕ່ຍັງໄດ້ຮັບຄວາມຮູ້ ແລະ ເຕັກໂນໂລຊີຫຼ້າສຸດ ໃນຂະແຫນງການ ICT ທີ່ທັນສະໄຫມ. ໃນອະນາຄົດ, ຍັງຈະມີຜົນກະທົບໃນທາງບວກ ແລະ ກວ້າງໄກຕໍ່ ICT ທີ່ທັນສະໄໝ ຂອງ ສປປ ລາວ, ຄວາມປອດໄພທາງໄຊເບີ ແລະ ການພັດທະນາເສດຖະກິດ.
ຂ່າວ: ພະແນກ ບໍລິການເຕັກໂນໂລຊີອັດສະລິຍະ
ພາບ: ພະແນກປະຊາສຳພັນ