23/02/2023

ວັນທີ 22 ກຸມພາ 2023, ທີ່ຫ້ອງປະຊຸມສູນອິນເຕີເນັດແຫ່ງຊາດ, ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ສະຖານທູດ ອົດສະຕາລີ ປະຈຳລາວ ຈັດຝຶກອົບຮົມ ພັດທະນາບຸກຄະລາກອນດ້ານຄວາມປອດໄພໄຊເບີ ແນໃສ່ເພື່ອສ້າງຄວາມເຂົ້າໃຈ ແລະ ເຫັນພາບຕົວຈິງໃຫ້ຫຼາຍຂຶ້ນ ກ່ຽວກັບວິທີການ ຫຼື ຂັ້ນຕອນ ໃນການບໍລິຫານຈັດການກັບໄພຄຸກຄາມທາງໄຊເບີ. ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານກ່າວເປີດຂອງທ່ານ ແກ້ວວິສຸກ ໂສລະພົມ, ຮອງລັດຖະມົນຕີ ກຕສ ແລະ ທ່ານ Paul Kelly, ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສ ປປ ລາວ, ມີບັນດາພະແນກ/ຮອງພະແນກ, ວິຊາການ, ພະນັກງານບັນດາບໍລິສັດໂທລະຄົມອ້ອມຂ້າງກະຊວງ ແລະ ຄະນະຊ່ຽວຊານຈາກ Retrospect Labs ຈຳນວນທັງໝົດ 90 ກວ່າທ່ານ ຊຶ່ງຊຸດຝືກອົບຮົມດັ່ງກ່າວແມ່ນຈະເລີ່ມວັນທີ 22-28 ກຸມພາ 2023.
ຈຸດປະສົງຂອງການຈັດຝຶກອົບຮົມຄັ້ງນີ້, ແມ່ນເພື່ອເພີ່ມທັກສະຄວາມຮູ້, ປະສົບການໃຫ້ກັບພະນັກງານວິຊາການຜູ້ທີ່ຮັບຜິດຊອບກ່ຽວກັບວຽກງານດັ່ງກ່າວພາຍໃນ ກຕສ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການຝຶກຊ້ອມຮັບມືກັບເຫດການທີ່ອາດຈະເກີດຂຶ້ນ ໃນຮູບແບບການປະຕິບັດຕົວຈິງ, ການວິເຄາະວິໄຈພຶດຕິກໍາຂອງໄວຣັດແຣນສໍາແວ (Ransomware) ແລະ ການຮວບຮວມເກັບກຳຂໍ້ມູນຫຼັກຖານ, ວິທີການ ຫຼື ຂັ້ນຕອນການດໍາເນີນການວິເຄາະທາງນິຕິວິທະຍາກ່ຽວກັບເຫດການທີ່ເກີດຂຶ້ນ ແລະ ແກ້ໄຂໃຫ້ທັນກັບສະພາບການ.
ທ່ານ ແກ້ວວິສຸກ ໂສລະພົມ ກ່າວວ່າ: ການພັດທະນາຊັບພະຍາກອນມະນຸດດ້ານຄວາມປອດໄພໄຊເບີ ຊຶ່ງເປັນວຽກງານໜຶ່ງທີ່ສຳຄັນ ແລະ ຈຳເປັນຢ່າງຍິງ ຂອງທຸກຂະແໜງການທີ່ນຳໃຊ້ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ(ໄອຊີທີ) ເຂົ້າຊ່ວຍໃນການຂັບເຄື່ອນເສດຖະກິດສັງຄົມຂອງຊາດ ຊຶ່ງວຽກງານນີ້ ນອນຢູ່ໃນຍຸດທະສາດການພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໄລຍະ 10 ປີ (2021-2030). ບັນຫາການໂຈມຕີທາງໄຊເບີ ໄດ້ສ້າງຄວາມເສຍຫາຍໃຫ້ແກ່ລະບົບຂໍ້ມູນຂ່າວສານ ລະບົບພື້ນຖານໂຄງລ່າງທີ່ສຳຄັນຂອງບັນດາປະເທດພາກພື້ນ ແລະ ສາກົນ ການໂຈມຕີດັ່ງກ່າວມີຫຼາຍຮູບແບບ ທີ່ສະຫຼັບຊັບຊ້ອນ ຊຶ່ງໜຶ່ງໃນນັ້ນກໍແມ່ນການເຂົ້າລະຫັດຂໍ້ມູນຄອມພິວເຕີ ສະນັ້ນ, ເພື່ອປົກປ້ອງ ແລະ ປ້ອງກັນລະບົບຂໍ້ມູນທີ່ສຳຄັນຂອງຕົນເອງ ແລະ ອົງກອນໃຫ້ປອດໄພຈາກການຖືກເຈາະ ຫຼື ຖືກທຳລາຍ ຜ່ານທາງໄຊເບີ. ຊຶ່ງການຝຶກອົບຮົມຄັ້ງນີ້ ບັນດານັກວິຊາການ ຈະໄດ້ເສີມສ້າງຂີດຄວາມສາມາດຂອງຕົນ ເພື່ອຍົົກລະດັບ ທັກສະຄວາມຮູ້ສະເພາະດ້ານ ໃຫ້ກາຍເປັນຊ່ຽວຊານໃນອານາຄົດ ໂດຍສະເພາະແມ່ການບັນຍາຍ, ອະທິບາຍ, ແນະນຳ, ສາທິດ ແລະ ນຳພາປະຕິບັດຕົວຈິງໃນການລົງເລິກ ຈາກຄະນະຊ່ຽວຊານ ເພື່ອຄົ້ນຫາ ວິເຄາະຂໍ້ມູນ ທີ່ເປັນພຶດຕິກຳການໂຈມຕີທາງໄຊເບີ ໂດຍສະເພາະ ແຣນຊຳແວ ທີ່ແອບແຝງເຂົ້າມາໃນລະບົບເຄື່ອຂ່າຍຄອມພິວເຕີຂອງເຮົາໂດຍບໍ່ຮູ້ໂຕ.
ຂ່າວ ຈາກ ກົມຄວາມປອດໄພໄຊເບີ