ສຳມະນາ ວຽກງານສະຖິຕິ ລັດຖະບານດິຈິຕອນ ໃນຂົງເຂດ ເຕັກໂນໂລຊີ ແລະ ການສື່ສານ.
28/02/2023

ສູນບໍລິຫານລັດດິຈິຕອນ (ສລດ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາ ວຽກງານສະຖິຕິ ລັດຖະບານດິຈິຕອນ ໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ເພື່ອເປັນເວທີ ໃນການປຶືກສາຫາລື ການຈັດຕັ້ງປະຕິບັດ ແລະ ການເກັບກໍາສະຖິຕິ ໄອຊີທີ ແລະ ສະຖິຕິທີ່ຕິດພັນກັບ ລັດຖະບານດິຈິຕອນ, ສ້າງຄວາມເຂົ້າໃຈກ່ຽວກັບວຽກງານສະຖິຕິ ໃຫ້ແກ່ພະນັກງານຂອງສູນບໍລິຫານລັດດິຈິຕອນ ແລະ ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ແລະ ປຶກສາຫາລືແລກປ່ຽນບົດຮຽນ ການຮ່ວມມືກັນໃນຕໍ່ໜ້າ ເພື່ອຫັນວຽກງານ ສະຖິຕິ ລັດຖະບານດີຈິຕອນ ໃນຂົງເຂດວຽກງານເຕັກໂນໂລຊີ ແລະ ການສື່ສານ ເປັນທັນສະໄໝ. ກອງປະຊຸມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 28 ກຸມພາ 2023, ທີ່ຫ້ອງປະຊຸມໃຫ່ຍຊັ້ນ 1 ຕຶກ F ຂອງ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ກຕສ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວັນນະພາ ພົມມະທັນສີ ຮັກສາການຮອງຫົວໜ້າສູນບໍລິຫານລັດດິຈິຕອນ, ມີນັກວິທະຍາກອນຈາກ ສູນສະຖິຕິ ແຫ່ງຊາດ, ກະຊວງແຜນການ ແລະ ການລົງທຶນ ແລະ ບັນດາຜູ້ຕາງໜ້າຈາກບັນດາກົມ/ທຽບເທົ່າພາຍໃນ ກຕສ ເຂົ້າຮ່ວມ ຈຳນວນທັງໝົດ 50 ທ່ານ.
ໂອກາດດັ່ງກ່າວ ທ່ານ ນາງ ວັນນະພາ ພົມມະທັນສີ ໄດ້ຍົກໃຫ້ເຫັນຫຼາຍເນື້ອໃນທີ່ສຳຄັນກ່ຽວກັບວຽກງານສະຖິຕິ ເປັນຕົ້ນແມ່ນ: ນິຍາມ ແລະ ຄວາມສຳຄັນຂອງວຽກງານສະຖິຕິ ເວົ້າລວມ, ເວົ້າສະເພາະແມ່ນວຽກງານສະຖິຕິໃນຂົງເຂດ ລັດຖະບານດິຈິຕອນ ພ້ອມທັງເເລກປ່ຽນປະສົບການກ່ຽວກັບ ຜົນການຈັດຕັ້ງປະຕິບັດວຽກງານ ການປະເມີນສະພາບການພັດທະນາ ແລະ ຄວາມພ້ອມ ໃນການຫັນເປັນລັດຖະບານດິຈິຕອນ (Digital Maturity Assessment). ພ້ອມກັນນັ້ນ, ໄດ້ຍົກໃຫ້ເຫັນໄດ້ເຖິງຄວາມຈໍາເປັນໃນກໍານົດຕົວຊີ້ວັດ ເຊັ່ນ: ຂໍ້ມູນຕົວຊີ້ວັດດ້ານດິຈິຕອນ ເປນັຕົນແມ່ນ: ພື້ນຖານໂຄງລ່າງ, ຄວາມອາດສາມາດຂອງການຊົມໃຊ້, ການບໍລິການ (online service index) ຂອງພາກລັດ. ຊຶ່ງບັນດາຕົວຊີ້ວັດດັ່ງກ່າວຈະຊ່ວຍໃນການປະເມີນສະຖານະພາບຂອງການພັດທະນາ, ສິ່ງກີດຂວາງ, ການກໍານົດບັນດາແຜນການ, ໂຄງການ ແລະ ເປົ້າໝາຍ ໃນການລົງທຶນໃນອະນາຄົດ ໂດຍສະເພາະ ຈະຊ່ວຍໃນການຊຸກຍູ້ວຽກງານການຫັນເປັນລັດຖະບານດິຈິຕອນ ຂອງ ສປປ ລາວ.
ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ມີນັກວິທະຍາກອນ ຜູ້ຊ່ຽວຊານວຽກງານສະຖິຕິ ຈາກສູນສະຖິຕິ ແຫ່ງຊາດ ແລະ ຈາກ ກຕສ ປະກອບມີ: ພະແນກສະຖິຕິ ກົມແຜນການ ແລະ ການເງິນ, ສູນບໍລິຫານລັດດິຈິຕອນ ແລະ ອົງການດັດສົມໂທລະຄົມມະນາຄົມ ມາແລກປ່ຽນປະສົບການ ແລະ ຄວາມຮູ້ໃຫ້ແກ່ບັນດາຜູ້ເຂົ້າຮ່ວມ ເຮັດໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າໃຈຢ່າງເລິີກເຊິ່ງກ່ຽວກັບວຽກງານສະຖິຕິຂອງ ຂະແໜງການດິຈິຕອນ ໄດ້ຄົບຖ້ວນ, ສົມບູນ ແລະ ເຂົ້າໃຈທິດທາງລວມ ໃນການເກັບກຳຂໍ້ມູນຢ່າງມີປະສິດທິພາບ ເພື່ອໃຫ້ສາມາດນຳຂໍ້ມູນທີ່ມີໄປນໍາໃຊ້ ໃນອະນາຄົດ.
ໃນຕອນທ້າຍ, ທ່ານ ນາງ ວັນນະພາ ພົມມະທັນສີ ກໍໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ນັກວິທະຍາກອນ ແລະ ຜູ້ຕາງໜ້າຂອງບັນດາກົມ/ທຽບເທົ່າ ທີ່ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາ ແລະ ປະກອບສ່ວນທາງເນື້ອໃນ ທີ່ເປັນປະໂຫຍດຫຼາຍຢ່າງ ໃນການໝູນໃຊ້ເຂົ້າໃນວຽກງານ ສະຖິຕິ ລັດຖະບານດິຈິຕອນ. ພ້ອມນັ້ນ, ກອງປະຊຸມ ເຫັນດີສືບຕໍ່ ຮ່ວມມື ໃນການປັບປຸງວຽກງານ ສະຖິຕິ ກັບບັນດາພາສ່ວນທີ່ກ່ຽວຂ້ອງ, ໂດຍສະເພາະແມ່ນການຮ່ວມມືລະຫວ່າງສູນບໍລິຫານລັດດິຈິຕອນ ກັບບັນດາກົມ/ທຽບເທົ່າ ພາຍໃນ ກຕສ ໃນການຈັດຕັ້ງປະຕິບັດ ການຫັນເປັນລັດຖະບານດິຈິຕອນ ໃຫ້ປາກົດເປັນຈິງ.
ຂ່າວ: ສູນບໍລິຫານລັດດິຈິຕອນ
ພາບ: ພະແນກປະຊາສໍາພັນ