ຮ່ວມມືຊຸກຍູ້ສົ່ງເສີມວຽກງານຄວາມປອດໄພທາງໄຊເບີ

02/03/2023

ຮ່ວມມືຊຸກຍູ້ສົ່ງເສີມວຽກງານຄວາມປອດໄພທາງໄຊເບີ

        ວັນທີ 01 ມີນາ 2023, ທີ່ໂຮງແຮມ ຄຣາວພາຊາ, ນະຄອນຫຼວງວຽງຈັນ, ກົມຄວາມປອດໄພທາງໄຊເບີ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ຮ່ວມກັບ ບໍລິສັດ TMAX Singapore Pte Ltd ແລະ ບໍລິສັດ Portcullis Technologies Pte Ltd ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ດ້ານການຮ່ວມມືສົ່ງເສີມວຽກງານຄວາມປອດໄພໄຊເບີ ໂດຍມີຈຸດປະສົງເພື່ຶອຊຸກຍູ້-ສົ່ງເສີມໃຫ້ການຮ່ວມມືຫຼາຍຝ່າຍ ໃນການຕ້ານ ແລະ ສະກັດກັ້ນບັນຫາໄພຄຸກຄາມທາງໄຊເບີ ແລະ ທັງເປັນການຂະຫຍາຍຕົວຂອງເຕັກໂນໂລຊີດິຈິຕອນ ຊຶ່ງໄດ້ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຢ່າງຫຼວງຫຼາຍ ບໍ່ວ່າຈະເປັນປະຕິບັດວຽກງານ, ການແລກປ່ຽນຂໍ້ມູນຂ່າວສານ, ການເກັບຮັກສາຂໍ້ມູນ, ການຕິດຕໍ່ສື່ສານຫາກັນ, ການດໍາເນີນທຸລະກໍາຕ່າງໆ ຊຶ່ງລ້ວນແລ້ວນໍາໃຊ້ເຕັກໂນໂລຊີເຂົ້າມາຊ່ວຍ. ພ້ອມກັນນັ້ນ, ກໍເພື່ອເປັນການພັດທະນາບຸກຄະລາກອນ ເພື່ອຮັບປະກັນໃນການນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝໃຫ້ມີຄວາມປອດໄພ.

          ຕາງໜ້າລົງນາມໃນພິທີເຊັນບົດບັນທຶກຄັ້ງນີ້ໂດຍ ທ່ານ ຄຳຫຼ້າ ສູນນະລັດ, ຫົວໜ້າກົມຄວາມປອດໄພທາງໄຊເບີ, ທ່ານ ເດວິດ ຄິມ, ຜູ້ຈັັດການ ບໍລິສັດ TMAX Singapore Pte Ltd ແລະ ທ່ານ ເເມັກລີ ຜູ້ຈັດການ, ບໍລິສັດ Portcullis Technologies Pte Ltd, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ແກ້ວວິສຸກ ໂສລະພົມ, ຮອງ ລັດຖະມົນຕີ ກຕສ ພ້ອມດ້ວຍຄະນະນຳກະຊວງ, ຄະນະບໍລິຫານ ແລະ ພະນັກງານຂອງບໍລິສັດ ເຂົ້າຮ່ວມເປັນສັກຂີພິຍານ.

       ໃນໂອກາດດຽວກັນ, ຍັງໄດ້ມີການເປີດກອງປະຊຸມງານສໍາມະນາ ໃນຫົວຂໍ້: ການຮັກສາຄວາມປອດໄພໂຄງລ່າງພື້ນຖານຂໍ້ມູນຂ່າວສານທີ່ສຳຄັນ ເພື່ອການຫັນເປັນດິຈິຕອນ ໂດຍການເປັນປະທານກ່າວເປີດ ທ່ານ ແກ້ວວິສຸກ ໂສລະພົມ,  ຊຶ່ງທ່ານໄດ້ກ່າວວ່າ: ການຮັກສາຄວາມປອດໄພໂຄງລ່າງພື້ນຖານຂໍ້ມູນຂ່າວສານ ເປັນສີ່ງສໍາຄັນ ແລະ ທ້າທາຍຫຼາຍ ສໍາລັບ ສປປ ລາວ ເຊັ່ນ: ການພັດທະນາທາງດ້ານໂທລະຄົມມະນາຄົມ, ດ້ານພະລັງງານ, ດ້ານການຂົນສົ່ງ, ດ້ານຄວາມປອດໄພໃນສັງຄົມ, ດ້ານສາທາລະນະສຸກ ກໍລ້ວນແລ້ວຕ້ອງນໍາໃຊ້ເຕັກໂນໂລຊີ ເຂົ້າຊ່ວຍໃນການພັດທະນາ ແລະ ມັນໄດ້ກ່ຽວພັນເຖິງຄວາມປອດໄພທາງໄຊເບີ ສະນັ້ນ, ພວກເຮົາຈະສ້າງຕ້ອງໄດ້ສ້າງວິທີປົກປ້ອງ-ປ້ອງກັນລະບົບຕ່າງໆ ເພື່ອເຮັດໃຫ້ການຂັບເຄື່ອນວຽກງານຕ່າງໃຫ້ມີຄວາມປອດໄພ ພວກເຮົາຈຳເປັນຕ້ອງໄດ້ສ້າງກົນໄກ, ມາດຕະການ, ຄົ້ນຄວ້າເຄື່ອງມື ແລະ ຄິດຄົ້ນບັນດາລະບຽບກົດໝາຍຕ່າງໆ ຂຶ້ນມາ ເພື່ອຮອງຮັບ ແລະ ປົກປ້ອງຂໍ້ມູນຂ່າວສານ ພ້ອມທັງສ້າງກິດຈະກໍາເຜີຍແຜ່ໃຫ້ຄວາມຮູ້ແກ່ບຸກຄະລາກອນທັງພາກລັດ, ເອກະຊົນ ແລະ ປະຊາຊົນ ໃຫ້ຮັບຮູ້ເຖິງການນຳໃຊ້ເຕັກໂນໂລຊີ ທີ່ທັນສະໄໝ ເພື່ອຮັບຮອງໃນການຫັນເປັນດິຈິຕອນ ໃຫ້ມີຄວາມປອດໄພ.

        ບົດຂ່າວ ຈາກ ກົມປອດໄພທາງໄຊເບີ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ