02/03/2023

ເພື່ອສືບຕໍ່ເຜີຍແຜ່ແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ໃຫ້ຮັບຮູ້, ເຂົ້າໃຈຢ່າງເລິກເຊິ່ງ ພ້ອມທັງຮັບປະກັນຄວາມເປັນເອກະພາບໃນການຈັດຕັ້ງຜັນຂະຫຍາຍ ທັງສູນກາງ ແລະ ທ້ອງຖິ່ນ, ໃນຕອນເຊົ້າຂອງວັນທີ 02 ມີນາ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ຂຶ້ນທີ່ ຫ້ອງປະຊຸມໃຫຍ່ຂອງສະພາປະຊາຊົນ ແຂວງ ເຊກອງ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ເຊກອງ ແລະ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຊຶ່ງມີຫົວໜ້າກົມ, ຫົວໜ້າ/ຮອງຫົວໜ້າສູນ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາຫົວໜ້າພະແນກການ, ຂະແໜງການ, ຫ້ອງການທຽບເທົ່າອ້ອມຂ້າງ ແລະ 4 ເມືອງ ຂອງ ແຂວງ ເຊກອງ ພ້ອມດ້ວຍບັນດາບໍລິສັດໂທລະຄົມມະນາຄົມ ເຂົ້າຮ່ວມ ຈໍານວນ 100 ກວ່າທ່ານ.
ໂອກາດກ່າວເປີດກອງປະຊຸມຄັ້ງນີ້, ທ່ານ ເຫຼັກໄຫຼ ສີວິໄລ ໄດ້ກ່າວວ່າ: ວຽກງານເຕັກໂນໂລຊີດິຈິຕອນ ເປັນວຽກງານທີ່ເຊື່ອມໂຍງທຸກຂົງເຂດຂະແໜງການ ແລະ ເປັນປັດໄຈຕັດສິນຕໍ່ການພັດທະນາເສດຖະກິດ-ສັງຄົມ, ບັນດາປະເທດທີ່ພັດທະນາ ແລະ ກໍາລັງພັດທະນາ ລ້ວນແຕ່ຖືເອົາວຽກງານເຕັກໂນໂລຊີດິຈິຕອນ ເປັນປັດໄຈພື້ນຖານ, ເປັນກໍາລັງແຮງ ແລະ ເປັນພາຫະນະຂັບເຄື່ອນໃນການພັດທະນາເສດຖະກິດ-ສັງຄົມຂອງຕົນ ໃນການຄົ້ນຄວ້າ ແລະ ພັດທະນາເສດຖະກິດດິຈິຕອນ ບໍ່ໄດ້ຢຸດນິ້ງຢູ່ກັບທີ່ ທຸກໆປີທຸກໆເດືອນ ແລະ ທຸກມື້ ມີການຄົ້ນພົບຄວາມຮູ້ອັນໃໝ່ໆ ບໍ່ວ່າຈະເປັນສິ່ງທີ່ຢູ່ອ້ອມຂ້າງຕົວຂອງພວກເຮົາ ເຊັ່ນ: ດວງດາວຢູ່ຈັກກະວານ, ສິ່ງທີ່ມີຊີວິດໃຕ້ພື້ນມະຫາສະໝຸດ ຫຼື ແຫຼ່ງພະລັງງານ ທີ່ຢູ່ເລິກລົງໃນໃຕ້ພື້ນດິນ ຕະຫຼອດຮອດສິ່ງໃກ້ຕົວຂອງພວກເຮົາ ເປັນຕົ້ນແມ່ນ: ຢາປົວພະຍາດ, ອາຫານ, ພາຫະນະຂົນສົ່ງ, ໂທລະສັບມືຖື ແລະ ອື່ນໆ. ສິ່ງເຫຼົ່ານີ້ ລ້ວນແລ້ວແຕ່ແມ່ນໝາກຜົນຂອງການພັດທະນາດ້ານເຕັກໂນໂລຊີດິຈິຕອນ ແລະ ນະວັດຕະກໍາໃໝ່ ໃນການຄິດຄົ້ນຂຶ້ນມາຮັບໃຊ້ສັງຄົມ.
ໃນກອງປະຊຸມຄັ້ງນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ໃຫ້ກຽດຂຶ້ນນໍາສະເໜີກ່ຽວກັບການຫັນເປັນດິຈິຕອນໃນຍຸກອຸດສາຫະກໍາ 4.0 ຊຶ່ງໄດ້ຍົກໃຫ້ເຫັນນິຍາມຂອງການຫັນເປັນດິຈິຕອນ, ຄວາມເປັນມາຂອງການປະຕິວັດອຸດສາຫະກໍາ, ກາລະໂອກາດ ແລະ ສິ່ງທ້າທາຍສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດິຈິຕອນ ຂອງ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ຮັບຟັງການບັນລະຍາຍຈາກນັກວິທະຍາກອນຂັ້ນຫົວໜ້າກົມ/ທຽບເທົ່າ, ຮອງຫົວໜ້າກົມ/ທຽບເທົ່າ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໃນຫຼາກຫຼາຍຫົວຂໍ້ ເປັນຕົ້ນແມ່ນ: ວຽກງານຫັນບໍການລັດເປັນດິຈິຕອນ, ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນເຕີເນັດ, ການຫັນເປັນດິຈິຕອນທາງດ້ານເສດຖະກິດ, ການກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກໍາ 4.0 ຂອງວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ວຽກງານດັດສົມໂທລະຄົມມະນາຄົມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດິຈິຕອນ. ພາຍຫຼັງຮັບຟັງການນໍາສະເໜີ ບັນດາຜູ້ເຂົ້າຮ່ວມກອງປະຊຸມກໍໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນຕໍ່ບັນຫາຕ່າງໆ ໂດຍສະເພາະແມ່ນການພັດທະນາເສດຖະກິດດິຈິຕອນທີ່ຕິດພັນກັບ ແຂວງ ເຊກອງ.
ຕອນທ້າຍຂອງກອງປະຊຸມ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຍັງໄດ້ມອບລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ E-Office, ລະບົບ G-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share ລວມມູນຄ່າທັງໝົດ 500 ລ້ານກວ່າກີບ ໃຫ້ແກ່ແຂວງ ເຊກອງ. ຊຶ່ງມອບໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ເຊກອງ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ