03/03/2023

ໃນໂອກາດເຄື່ອນໄຫວເຜີຍແຜ່ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ຂອງ ຄະນະຜູ້ແທນກະຊວງເຕັກໂນໂລຊີ ແລະ ການສື່ສານ ຢູ່ ແຂວງ ເຊກອງ, ຕອນບ່າຍຂອງວັນທີ 02 ມີນາ 2023, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍຄະນະ ໄດ້ພົບປະຢ້ຽມຢາມ ແລະ ເຮັດວຽກ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເຊກອງ ຊຶ່ງໃຫ້ການຕ້ອນຮັບຂອງ ທ່ານ ສຸດສະນະ ສີຫາວົງ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເຊກອງ ພ້ອມດ້ວຍຄະນະພະແນກ, ຫ້ອງການເຕັກໂນໂລຊີ ແລະ ການສື່ສານ ເມືອງ, ຕາງໜ້າບໍລິສັດໂທລະຄົມມະນາຄົມພາຍໃນແຂວງ ແລະ ອ້າຍນ້ອງພະນັກງານພາຍໃນພະແນກ.
ທ່ານ ສຸດສະນະ ສີຫາວົງ ໄດ້ກ່າວສະແດງຄວາມຕ້ອນຮັບ ແລະ ລາຍງານຕໍ່ຄະນະ ຊາບວ່າ: ພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ເຊກອງ ປະກອບມີ 4 ຂະແໜງ ຄື: ຂະແໜງບໍລິຫານ, ຂະແໜງໄປສະນີ ແລະ ການສື່ສານ, ຂະແໜງດິຈິຕອນ ແລະ ຄວາມປອດໄພໄຊເບີ ແລະ ຂະແໜງເຕັກໂນໂລຊີ ແລະ ນະວັດຕະກໍາ. ພາຍໃນພະແນກປະກອບມີພະນັກງານ-ລັດຖະກອນທັງໝົດ 20 ທ່ານ, ຍິງ 05 ທ່ານ ແລະ ມີຫ້ອງການເຕັກໂນໂລຊີ ແລະ ການສື່ສານ ປະຈໍາຢູ່ 04 ເມືອງ. ໃນໄລຍະຜ່ານມາ ພະແນກໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາ ທາງດ້ານວຽກງານການເມືອງແນວຄິດໃຫ້ແກ່ອ້າຍນ້ອງພະນັກງານ ແລະ ສໍາເລັດທາງດ້ານວຽກງານວິຊາສະເພາະ ຊຶ່ງມີຜົນງານສະແດງອອກຫຼາຍດ້ານ ເປັນຕົ້ນແມ່ນ: ວຽກງານຄຸ້ມຄອງ ແລະ ພັດທະນາດ້ານໄປສະນີ ກໍໄດ້ຂະຫຍາຍຕາໜ່າງການບໍລິການດ້ານໄປສະນີ ແລະ ຄ້າຍຄືໄປສະນີໄປຍັງເຂດທີ່ມີເງື່ອນໄຂໃຫ້ກວ້າງຂວາງທົ່ວເຖິງ ໄປພ້ອມກັບການປັບປຸງຂອດການບໍລິການ ຊຶ່ງມີລັດວິສາຫະກິດໄປສະນີສາຂາແຂວງ 01 ແຫ່ງ ແລະ ໃຫ້ບໍລິການຄ້າຄືໄປສະນີ ມີ 06 ສາຂາ ກວມເອົາ 03 ເມືອງ; ວຽກງານພັດທະນາພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມ ກໍໄດ້ສໍາເລັດການສ້າງນິຕິກໍາລຸ່ມກົດໝາຍ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານໂຟນີພາຍໃນແຂວງ ພ້ອມທັງກະກຽມສະເໜີແຜນຂະຫຍາຍພື້ນຖານໂຄງລ່າງ ແລະ ຕະໜ່າງບໍລິການໂທລະຄົມມະນາຄົມໄປຍັງເຂດທີ່ມີເງື່ອນໄຂໃຫ້ທົ່ວເຖິງ; ໄດ້ຂະຫຍາຍຫຼັກເສົາຮັບ-ສົ່ງສັນຍານໂທລະສັບ ຈໍານວນ 153 ຫຼັກ, 369 ສະຖານີ; ຂະຫຍາຍສາຍໄຍແກ້ວ (Fiber Optic) ທົ່ວແຂວງມີຄວາມຍາວ 1.578 Km; ຂະຫຍາຍເຄືອຂ່າຍສັນຍານໂທລະສັບ (2G, 3G, 4G) ກວມເອົາ 4 ເມືອງ ກວມເອົາ 185 ບ້ານ ແລະ ຂະຫຍາຍສັນຍານອິນເຕີເນັດ (3G, 4G) ກວມເອົາ 120 ບ້ານ. ພ້ອມນັ້ນ, ຍັງຈະສ້າງເງື່ອນໄຂໃນການພັດທະນາໂຄ່ງລາງພື້ນຖານໄປສະນີ, ໂທລະຄົມ ໃຫ້ຄວບຄຸມພື້ນທີ່ທົ່ວແຂວງ ສາມາດຮອງຮັບໃຫ້ແກ່ການຫັນເປັນອຸດສາຫະກໍາ-ທັນສະໄໝ ແລະ ຮັບປະກັນສັນຍານລະບົບ 2G, 3G, 4G ເຂົ້າເຖິງເຂດຊົນນະບົດ-ຫ່າງໄກສອກຫຼີກ, ພ້ອມທັງເສີມຂະຫຍາຍແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ ໃຫ້ເກີດເປັນຮູບປະທຳທົ່ວເຖິງ. ໃນກອງປະຊຸມ ຍັງໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນ ໃນການເຄື່ອນໄຫວວຽກງານວິຊາສະເພາະ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ.
ໂອກາດດັ່ງກ່າວ, ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານທີ່ພະແນກຍາດມາໄດ້ຂອງພະແນກ ພ້ອມທັງໃຫ້ກຽດໂອລົມ ແລະ ຊີ້ນໍາບາງບັນຫາທີ່ພະແນກຈະຕ້ອງໄດ້ເອົາໃຈໃສ່ໃນຕໍ່ໜ້າ. ທ່ານຍັງເນັ້ນໜັກໃຫ້ພະແນກເອົາໃຈໃສ່ທາງດ້ານການຊີ້ນໍາ-ນໍາພາທາງດ້ານການເມືອງແນວຄິດໃຫ້ແກ່ອ້າຍນ້ອງພະນັກງານ, ເອົາໃຈໃສ່ພັດທະນາທາງດ້ານບຸກຄະລາກອນ ເປັນຕົ້ນແມ່ນ ພາສາຕ່າງປະເທດ, ເຕັກນິກວິຊາສະເພາະທີ່ທັນສະໄໝ ພ້ອມນັ້ນ ກໍໃຫ້ມີການພົບປະຖອດຖອນບົດຮຽນລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນໃນການຈັດຕັ້ງປະຕິບັດວຽກງານໃຫ້ສອດຄ່ອງ ແລະ ມີປະສິດທິຜົນ.
ພາຍຫຼັງສໍາເລັດການພົບປະ, ກະຊວງຍັງໄດ້ມອບອຸປະກອນຮັບໃຊ້ໃຫ້ແກ່ພະແນກ ເພື່ອປະກອບເຂົ້າໃນການເຄື່ອນໄຫວວຽກງານຂອງຕົນ ຊຶ່ງປະກອບມີ: ຄອມພິວຕີຕັ້ງໂຕະ ຈໍານວນ 01 ຊຸດ, ຄອມພິວເຕີແລັບທັອບ ຈໍານວນ 01 ໜ່ວຍ, ເຄື່ອງພິມເອກະສານ ຈໍານວນ 01 ໜ່ວຍ ແລະ ອຸປະກອນອື່ນໆຈໍານວນໜຶ່ງ. ພ້ອມນັ້ນ, ຄະນະຍັງໄດ້ຢ້ຽມຢາມຫົວໜ່ວຍການຜະລິດພາຍໃນແຂວງອີກດ້ວຍ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ