07/03/2023

ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ແຂວງ ຈໍາປາສັກ ໄດ້ຈັດກອງປະຊຸມສໍາມະນາກ່ຽວກັບແຜນພັດທະນາເສດຖະກິດດິຈິຕອນ ຂອງ ສປປ ລາວ ຂຶ້ນໃນຕອນເຊົ້າຂອງວັນທີ 06 ມີນາ 2023, ທີ່ ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການປົກຄອງ ແຂວງ ຈໍາປາສັກ ໂດຍໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ຈໍາປາສັກ ຊຶ່ງມີຫົວໜ້າກົມ/ທຽບເທົ່າ, ຮອງຫົວໜ້າກົມ/ທຽບເທົ່າ ຈາກກະຊວງເຕັກໂນໂລຊີ ແລະ ການສື່ສານ, ບັນດາຫົວໜ້າພະແນກການ, ຂະແໜງການອ້ອມຂ້າງ ແຂວງ ຈໍາປາສັກ ພ້ອມດ້ວຍບັນດາບໍລິສັດໂທລະຄົມມະນາຄົມ ເຂົ້າຮ່ວມ ຈໍານວນ 80 ກວ່າທ່ານ.
ໃນໂອກາດກ່າວເປີດກອງປະຊຸມ, ທ່ານ ວິໄລວົງ ບຸດດາຄໍາ ໄດ້ລາຍງານສະພາບຄວາມພ້ອມໃນການຫັນເປັນດິຈິຕອນຂອງ ແຂວງ ຈໍາປາສັກ ຕາມນະໂຍບາຍການຫັນເປັນດິຈິຕອນຂອງລັດຖະບານ. ທ່ານກ່າວວ່າ: ເພື່ອຫັນເປັນດິຈິຕອນຂອງ ແຂວງ ຈຳປາສັກ ໃຫ້ໄດ້ໄວຂຶ້ນ ພວກເຮົາຕ້ອງໄດ້ອອກແຮງຮ່ວມມືຮ່ວມໃຈກັນໃນທົ່ວສັງຄົມເພື່ອຫັນເປັນດິຈິຕອນ ຄື: ຕ້ອງຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ເຄື່ອງມືໄອຊີທີ ໃຫ້ຫຼາຍຂຶ້ນ ເປັນຕົ້ນແມ່ນການຫຼຸດຜ່ອນການເດີນທາງມາປະຊຸມ ຫັນມາໃຊ້ລະບົບກອງປະຊຸມທາງໄກ, ການຫຼຸດຜ່ອນງົບປະມານຊື້ເຈ້ຍ ຫັນມາໃຊ້ລະບົບເຕັກໂນໂລຊີ ແທນ, ການເອົາຂໍ້ມູນຂຶ້ນໄວ້ໃນເວັບໄຊທ໌ຂອງພາກສ່ວນຕ່າງໆ, ການຈັດຕັ້ງຜັນຂະຫຍາຍນະໂຍບາຍ ແລະ ລະບຽບການ ໃຫ້ກວ້າງຂວາງ ແລະ ທົ່ວເຖິງ, ສ້າງທັກສະ ແລະ ຂີດຄວາມສາມາດດ້ານເຕັກໂນໂລຊີ ນັບມື້ນັບຫຼາຍ, ເອົາຜູ້ຊົມໃຊ້ເປັນໃຈກາງແມ່ນບັນຫາສຳຄັນ ແລະ ອື່ນໆ ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ, ປອດໄພ ແລະ ທັນສະໄໝ.
ໃນກອງປະຊຸມ, ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີກ່ຽວກັບການຫັນເປັນດິຈິຕອນ ໂດຍໃຫ້ກຽດຂຶ້ນບັນລະຍາຍຂອງ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ຊຶ່ງທ່ານໄດ້ຍົກໃຫ້ເຫັນນິຍາມຂອງການຫັນເປັນດິຈິຕອນ, ຄວາມເປັນມາຂອງການປະຕິວັດອຸດສາຫະກໍາ, ກາລະໂອກາດ ແລະ ສິ່ງທ້າທາຍສໍາລັບ ສປປ ລາວ, ລະດັບການພັດທະນາດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ຂອງ ອາຊຽນ, ບັນຫາປັດໄຈພື້ນຖານເພື່ອຮອງຮັບອຸດສາຫະກໍາ 4.0 ຂອງ ສປປ ລາວ ແລະ ການຫັນເປັນດິຈິຕອນ ຂອງ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ຮັບຟັງການນໍາສະເໜີກ່ຽວກັບວຽກງານຫັນບໍການລັດເປັນດິຈິຕອນ, ການຄຸ້ມຄອງຂໍ້ມູນຂ່າວສານ ແລະ ຫາງສຽງສັງຄົມຜ່ານອິນເຕີເນັດ, ການຫັນເປັນດິຈິຕອນທາງດ້ານເສດຖະກິດ, ການກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກໍາ 4.0 ຂອງວຽກງານຄື້ນຄວາມຖີ່ວິທະຍຸສື່ສານ ແລະ ວຽກງານດັດສົມໂທລະຄົມມະນາຄົມໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດດິຈິຕອນ ຊຶ່ງນໍາສະເໜີໂດຍນັກວິທະຍາກອນຂັ້ນຫົວໜ້າກົມ/ທຽບເທົ່າ, ຮອງຫົວໜ້າກົມ/ທຽບເທົ່າ ຈາກ ກະຊວງເຕັກໂນໂລຊີ ແລະ ການສື່ສານ. ໂອກາດດຽວກັນນີ້, ຍັງໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືໃນຂົງເຂດເຕັກໂນໂລຊີ ແລະ ການຫັນເປັນດິຈິຕອນ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ແຂວງ ຈໍາປາສັກ ຊຶ່ງລົງຮ່ວມລົງນາມໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແລະ ທ່ານ ວິໄລວົງ ບຸດດາຄໍາ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ຈໍາປາສັກ. ໂອກາດນີ້, ກະຊວງຍັງໄດ້ມອບ ລະບົບເຄືອຂ່າຍພາຍໃນ G-Net, ລະບົບກອງປະຊຸມທາງໄກ Video Conference, ລະບົບ G-Office, ລະບົບ G-mail, ລະບົບ G-Chat, ລະບົບ G-web ແລະ ລະບົບ G-Share ລວມມູນຄ່າທັງໝົດ 890 ລ້ານກວ່າກີບ ໃຫ້ແກ່ແຂວງ ຈໍາປາສັກ ອີກດ້ວຍ.
ພາບ ແລະ ຂ່າວ: ບິນລີ້ ສີສຸລາດ