09/03/2023

ໃນວັນທີ 09 ມີນາ 2023 ນີ້, ສະຫະພັນແມ່ຍິງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສະຫຼຸບຜົນສໍາເລັດການເຄື່ອນໄຫວວຽກງານສະຫະພັນແມ່ຍິງ ປະຈຳປີ 2022 ແລະ ທິດທາງແຜນການ ປະຈຳປີ 2023 ເພື່ອເປັນການສະເຫຼີມສະຫຼອງວັນແມ່ຍິງສາກົນ 8 ມີນາ 2023 ຄົບຮອບ 113 ປີ (08 ມີນາ 1910 – 08 ມີນາ 2023) ພາຍໃຕ້ຄໍາຂວັນ: “ການນໍາໃຊ້ດິຈິຕອນ ສໍາລັບທຸກຄົນ, ການໃຊ້ນະວັດຕະກໍາ ແລະ ເຕັກໂນໂລຊີ ເພື່ອຄວາມສະເໝີພາບຍິງ-ຊາຍ” ( DigitALL: Innovation and Technology for gender equality). ໃຫ້ກຽດເຂົ້າຮ່ວມເປັນປະທານໂດຍ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ສະຫາຍ ນາງ ເກສອນ ສຸລິວົງ ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ, ສະຫາຍ ສຸດໃຈ ພິມມະສີ ປະທານສະຫະພັນກໍາມະບານ ກຕສ ແລະ ສະຫາຍ ພວງປະເສີດ ແກ້ວສຸວັນ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ກຕສ ມີບັນດາຄະນະປະຈຳພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກບັນດາກົມ/ທຽບເທົ່າ, ຄະນະບໍລິຫານງານສະຫະພັນແມ່ຍິງ ແລະ ສະມາຊິກແມ່ຍິງຈາກບັນດາໜ່ວຍ ອ້ອມຂ້າງ ກຕສ ເຂົ້າຮ່ວມ ກວ່າ 100 ສະຫາຍ.
ກ່ອນວາລະເປີດພິທີ, ໃນກອງປະຊຸມຍັງໄດ້ຮັບຊົມການສະແດງສິລະປະປະເພດບົດຟ້ອນລວມໝູ່ຍິງ-ຊາຍ ຈາກຄະນະສິລະປະ ຂອງ ກະຊວງດ້ວຍຫຼາກຫຼາຍບົດຟ້ອນທີ່ສະຫງ່າງາມ ເພື່ອເປັນການສະແດງຄວາມຂໍ່ານັບຊົມເຊີຍກອງປະຊຸມໃຫ້ມີບັນຍາກາຟົດຟື້ນ ແລະ ເຕັມໄປດ້ວຍຮອຍຍິ້ມທີ່ມີຄວາມໝາຍຄວາມສໍາຄັນ. ພາຍຫຼັງຮັບຊົມການສະແດງ ກໍໄດ້ເຂົ້າສູ່ວາລະກອງປະຊຸມຢ່າງເປັນທາງການ ຊຶ່ງໃນກອງປະຊຸມດັ່ງກ່າວ ສະຫາຍ ນາງ ເກສອນ ສຸລິວົງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງ ກຕສ ໄດ້ຂຶ້ນຜ່ານບົດສະຫຼຸບຜົນສໍາເລັດການເຄື່ອນໄຫວວຽກງານສະຫະພັນແມ່ຍິງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ຊຶ່ງສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນຫຼາຍດ້ານ ໂດຍສະເພາະແມ່ນ ການສ້າງເງື່ອນໄຂໃຫ້ແມ່ຍິງໄດ້ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ-ການປົກຄອງ, ສ້າງຄວາມສາມາດທາງດ້ານວິຊາສະເພາະ, ປຸກລະດົມຊຸກຍູ້ຂະບວນການຈັດຕັ້ງປະຕິບັດ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ແລະ ການຫັນເປັນດິຈິຕອນ. ພ້ອມດຽວກັນນີ້, ສະຫະພັນແມ່ຍິງ ກຕສ ຍັງໄດ້ເປີດບັ້ນແຂ່ງຂັນສະເພາະ ໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 03 ດີ ປະຈຳປີ 2023 ພາຍໃຕ້ຄຳຂວັນ: “ແມ່ຍິງ 03 ດີ ແມ່ຍິງ ດິຈິຕອນ” ເພື່ອຮັບປະກັນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ: ພົນລະເມືອງດີ, ພັດທະນາດີ ແລະ ສ້າງຄອບຄົວດີ ໃຫ້ຕິດພັນກັບການຫັນເປັນດິຈິຕອນ ທຸກຂົງເຂດວຽກງານ ເວົ້າລວມ, ເວົ້າສະເພາະ ແມ່ນການຫັນເອື້ອຍນ້ອງແມ່ຍິງ ໃນຂະແຫນງເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນແມ່ຍິງດິຈິຕອນ (ບຸກຄະລາກອນດິຈິຕອນ) ທີ່ມີທັກສະ ແລະ ຄວາມຮູ້, ຄວາມສາມາດ ທີ່ແນ່ນອນທາງດ້ານເຕັກໂນໂລຊີທັນສະໄໝ ແລະ ສາມາດລຶບລ້າງ ການກືກດິຈິຕອນ ແລະ ສ້າງຄວາມເຂັ້ມແຂງຮອບດ້ານທາງດ້ານວຽກງານວິຊາສະເພາະ ແລະ ວຽກອົງການຈັດຕັ້ງມະຫາຊົນ ເພື່ອຮັບປະກັນໃຫ້ການຫັນເປັນດິຈິຕອນ ບັນລຸໄປຕາມທິດທາງແຜນວິໄສທັດ, ແຜນຍຸດທະສາດ ແລະ ແຜນພັດທະນາ ການຫັນເປັນດິຈິຕອນ 3 ເສົາຄໍ້າ: ລັດຖະບານ, ສັງຄົມ ແລະ ເສດຖະກິດ ດິຈິຕອນ, ເພື່ອສ້າງໃຫ້ເອື້ອຍນ້ອງແມ່ຍິງມີສະຕິຕໍ່ກັບການນຳໃຊ້ສື່ສັງຄົມອອນລາຍ.
ໂອກາດນີ້, ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຜົນງານໃນຫຼາຍໆດ້ານທີ່ສະຫະພັນແມ່ຍິງ ຍາດມາໄດ້ ພ້ອມທັງໃຫ້ກຽດໂອ້ລົມ ແລະ ຊີ້ນໍາບາງບັນຫາ ທີ່ສະຫະພັນແມ່ຍິງ ກຕສ ຕ້ອງໄດ້ສືບຕໍ່ຄົ້ນຄວ້າ ແລະ ຈັດຕັ້ງປະຕິບັດບາງຈຸດສຸມທີ່ສໍາຄັນ. ຊຶ່ງສະຫາຍໄດ້ເນັ້ນໜັກໃຫ້ເອື້ອຍນ້ອງແມ່ຍິງ ຕ້ອງໄດ້ພ້ອມກັນເປັນເຈົ້າການ ເຂົ້າຮ່ວມຂະບວນການຕ່າງໆຂອງກະຊວງ, ເອົາໃຈໃສ່ຕໍ່ການພັດທະນາຕົນເອງ, ເສີມຂະຫຍາຍຜົນງານອັນດີເດັ່ນ, ກໍາຈັດບັນດາຂໍ້ຄົງຄ້າງ ຈຸດອ່ອນຕ່າງໆ, ມີຄວາມສາມັກຄີແໜ້ນໜາພາຍໃນ ເພື່ອພ້ອມກັນຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຕ່າງໆ ໃຫ້ປະກົດຜົນເປັນຈິງເປັນກ້າວໆ ໂດຍສະເພາະ ການພັດທະນາຕົນເອງໃຫ້ກາຍເປັນແມ່ຍິງ ດິຈິຕອນ.
ພ້ອມນີ້, ສະຫະພັນແມ່ຍິງ ໄດ້ຮ່ວມກັບ ກົມຄວາມປອດໄພໄຊເບີ ຂຶ້ນນຳສະເໜີຫົວຂໍ້ “ການລອກລວງທາງໄຊເບີ” ແລະ ໄດ້ຈັດເວທີເສວະນາ ພາຍໃຕ້ຫົວຂໍ້ “ຂໍ້ແຂ່ງຂັນ 03 ດີ ຕິດພັນການຫັນເປັນດິຈິຕອນ” ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ໃຫ້ແກ່ເອື້ອຍນ້ອງແມ່ຍິງ ແລະ ທັງເປັນການແລກປ່ຽນບົດຮຽນຮ່ວມກັນ ກ່ຽວກັບວຽກງານການຫັນເປັນດິຈິຕອນ.
ໃນຕອນບ່າຍຂອງວັນດຽວກັນ ສະຫະພັນແມ່ຍິງ ກຕສ ຍັງໄດ້ຈັດງານຕະຫຼາດນັດຂາຍເຄື່ອງພາຍໃຕ້ໂຄງການ “ເອື້ອຍຊ່ວຍນ້ອງ ນ້ອງຊ່ວຍເອື້ອຍ ຄັ້ງທີ I” ຂຶ້ນ ເພື່ອເປັນການສ້າງລາຍຮັບສະສົມ ເຂົ້າໃນຄັງເງິນຂອງໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງ ກຕສ ແລະ ຈໍານວນໜຶ່ງແມ່ນຈະໄດ້ນຳໄປຊ່ວຍເຫຼືອເອື້ອຍນ້ອງແມ່ຍິງຜູ້ທີ່ມີບັນຫາດ້ານສຸຂະພາບ ທີ່ຈະຕ້ອງໄດ້ປີ່ນປົວຍາວນານ. ຊຶ່ງງານຕະຫຼາດນັດຄັ້ງນີ້ມີຮ້ານຄ້າ ຈໍານວນ 20 ກວ່າຮ້ານ ທີ່ມາຈາກບັນດາໜ່ວຍສະຫະພັນແມ່ຍິງ ອ້ອມຂ້າງ ກຕສ, ອົການຈັດຕັ້ງຊາວໜຸຸ່ມ ແລະ ກຳມະບານ ກຕສ. ງານຕະຫຼາດນັດແມ່ນໄດ້ຈັດຂຶ້ນເປັນເວລາ 02 ວັນ (ລະຫວ່າງວັນທີ 9-10 ກຸມພາ 2023) ທີ່ເດີ່ນຈອດລົດຂອງ ກຕສ (ເຂດບ້ານສາຍລົມ).
ຂ່າວ: ສະຫະພັນແມ່ຍິງ ກຕສ, ພາບ: ພະແນກປະຊາສໍາພັນ.