13/03/2023

ໃນຕອນເຊົ້າວັນທີ 12 ມີນາ 2023, ທີ່ສວນປະຕູໄຊ, ນະຄອນຫຼວງວຽງຈັນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດກິດຈະກຳຍ່າງເພື່ອສຸຂະພາບເພື່ອສະເຫຼີມສະຫຼອງ ວັນໄປສະນີແຫ່ງຊາດ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ຄົບຮອບ 58 ປີ(13 ມີນາ 1965 – 13 ມີນາ 2023) ຊຶ່ງໄດ້ກຳນົດໄວ້ໃນ ກົດໝາຍວ່າດ້ວຍ ການໄປສະນີ ແລະ ກົດໝາຍວ່າດ້ວຍ ການໂທລະຄົມມະນາຄົມ, ໃນແຕ່ລະປີ ຂະແໜງການ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດໃຫ້ມີການສະເຫຼີມສະຫຼອງ ສອງວັນສຳຄັນດັ່ງກ່າວ ຢ່າງເປັນຂະບວນຟົດຟື້ນໃນຂອບເຂດທົ່ວປະເທດ ແລະ ໃນປີ 2023 ນີ້ ກຕສ ໄດ້ຈັດຕັ້ງການສະເຫຼີມສະຫຼອງ 2 ວັນດັ່ງກ່າວ ພາຍໃຕ້ຄໍາຂວັນ: “ປັບປຸງວຽກງານໄປສະນີໃຫ້ທັນສະໄໝ, ພັດທະນາວຽກງານໂທລະຄົມມະນາຄົມ ເພື່ອການຫັນເປັນດິຈິຕ໋ອນໃນທົ່ວປະເທດ”.
ຈຸດປະສົງການສະເຫຼີມສະຫຼອງ ວັນໄປສະນີ ແຫ່ງຊາດ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ ແມ່ນເພື່ອເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມ ເປັນຕົ້ນແມ່ນ ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍ ໃຫ້ເຂົ້າໃຈຢ່າງເລິກເຊິ່ງ ເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ, ໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ. ພ້ອມກັນນັ້ນ, ກໍເພື່ອພັດທະນາວຽກງານໄປສະນີ, ໂທລະຄົມມະນາຄົມ ໃຫ້ຊຸກຍູ້ສົ່ງເສີມການຄ້າອອນລາຍ, ການຜະລິດອຸດສາຫະກຳໃນຍຸກດິຈິຕ໋ອນ ແລະ ການຖ່າຍທອດເຕັກໂນໂລຊີດິຈິຕ໋ອນ ທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາ ປະກອບສ່ວນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາ ເພື່ອຫັນການຜະລິດ ແລະ ການບໍລິການເຂົ້າສູ່ລວງເລິກ, ຍົກສູງສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝ ແລະ ນຳໃຊ້ເຕັກໂນໂລຊີດິຈິຕ໋ອນ ເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນພັດທະນາເສດຖະກິດດິຈິຕ໋ອນ ແຫ່ງຊາດ 5 ປີ (2021-2025) ແລະ ປະຕິບັດສອງວາລະແຫ່ງຊາດ ໃນການແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດ ໃຫ້ປະກົດຜົນເປັນຈິງ.
ເຂົ້າຮ່ວມກິດຈະກຳຍ່າງຄັ້ງນີ້ມີທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ກຳມະການສູນກາງພັກ, ລັດຖະມົນຕີ ກຕສ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ແຂກທີ່ຖືກເຊີນ, ພະນັກງານພາຍໃນ ກຕສ, ບັນດາຜູ້ປະກອບການ ແລະ ພໍ່ແມ່ປະຊາຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ 500 ກວ່າຄົນ.