15/03/2023

ໃນຕອນເຊົ້າຂອງວັນທີ 14 ມີນາ 2023, ກົມເຕັກໂນໂລຊີດິຈິຕ໋ອນ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ຈັດກອງປະຊຸມສຳມະນາ ພາຍໃຕ້ຫົວຂໍ້ “ລະດົມຄວາມຄິດເພື່ອສ້າງແຜນພັດທະນາ ສວນອຸທິຍານດິຈິຕ໋ອນ ແຫ່ງຊາດ” ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ນາງ ສິຣິລັກ ໄຊຍະບຸນຊູ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ, ກຕສ ມີບັນດາຄະນະຜູ້ແທນຈາກສະມາຄົມສົ່ງເສີມສວນອຸທິຍານເຕັກໂນໂລຊີ ສ. ເກົາຫຼີ (KTPA), ມີບັນດາຜູ້ຕາງໜ້າຈາກກົມ/ທຽບເທົ່າ ພາຍໃນກະຊວງ ແລະ ແຂກຖຶກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈຳນວນ 40 ກວ່າທ່ານ.
ຈຸດປະສົງຂອງການຈັດກອງປະຊຸມສໍາມະນາໃນຄັ້ງນີ້ ກໍເພື່ອປຶກສາຫາລື, ແລກປ່ຽນບົດຮຽນ ແລະ ລະດົມຄວາມຄິດ ກ່ຽວກັບການສ້າງລະບຽບການ, ການກໍານົດນິຕິກໍາ ເພື່ອສ້າງແຜນແມ່ບົດຂອງໂຄງການສ້າງ ສວນອຸທິຍານດິຈິຕ໋ອນ ຢູ່ ສປປ ລາວ, ພ້ອມດຽວກັນນັ້ນ ກໍເປັນໂອກາດທີ່ມີຄວາມໝາຍເພື່ອໃຫ້ບັນດາທ່ານຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆ ໄດ້ເຂົ້າໃຈຕື່ມອີກກ່ຽວກັບການຫັນເປັນດິຈິຕ໋ອນ, ເສດຖະກິດດິຈິຕ໋ອນ, ບັນດານິຕິກຳທີ່ກ່ຽວກັບການຄຸ້ມຄອງ ແລະ ສົ່ງເສີມວຽກງານເຕັກໂນໂລຊີດິຈິຕ໋ອນ ຢູ່ ສປປ ລາວ.
ທ່ານ ຮອງຫົວໜ້າກົມເຕັກໂນໂລຊີດິຈິຕ໋ອນ ຍັງໄດ້ກ່າວຕໍ່ກອງປະຊຸມສຳມະນາຄັ້ງນີ້ວ່າ: ປັດຈຸບັນນີ້ ໂລກຂອງພວກເຮົາພວມກ້າວເຂົ້າສູ່ຍຸກສະໄໝແຫ່ງການປະຕິວັດອຸດສາຫະກໍາຄັ້ງທີ 4 ຫຼື ພວກເຮົາເຄີຍເອີ້ນຫຍໍ້ນຳກັນວ່າຍຸກອຸດສາຫະກຳ 4.0, ການປະຕິວັດອຸດສາຫະກຳຄັ້ງນີ້ພວມເປັນທ່າອ່ຽງລວມ ແລະ ເປັນກະແສຟອງພັດຜ່ານໄປທົ່ວໂລກ ຊຶ່ງບໍ່ມີປະເທດໃດຈະສາມາດຫຼີກລ່ຽງໄດ້, ໃນນັ້ນ ນັບທັງ ສປປ ລາວ ຂອງພວກເຮົາ ກໍພວມປະເຊີນໜ້າກັບກາລະໂອກາດ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຂອງຍຸກອຸດສາຫະກຳ 4.0 ດັ່ງກ່າວ ຊຶ່ງເປັນຍຸກແຫ່ງການນຳໃຊ້ເຕັກໂນໂລຊີດິຈິຕ໋ອນເຂົ້າໃນການເຄື່ອນໄຫວວຽກງານ, ການຄ້າຂາຍ ແລະ ການດຳລົງຊີວິດປະຈຳວັນ ເປັນຕົ້ນເປັນ ການຄ້າເອເລັກໂຕຣນິກ (E-Commerce), ການຮຽນຜ່ານລະບົບອອນລາຍ (E-Learning), ການປະຊຸມຜ່ານລະບົບທາງໄກ (Online meeting), ການຂົນສົ່ງ (Logistics)… ເປັນຍຸກແຫ່ງການເຊື່ອມໂຍງສັບພະສິ່ງຕ່າງໆດ້ວຍເຕັກໂນໂລຊີດີຈີຕ໋ອນ ແລະ ອິນເຕີເນັດ ຫຼື ເອີ້ນວ່າ ອິນເຕີເນັດແຫ່ງສັບພະສິ່ງ, ໂລກແຫ່ງຂໍ້ມູນມະຫາສານ (Big Data), Blockchain, ປັນຍາປະດິດ (AI), ຫຸ່ນຍົນ ແລະ ອື່ນໆອີກດ້ວຍ. ຍ້ອນເຫັນໄດ້ບົດບາດ ແລະ ຄວາມສຳຄັນຂອງເຕັກໂນໂລຊີດິຈິຕ໋ອນ ພັກ-ລັດຈຶ່ງມີມະຕິເຫັນດີຮັບຮອງເອົາ ແຜນພັດທະນາເສດຖະກິດດິຈິຕ໋ອນ 5 ປີ ຂອງ ສປປ ລາວ (2021-2025) ເພື່ອເປັນທິດທາງໃນການຫັນປະເທດເປັນທັນສະໄໝ ແລະ ສ້າງເສດຖະກິດດິຈິຕ໋ອນ ຂອງ ສປປ ລາວ.
ພາຍໃຕ້ການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ (MTC) ແລະ ກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສ. ເກົາຫຼີ (MSS) ໃນໂຄງການ “ສ້າງສວນອຸທິຍານດິຈິຕ໋ອນ ຢູ່ ສປປ ລາວ Laos Digital Park”, ຖືວ່າເປັນໂຄງການບູລິມະສິດສຳຄັນຂອງລັດຖະບານ ເພື່ອສ້າງປະຖົມປັດໄຈພື້ນຖານໃນການສ້າງເສດຖະກິດດິຈິຕ໋ອນ ກໍຄືການພັດທະນາວຽກງານເຕັກໂນໂລຊີດິຈິ ຕ໋ອນ ຂອງລາວ ແລະ ຍັງເປັນໂຄງການທີ່ຈະຊ່ວຍສະໜັບສະໜູນ ຊຸກຍູ້ສົ່ງເສີມພາກຫົວໜ່ວຍທຸລະກິດໄອຊີທີ ຢູ່ໃນ ສປປ ລາວ ໃຫ້ສາມາດຂະຫຍາຍການບໍລິການ ແລະ ສາມາດແຂ່ງຂັນກັບຕ່າງປະເທດໄດ້.
ກອງປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະເໜີພາບລວມຂອງໂຄງການສ້າງສວນອຸທິຍານດິິຈິຕ໋ອນ ແຫ່ງຊາດ ຂອງ ສປປ ລາວ ຈາກທ່ານ ສີສຸວັນ ວັນທານະວົງ ຫົວໜ້າພະແນກເສດຖະກິດດິຈິຕ໋ອນ (ຜູ້ຈັດການໂຄງການ), ການນໍາສະເໜີບົດຮຽນການການຄຸ້ມຄອງສວນອຸທິຍານດິຈິິຕ໋ອນ ຢູ່ ສ.ເກົາຫຼີ (ດ້ານກົດໝາຍ-ລະບຽບການ, ການຈັດຕັ້ງປະຕິບັດ) ແລະ ຮ່າງແຜນຄຸ້ມຄອງສວນອຸທິຍານດິຈິຕ໋ອນຂອງ ສປປ ລາວ (6 ແຜນງານ), ຈາກຄະນະສະມາຄົມສົ່ງເສີມສວນອຸທິຍານເຕັກໂນໂລຊີ ສ. ເກົາຫຼີ. ນອກຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນສົນທະນາຄວາມຮູ້ກ່ຽວກັບການສ້າງລະບຽບການ, ການກໍານົດນິຕິກໍາ ແລ້ວ ຍັງຈະໄດ້ຮັບຄຳແນະນຳ-ປຶກສາຫາລືກັບຜູ້ຊ່ຽວຊານ ກ່ຽວກັບເຕັກນິກ ຫຼື ປະສົບການຂອງ ສ.ເກົາຫຼີ ໃນຂົງເຂດວຽກງານນີ້ ເພື່ອເປັນແນວທາງ ຫຼື ແນວຄວາມຄິດໃນການພັດທະນາອົງກອນ.
ພາບ ແລະ ຂ່າວ:ນ. ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ