ກຕສ ຈັດກອງປະຊຸມເຜີຍແຜ່ເອກະສານສໍາຄັນຂອງພັກ ແລະ ປະກາດການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງການ, ກົມ ແລະ ສູນ
23/03/2023

ໃນວັນທີ 17 ມີນາ 2023 ນີ້, ກະຊວງເຕັກໂນໂລຊີ ແລະ ການສື່ສານ(ກຕສ) ໄດ້ຈັດກອງປະຊຸມເຜີຍແຜ່ມະຕິກອງປະຊຸມຄົບຄະນະບໍລິຫານງານພັກຄັ້ງທີ 5 ສະໄໝ XI, ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດ ໃນໄລຍະໃໝ່ ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດທົ່ວປະເທດຄັ້ງທີ 5 ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານ ແລະ ເຜີຍແຜ່ເອກະສານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກຕສ, ມີບັນດາຮອງລັດຖະມົນຕີ, ຄະນະປະຈຳພັກກະຊວງ, ຄະນະພັກກະຊວງ, ເລຂາ, ຮອງເລຂາໜ່ວຍພັກ ແລະ ສະມາຊິກພັກ ທີ່ຂຶ້ນກັບອົງຄະນະພັກກະຊວງເຂົ້າຮ່ວມ.

ໂອກາດດັ່ງກ່າວ, ສະຫາຍ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນມະຕິຂອງກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝ XI ຊຶ່ງມະຕິກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງ, ສຸມສະຕິປັນຍາ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ບັນຫາສຳຄັນ ເປັນຕົ້ນແມ່ນ ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາໄລຍະ 9 ເດືອນ, ວຽກງານຈຸດສຸມທ້າຍປີ 2022 ແລະ ທິດທາງແຜນການປີ 2023 ຕິດພັນກັບ 2 ວາລະແຫ່ງຊາດ. ຊຶ່ງໃນທິດທາງຕໍ່ໜ້າ 2023 ຕ້ອງສູ້ຊົນຍູ້ແຮງການພັດທະນາເສດຖະກິດ-ສັງຄົມ ໃຫ້ໄປຕາມທິດຂະຫຍາຍຕົວຕໍ່ເນື່ອງ, ມີຄຸນນະພາບ, ໝັ້ນທ່ຽງ ແລະ ມີຄວາມຍືນຍົງ, ຄາດຄະເນຜົນກະທົບພາຍນອກຕໍ່ປະເທດລາວ ບົນພື້ນຖານນັ້ນກຳນົດມາດຕະການຕົວຈິງເພື່ອແກ້ໄຂບັນຫາ ແລະ ນໍາສະເໜີຕໍ່ສະພາແຫ່ງຊາດເພື່ອພິຈາລະນາຮັບຮອງເອົາ ເປັນຕົ້ນແມ່ນ ອັດຕາເຕີບໂຕທາງເສດຖະກິດໃນລະດັບ GDP 4,5% ຂຶ້ນໄປ ຊຶ່ງຄາດໝາຍທີ່ມີຄຸນລັກສະນະບຸກບືນສູ້ຊົນສູງສົມຄວນໃນເງື່ອນໄຂສະພາບແວດລ້ອມຫຼາຍດ້ານບໍ່ເອື້ອອຳນວຍ, ສ້າງລາຍຮັບເຂົ້າງົບປະມານໃຫ້ໄດ້ 17% ຂອງ GDP ຂຶ້ນໄປ, ສຶກສາຄົ້ນຄວ້າລະອຽດກ່ຽວກັບການປັບຂຶ້ນອັດຕາດັດສະນີເງິນເດືອນຂອງພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ. ພ້ອມນັ້ນ, ຄະນະບໍລິຫານງານສູນກາງພັກໄດ້ຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ, ສະມາຊິກພັກແຕ່ລະສະຫາຍຕ້ອງທຸ່ມເທສະຕິປັນຍາ, ເຫື່ອແຮງ ແລະ ຍົກສູງຄວາມຮັບຜິດຊອບທາງດ້ານການເມືອງເພື່ອນຳພາຊີ້ນຳການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ຕິດພັນກັບການຍູ້ແຮງຂະບວນການ “ແຂ່ງຂັນຮັກຊາດ ແລະ ພັດທະນາ”, ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ກໍຄືການແກ້ໄຂບັນຫາຕົວຈິງທີ່ເກີດຂຶ້ນຢູ່ແຕ່ລະຂົງເຂດວຽກງານໃຫ້ເປັນລະບົບຕໍ່ເນື່ອງ ແລະ ມີປະສິດທິພາບ.
ກອງປະຊຸມຍັງໄດ້ຮັບຟັງການເຜີແຜ່ເອກະສານ ມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໄລຍະໃໝ່ ແລະ ມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ 5 ຊຶ່ງເຜີຍແຜ່ໂດຍ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກຕສ.


ໃນໂອກາດດຽວກັນນີ້, ກໍໄດ້ມີພິທີປະກາດການຈັດຕັ້ງຂັ້ນຮອງຫົວໜ້າຫ້ອງການ, ກົມ ແລະ ສູນພາຍໃນກະຊວງ ຊຶ່ງ ສະຫາຍ ຄຳພູ ດວງຖະໜອມ ຄະນະປະຈຳພັກກະຊວງ, ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ສະຫາຍ ຫັດສະດີ ພະລີຂັນ ເປັນຮອງຫົວໜ້າຫ້ອງການ, ສະຫາຍ ນາງ ໄພພອນ ບຸນທະວົງ ເປັນຮອງຫົວໜ້າກົມແຜນການ ແລະ ການເງິນ, ສະຫາຍ ໄຊສົມຫວັງ ສຸວັນນະວົງ ເປັນຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, ສະຫາຍ ພົມມະທັດ ພູມະນີວົງ ເປັນຮອງຫົວໜ້າສູນອິນເຕີເນັດແຫ່ງຊາດ, ສະຫາຍ ຄໍາຜາຍ ອິນທະຣາ ເປັນຮອງຫົວໜ້າສູນບໍລິຫານລັດດິຈິຕ໋ອນ, ສະຫາຍ ນາງ ວັນນະພາ ພົມມະທັນສີ ເປັນຮອງຫົວໜ້າສູນບໍລິຫານລັດດິຈິຕ໋ອນ ແລະ ສະຫາຍ ນາງ ອານິສອນ ກິ່ງສະດາ ເປັນຮອງຫົວໜ້າ ສູນສົ່ງເສີມ ແລະ ຖ່າຍທອດ ເຕັກໂນໂລຊີ ຊຶ່ງບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງລ້ວນແລ້ວແຕ່ເປັນບຸກຄົນທີ່ມີຄວາມຮູ້ຄວາມສາມາດ, ມີປະສົບການ, ມີຜົນງານໃນຫຼາຍດ້ານ, ຜ່ານການບຸກບືນ-ຝຶກຝົນຫລໍ່ຫຼອມຕົນເອງເຮັດໃຫ້ມີການເຕີບໃຫຍ່ເຂັ້ມແຂງຂຶ້ນເປັນແຕ່ລະບາດກ້າວ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກການຈັດຕັ້ງເປັນຢ່າງດີ.

ພາບ ແລະ ຂ່າວ: ບຸນທັນ ນັນທະວົງ