ກຕສ ຝຶກອົບຮົມວຽກງານການເງິນຂັ້ນ II
23/03/2023

ໃນຕອນເຊົ້າຂອງວັນທີ 16 ມີນາ 2023 ຜ່ານມາ, ກົມແຜນການ ແລະ ການເງິນ (ກຜງ), ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ໄດ້ເປີດຊຸດຝຶກອົບຮົມວຽກງານການເງິນຂັ້ນ II ຂຶ້ນທີ່ຫ້ອງປະຊຸມໃຫຍ່ຂອງ ກຕສ (ເຂດສີສະເກດ). ໂດຍການເປັນປະທານຂອງ ທ່ານ ສຸດໃຈ ພິມມະສີ ຫົວໜ້າກົມແຜນການ ແລະ ການເງິນ, ມີບັນດາຄະນະກົມ/ທຽບເທົ່າ, ຄະນະພະແນກ/ຮອງພະແນກ ພ້ອມດ້ວຍພະນັກງານວິຊາການພາຍໃນ ກຕສ ເຂົ້າຮ່ວມທັງໝົດ 70 ກວ່າທ່ານ.

ໃນໂອກາດນີ້, ທ່ານ ຫົວໜ້າກົມແຜນການ ແລະ ການເງິນ ໄດ້ກ່າວວ່າ: ການຝຶກອົບຮົມໃນຄັ້ງນີ້ ໄດ້ຈັດຂຶ້ນໃນທ່າມກາງບັນຍາກາດ ທີ່ບັນດາກົມ/ທຽບເທົ່າ ພາຍໃນ ກຕສ ພວມຕັ້ງໜ້າສູ້ຊົນ ແລະ ອອກແຮງສຸມໃສ່ ໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກໍຄືແຜນງົບປະມານ ປະຈໍາປີ 2023 ຢ່າງແຂ່ງຂັນ ແລະ ຈົດຈໍ່ ເພື່ອສາມາດປະຕິບັດບັນດາຄາດໝາຍສູ້ຊົນຕ່າງໆທີ່ໄດ້ກໍານົດໄວ້ໃນແຜນງົບປະມານປະຈໍາປີ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ພ້ອມນີ້, ການຝຶກອົບຮົມ ຍັງຈະຊ່ວຍໃຫ້ບັນດາກົມ/ທຽບເທົ່າ ຂຶ້ນແຜນການໃຊ້ຈ່າຍງົບປະມານເປັນໄປຕາມແຜນການ, ງົບປະມານທີ່ໄດ້ອະນຸມັດ ແລະ ການສະຫຼຸບລາຍງານ ແຕ່ລະໄລຍະຖືກຕ້ອງຕາມລະບຽບຫຼັກການ. ສະນັ້ນ, ເພື່ອຮັບປະກັນ ແຜນລາຍຈ່າຍຫົວໜ່ວຍງົບປະມານຂັ້ນ II ໃຫ້ບັນລຸແນ່ນອນມັນຕ້ອງໄດ້ປະກອບມີ 03 ແຜນຄື: ແຜນວຽກ, ແຜນຄົນ ແລະ ແຜນເງິນ ຊຶ່ງບໍ່ສາມາດຂາດອັນໃດອັນໜຶ່ງໄດ້ ເວົ້າລວມ, ເວົ້າສະເພາະ ກໍເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂອງຫົວໜ່ວຍງົບປະມານຂັ້ນ II ຖືກຕ້ອງຕາມລະບຽບການ ຂອງກະຊວງການເງິນໄດ້ກຳນົດໄວ້, ພ້ອມທັງເປັນການຍົກສູງຄວາມຮັບຜິດຊອບ, ເປັນເຈົ້າການໃນການຈັດຕັ້ງປະບັດໃຫ້ເກີດມີປະສິດທິພາບ ແລະ ປະສິດທິຜົນສູງສຸດ ເຮັດໃຫ້ຂອດການຈັດຕັ້ງປະຕິບັດຕົວຈິງ ສາມາດສະຫຼຸບ ແລະ ລາຍງານໃຫ້ຖືກຕ້ອງຕາມຫຼັກການຂອງວຽກງານການເງິນ ແລະ ບັນຊີ.

ໃນການຝຶກອົບຮົມຄັ້ງນີ້, ທ່ານ ນາງ ດາວອນ ສາມາວົງ ຮອງຫົວໜ້າກົມແຜນການ ແລະ ການເງິນ ໄດ້ຂຶ້ນນໍາສະເໜີ ກ່ຽວກັບພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດ ຂອງຫົວໜ່ວຍງົບປະມານຂັ້ນ II ແລະ ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດ ລາຍຈ່າຍຫົວໜ່ວຍງົບປະມານຂັ້ນ II ຂອງ ກຕສ. ພ້ອມນີ້, ຍັງໄດ້ຮັບຟັງການນໍາສະເໜີຂອງຄະນະພະແນກພາຍໃນ ກຜງ ໃນຫຼາຍຫົວຂໍ້ ເປັນຕົ້ນແມ່ນ: ຄວາມຮູ້ພື້ນຖານກ່ຽວກັບວຽກງານງົບປະມານ, ການຂຶ້ນແຜນ ແລະ ການປະກອບເອກະສານລາຍຈ່າຍຂອງຫົວໜ່ວຍງົບປະມານຂັ້ນ II, ການຄິດໄລ່ແຜນງົບປະມານ, ການສະຫຼຸບສັງລວມ ແລະ ຕິດຕາມການຈັດຕັ້ງປະຕິບັດ ຂອງບັນດາກົມ/ທຽບເທົ່າ ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບວຽກງານການເງິນ ແລະ ນໍາເອົາໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານ ທີ່ຕົນຮັບຜິດຊອບໃຫ້ຖືກຕາມລະບຽບການ. ຊຸດຝຶກອົບຮົມ ໄດ້ດໍາເນີນໄປເປັນເວລາ 02 ວັນ ຈຶ່ງໄດ້ສໍາເລັດລົງ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ.