24/03/2023

ໃນຕອນບ່າຍຂອງວັນທີ 21 ມີນາ 2023 ນີ້, ທ່ານ ປອ. ສັນຕີສຸກ ສິມມາລາວົງ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ ພະແນກເຕັກໂນໂລຊີ ແລະ ການສື່ສານ (ພຕສ) ແຂວງ ໄຊສົມບູນ ໂດຍໄດ້ຮັບການຕ້ອນຮັບ ຂອງ ທ່ານ ພູແກ້ວ ອິນທະວົງ ກໍາມະການພັກແຂວງ, ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ ພ້ອມຄະນະພະແນກ ແລະ ອ້າຍນ້ອງພະນັກງານຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ຫົວໜ້າພະແນກເຕັກໂນໂລຊີ ແລະ ການສື່ສານ ແຂວງ ໄຊສົມບູນ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ພ້ອມທັງລາຍງານສະພາບການຈັດຕັ້ງປະຕິບັດວຽກງານ ຂອງພະແນກ ປະຈໍາປີ 2022 ແລະ ທິດທາງແຜນການປີ 2023 ຕໍ່ຄະນະຊາບ ຊຶ່ງມີຜົນງານພົ້ນເດັ່ນສະແດງອອກຫຼາຍດ້ານ ເຊັ່ນ: ໃນໄລຍະຜ່ານມາ ພຕສ ແຂວງ ໄຊສົມບູນ ໄດ້ອອກໃບອະນຸຍາດໃຫ້ບັນດາບໍລິສັດ ດ້ານໄປສະນີ ຈໍານວນ 9 ບໍລິສັດ, 35 ປ່ອງບໍລິການ; ອອກໃບອະນຸຍາດ ບໍລິສັດ ທີ່ນໍາໃຊ້ວິທະຍຸສື່ສານ (ໂຟນີ) ຈໍານວນ 12 ບໍລິສັດ, ນໍາໃຊ້ 714 ເຄື່ອງ ແລະ ຮ້ານຈໍາໜ່າຍ-ສ້ອມແປງ ອຸປະກອນໂທລະຄົມມະນາຄົມ-ໄອຊີທີ ຈໍານວນ 47 ຮ້ານ; ອອກໃບອະນຸຍາດການນໍາໃຊ້ໂດຣນ (ເຮືອບິນບໍ່ມີຄົນຂັບ) 1 ເຄືີ່ອງ ແລະ ອອກໃບອະນຸຍາດຕິດຕັ້ງເສົາຮັບສົ່ງສັນຍານໂທລະສັບໄດ້ 9 ເສົາ. ພ້ອມນັ້ນ, ກໍໄດ້ຂະຫຍາຍປ່ອງບໍລິການດ້ານໄປສະນີໄດ້ 17 ຈຸດ, ທົ່ວແຂວງ ມີ 41 ຈຸດບໍລິການ; ຂະຫຍາຍເສົາສັນຍານໂທລະສັບ BTS ໄດ້ 9 ເສົາ, ທົ່ວແຂວງ 130 ເສົາ; ຂະຫຍາຍເຄືອຂ່າຍ 4G ໄດ້ 22 ສະຖານີ ລວມທົ່ວແຂວງ 145 ສະຖານີ, 3G ໄດ້ 14 ສະຖານີ, 2G ໄດ້ 12 ສະຖານີ; ຂະຫຍາຍສາຍໃຍແກ້ວນໍາແສງ ໄດ້ 79 ກິໂລແມັດ, ສັນຍານໂທລະສັບ ແລະ ອິນເຕີເນັດເຂົ້າຫາບ້ານທີ່ມີສັນຍານເຄືອຂ່າຍດຽວໄດ້ 16 ບ້ານ, ເທົ່າກັບ 145,45%, ປັດຈຸບັນສັນຍານໂທລະສັບກວມເອົາ 89 ບ້ານ; ຂຶ້ນທະບຽນເລກໝາຍໂທລະສັບ ໄດ້ 54,314 ເລກໝາຍ. ວຽກງານການຫັນເປັນດິຈີຕອນ ໄດ້ສໍາເລັດຕິດຕັ້ງ ລະບົບປະຊຸມທາງໄກ (Video Conference ) ໃຫ້ບັນດາເມືອງ 05 ເມືອງ, ປັດຈຸບັນໃນທົ່ວແຂວງ ມີ 14 ພາກສ່ວນທີ່ມີລະບົບກອງປະຊຸມທາງໄກ ແລະ ມີການນໍາໃຊ້ທັງໝົດ 86 ຄັ້ງ; ລະບົບ G-Chat ພາຍໃນແຂວງມີການນໍາໃຊ້ທັງໝົດ 7 ພາກສ່ວນ, ມີ 188 ບັນຊີ (Users) ທົ່ວແຂວງມີຜູ້ນໍາໃຊ້ ທັງໝົດ 337 ບັນຊີ.
ໃນຕອນທ້າຍ, ທ່ານ ຮອງລັດຖະມົນຕີ ກຕສ ກໍໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ ພຕສ ແຂວງ ຊຶ່ງທ່ານໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ພະແນກ ທີ່ສາມາດຍາດໄດ້ຫຼາຍວຽກງານທີ່ໄດ້ຮັບຜົນສໍາເລັດຫຼາຍດ້ານ. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ເອົາໃຈໃສ່ ແບ່ງໜ້າທີ່ຄວາມຮັບຜິດຊອບໃຫ້ພະນັກງານ-ວິຊາການ ໃຫ້ຖືກຕາມວິຊາສະເພາະ, ເອົາໃສ່ຈັດຝຶກອົບຮົມ, ເຜີຍແຜ່ກົດໝາຍ, ນິຕິກໍາທີ່ກ່ຽວຂ້ອງ ເຊັ່ນ: ດ້ານຄວາມປອດໄພທາງໄຊເບີ, ດ້ານການບໍລິຫານລັດ, ສ້າງຄວາມບຸກບື້ນບຸກທະລຸ ທາງດ້ານການເມືອງ-ແນວຄິດ, ສ້າງຄວາມເຂັ້ມແຂງໃຫ້ບຸກຄະລາກອນທາງດ້ານການຫັນເປັນດິຈິຕອນ ໃຫ້ນັບມື້ນັບເຂັ້ມແຂງຍິ່ງໆຂຶ້ນໄປ.
ໃນໂອກາດດຽວກັນນີ້, ກຕສ ຍັງໄດ້ມອບຄອມພິວເຕີຕັ້ງໂຕະ ຈໍານວນ 2 ຊຸດ ໃຫ້ກັບ ພຕສ ແຂວງ ເພື່ອປະກອບສ່ວນຮັບໃຊ້ເຂົ້າໃນວຽກງານຂອງພະແນກໃຫ້ມີຜົນປະໂຫຍດສູງສຸດ.
ພາບ+ຂ່າວ: ເລັກເຊ່ຍ ສຸດທິວົງ.