ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ

23/03/2023

ສປປ ລາວ ແລະ ຣາຊະອານາຈັກ ກໍາປູເຈຍ ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ

ໂດຍຕອບສະໜອງການເຊື້ອເຊີນຂອງ ທ່ານ ກິດຕິ ເສດຖາ ພັນດິທາ ຈາມ ປຣະສິດ, ລັດຖະມົນຕີອາວຸໂສ ກະຊວງອຸດສາຫະກໍາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ຣາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 23-27 ມີນາ 2023, ໂດຍໄດ້ຮັບການຕ້ອນຮັບຢ່າງອົບອຸນ ຈາກ ທ່ານລັດຖະມົນຕີອາວຸໂສ ກະຊວງອຸດສາຫະກໍາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ພ້ອມດ້ວຍຄະນະ.

ໃນຕອນແລງ ຂອງວັນທີ 23 ມີນາ 2023, ຄະນະຜູ້ແທນທັງສອງຝ່າຍ ໄດ້ມີການພົບປະກັນຢ່າງເປັນທາງການ ພ້ອມດຽວກັນ ກໍໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງອຸດສາຫະກໍາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແຫ່ງ ຣາຊະອານາຈັກ ກໍາປູເຈຍ. ໃນການພົບປະຄັ້ງນີ້, ທັງສອງຝ່າຍຢືນຢັນວ່າຈະສືບຕໍ່ເພີ່ມທະວີການຮ່ວມມືດ້ານ ເຕັກໂນໂລຊີ ແລະ ນະວັດຕະກໍາ, ເພື່ອຊຸກຍູ້ສົ່ງເສີມການຫັນເປັນດິຈິຕ໋ອນໃນການພັດທະນາເສດຖະກິດ-ສັງຄົມ ຕາມເນື້ອໃນຈິດໃຈການພົບປະຢ່າງເປັນທາງການຂອງຜູ້ນໍາພັກ ແລະ ລັດ ຂອງ 2 ປະເທດ, ລາວ ແລະ ກໍາປູເຈຍ. ໃນບົດບັນທຶກຄວາມເຂົ້າໃຈຂອງສອງກະຊວງນັ້ນ ຊຶ່ງທັງສອງຝ່າຍໄດ້ກໍານົດບັນດາຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ຄື: ໂຄງການຄົ້ນຄວ້າຮ່ວມກັນທາງດ້ານນະວັດຕະກໍາ; ແລກປ່ຽນຊ່ຽວຊານ, ນັກຄົ້ນຄວ້າ ແລະ ວິຊາການ; ຮ່ວມກັນຈັດ ແລະ ເຂົ້າຮ່ວມກອງປະຊຸມ, ສໍາມະນາ, ຝຶກອົບຮົມ, ງານວາງສະແດງ ທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ; ແລກປ່ຽນສື່ສິ່ງພິມທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ; ແລກປ່ຽນນະໂຍບາຍ, ກົດໝາຍ, ລະບຽບການ ທີ່ຕິດພັນທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ; ຮູບແບບການຮ່ວມມືທາງດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ໃນຂົງເຂດອື່ນໆຕາມການຕົກລົງກັນຂອງທັງສອງຝ່າຍ.

ຮ່ວມລົງນາມໃນບົດບັນທຶກຄວາມເຂົ້າໃຈດັ່ງກ່າວນີ້ ຕາງໜ້າຝ່າຍ ສປປ ລາວ ໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ຕາງໜ້າຝ່າຍ ຣາຊະອານາຈັກ ກໍາປູເຈຍ ໂດຍ ທ່ານ ກິດຕິ ເສດຖາ ພັນດິທາ ຈາມ ປຣະສິດ, ລັດຖະມົນຕີອາວຸໂສ ກະຊວງອຸດສາຫະກໍາ, ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກໍາ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ຊຶ່ງມີຄະນະຜູ້ແທນຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.

 

ຮູບພາບ ແລະ ບົດຂ່າວ
ຈັນທະຈັກ ຫຼວງລາດ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ