ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ເຂົ້າພົບປະເພື່ອອຳລາ

24/03/2023

ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປ ລາວ ເຂົ້າພົບປະເພື່ອອຳລາ

ໃນຕອນບ່າຍຂອງວັນທີ 24 ມີນາ 2023, ທີ່ຫ້ອງຮັບແຂກ ຊັ້ນ1, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ), ທ່ານ ນາງ ລີຄາດາ ລີເຈີ(Ms Ricarda Riege), ຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປລາວ ເຂົ້າພົບປະ ທ່ານ ປອ. ສັນຕິສຸກ ສິມມາລາວົງ, ຮອງລັດຖະມົນຕີ ກຕສ ເພື່ອກ່າວອໍາລາຕໍາແໜ່ງ ພາຍຫຼັງໄດ້ສິ້ນສຸດການປະຕິບັດໜ້າທີ່ປະຈຳ ຢູ່ ສປປ ລາວ.

ໂອກາດດັ່ງກ່າວ, ທ່ານ ນາງ ລີຄາດາ ລີເຈີ ໄດ້ກ່າວເຖິງຄວາມສໍາຄັນຂອງວຽກງານຫັນເປັນດິຈິຕອນ ແລະ ສະເໜີໃຫ້ການມີສ່ວນຮ່ວມຂອງເອື້ອຍນ້ອງແມ່ຍິງໃນຂະບວນການພັດທະນາໃຫ້ຫຼາຍຂຶ້ນ. ພ້ອມກັນນັ້ນ, ກໍຍັງໄດ້ສະແດງຄວາມຂອບໃຈມາຍັງ ກຕສ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ການຮ່ວມມືຕະຫຼອດມາ ແລະ ເຊື່ອໝັ້ນວ່າ ສອງພາກສ່ວນຈະສືບຕໍ່ຮ່ວມມືສະໜັບສະໜູນເຊິ່ງກັນ ແລະ ກັນ ເພື່ອຊຸກຍູ້ວຽກງານການຫັນເປັນດິຈິຕອນ ຂອງ ສປປ ລາວ ໃຫ້ສໍາເລັດຜົນ.

ໂອກາດດຽວກັນ, ທ່ານ ປອ. ສັນຕິສຸກ ສິມມາລາວົງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຕໍ່ ທ່ານ ນາງ ລີຄາດາ ລີເຈີ, ພ້ອມດ້ວຍທີມງານຂອງອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ປະຈໍາ ສປປລາວ, ທີ່ໄດ້ປະກອບສ່ວນວຽກງານການຫັນເປັນທັນສະໄໝ ຂອງ ສປປ ລາວ ໂດຍສະເພາະການສຶກສາ, ການປະເມີນຄວາມພ້ອມ ໃນການຫັນເປັນລັດຖະບານດິຈິຕອນ, ປະກອບຊ່ຽວຊານຊ່ວຍໃນການຄົ້ນຄວ້າຮ່າງແຜນແມ່ບົດລັດຖະບານດິຈິຕອນ ແລະ ຮ່ວມກັນຈັດຕັ້ງປະຕິບັດໂຄງການນໍາລ່ອງ 3 (pilot project) ຫົວຂໍ້ : 1. G-Room (ການຮຽນການສອນ ຜ່ານລະບົບອອນລາຍ ສຳຫຼັບກຸ່ມຄົນນັກຮຽນດ້ອຍໂອກາດ); 2. ການປະເມີນທັກສະ ດິຈິຕອນ ໃຫ້ແກ່ພະນັກງານລັດ ແລະ 3. ພັດທະນາ Super APP.

ພາບ-ຂ່າວ: ທັດສະນີ ພົງບັນດິດ, ພະແນກປະຊາສຳພັນ

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ