ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຢາມພົບປະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ

24/04/2023

ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ເຂົ້າຢ້ຽມຢາມພົບປະ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ

ໃນວັນທີ 11 ເມສາ 2023, ຄະນະຜູ້ແທນກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ນຳໂດຍ ທ່ານ ຮສ.ປອ. ຮວິ່ງ ແທ່ງ ດາດ, ລັດຖະມົນຕີ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຢາມພົບປະ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແຫ່ງ ສປປ ລາວ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານ ຮສ ປອ. ຮວິ່ງ ແທ່ງ ດາດ ພ້ອມດ້ວຍຄະນະ ຕໍ່ກັບການມາການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ ພ້ອມທັງຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດລາວ-ຫວຽດນາມ ທີ່ໄດ້ຮັບການຮັດແໜ້ນ ແລະ ເສີມຂະຫຍາຍເປັນກ້າວໆຕະຫຼອດມາ ເວົ້າລວມ, ເວົ້າສະເພາະ ກໍຄື ການພົວພັນຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ. ທ່ານຍັງໄດ້ກ່າວສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ທ່ານ ຮສ ປອ. ຮວິ່ງ ແທ່ງ ດາດ ທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຄະນະລັດຖະບານ ແຫ່ງ ສສ ຫວຽດນາມ ໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ. ພ້ອມນັ້ນ, ທ່ານຍັງໄດ້ກ່າວສະແດງຄວາມຊົມເຊີຍປິຕິຍິນດີເປັນຢ່າງຍິ່ງທີ່ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ໂດຍໄດ້ຮັບກຽດຈາກ ພະນະທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ແລະ ພະນະທ່ານ ຫວໍ ວັນ ເຖືອງ ປະທານປະເທດ ແຫ່ງ ສສ ຫວຽດນາມ ຮ່ວມເປັນສັກຂີພິຍານ ຊຶ່ງຖືເປັນບາດກ້າວໃໝ່ໃນການສືບຕໍ່ຊຸກຍູ້ສາຍພົວພັນຮ່ວມມືໂດຍສະເພາະແມ່ນວຽກງານເຕັກໂນໂລຊີ, ວຽກງານນະວັດຕະກຳ ແລະ ວຽກງານການຖ່າຍທອດເຕັກໂນໂລຊີ. ພ້ອມນັ້ນ, ຍັງໄດ້ເຊື້ອເຊີນທ່ານ ລັດຖະມົນຕີ ພ້ອມດ້ວຍຄະນະ ມາຢ້ຽມຢາມ ສປປ ລາວ ຕື່ມອີກໃນໂອກາດເໝາະສົມ ເພື່ອເບິ່ງສະພາບການຈັດຕັ້ງປະຕິບັດວຽກງານຕ່າງໆຕົວຈິງຢູ່ທັງສູນກາງ ແລະ ທ້ອງຖິ່ນ ເພື່ອຈະໄດ້ຊຸກຍູ້ສົ່ງເສີມນຳໃຊ້ບົດຮຽນ ແລະ ບັນດາເຕັກໂນໂລຊີໃໝ່ໆເຂົ້າໃນການຜະລິດໃຫ້ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ ທັງຈະເປັນການຊຸກຍູ້ໃຫ້ເກີດບັນດາຫົວໜ່ວຍທຸລະກິດການຜະລິດເພີ່ມຂຶ້ນ.

ໂອກາດດຽວກັນ, ທ່ານ ຮສ ປອ. ຮວິ່ງ ແທ່ງ ດາດ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທີ່ໄດ້ສະຫຼະເວລາອັນມີຄ່າຕ້ອນຮັບໃນຄັ້ງນີ້. ພ້ອມນັ້ນ, ທ່ານສະແດງຄວາມຊົມເຊີຍປິຕິຍິນດີທີ່ໄດ້ຮ່ວມລົງນາມບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືດ້ານເຕັກໂນໂລຊີ ແລະ ນະວັດຕະກຳ ຮ່ວມກັນ ຖືເປັນການຍົກສູງການຮ່ວມມືຂອງທັງສອງກະຊວງໃນວຽກງານເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ມີປະສິດທິພາບປະສິດທີຜົນດີຂຶ້ນກວ່າເກົ່າ. ທ່ານຍັງໄດ້ສະແດງຄວາມຊົມເຊີຍຕໍ່ ກະຊວງເຕັກໂນໂລຊີ ແລະ ການສື່ສານ ແຫ່ງ ສປປ ລາວ ແລະ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງ ສສ ຫວຽດນາມ ທີ່ໄດ້ສຳເລັດການຈັດງານວາງສະແດງ ແລະ ຈັບຄູ່ຮ່ວມມື ດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ (Tech Innovation Laos-Vietnam) 2023 ຖືເປັນອີກວຽກງານໜຶ່ງທີ່ສຳຄັນ ໃນການຊຸກຍູ້ການຮ່ວມມືດ້ານການນຳໃຊ້, ຖ່າຍທອດເຕັກໂນໂລຊີ ນະວັດຕະກຳ ແລະ ຊອກຄູ່ຮ່ວມມື ລະຫວ່າງ ໜ່ວຍງານຄົ້ນຄວ້າວິໄຈ ແລະ ບັນດາວິສາຫະກິດຂອງສອງປະເທດ ທັງເປັນການເພື່ອຊຸກຍູ້ສົ່ງເສີມດ້ານການຄ້າ ແລະ ການລົງທຶນດ້ານເຕັກໂນໂລຊີ ນະວັດຕະກຳ ລາວ-ຫວຽດນາມ.

 

ວິໄສທັດ, ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງຊາດ
ສະຖິຕິຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ປີ2022
ຖະແຫຼ່ງການ ສະເຫຼີມສະຫຼອງ ວັນໄປສະນີໂລກ ຄົບຮອບ 149 ປີ
ວີດີໂອແນະນໍາ ການຂຶ້ນທະບຽນເລກໝາຍໂທລະສັບ
ລະ​ບົບ​ຂື້ນ​ທະ​ບຽນ​ປະ​ຊຸມ